ວັດຮ່າງທີ່ວ່ານັ້ນ ແມ່ນຢູ່ກາງປ່າ ເຂດລາດບວກ, ບ້ານວຽງນາຄວນ, ເມືອງແປກ, ແຂວງຊຽງຂວາງ ສະຖານທີ່ດັ່ງກ່າວແມ່ນເປັນວັດເກົ່າ ບໍ່ມີຄູບາ ເຊີ່ງໄດ້ຖືກປະຮ້າງມາໄດ້ຫລາຍຮ້ອຍປີ ແຕ່ໃນປະຈຸບັນຍັງເຫລືອຮ່ອງຮອຍພະພຸດທະຮູບເກົ່າແກ່ ເຊີ່ງຖ້າປະປ່ອຍໄປດົນ ອາດສູນເສຍໄປໄດ້. ສະນັ້ນ, ຄູບາ ແສງທອງ ພິມມະສອນ ຈິ່ງໄດ້ນໍາພາ ບັນດາສະມະເນນ ແລະ ປະຊາຊົນເຂົ້າໄປເພື່ອບູລະນະ ແລະ ໃນເບື້ອງຕົນ ແມ່ນໄດ້ເຮັດຫໍພະ ເພື່ອກວມເອົາ ພະພຸດທະຮູບເກົ່າແກ່. ຄູບາ ແສງທອງ ພິມມະສອນ ກ່າວວ່າ: ຖ້າຫາກມີສັດທາມາເລື້ອຍໆ ຈາກຜູ້ໃຈບຸນ ຕາມແຜນແມ່ນຈະໄດ້ນໍເອົາໄຟຟ້າ ແລະ ນໍ້າລິນເຂົ້າໄປໃສ່, ລວມທັງການສ້າງຫ້ອງນໍ້າ, ສ້າງສາລາ ເພື່ອໃຫ້ຄົບຕາມອົງປະກອບຂອງວັດ.
ປະຈຸບັນເບື້ອງຕົນ ແມ່ນໄດ້ດໍາເນີນການປົວແປງແທ່ນພະພຸດທະຮູບທີ່ເກົ່າແກ່ ພ້ອມທັງເປີດບັນຊີລວມ ເພື່ອລະດົມທຶນຈາກເຈົ້າສັດທາ ເພື່ອນໍາໃຊ້ເຂົ້າໃນການບູລະນະພະພຸດທະຮູບ ເຊີ່ງມີອາຍຸຫລາຍຮ້ອຍປີ ຄາດວ່າ ພະພຸດທະຮູບອົງດັ່ງກ່າວ ໄດ້ສ້າງຂື້ນສະໄຫມ ເຈົ້າລ້ານຄໍາກອງ ທີ່ເປັນເຈົ້າປົກຄອງເມືອງພວນ ໃນສະໄຫມກ່ອນ.
Editor: ກຳປານາດ ລັດຖະເຮົ້າ