ເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການປົກຄອງແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມຫາລືຄວາມເປັນໄປໄດ້ ຂອງການພື້ນຟູ ແລະ ບູລະນະປະຕິສັງຂອນ ເມືອງເກົ່າສຸວັນນະໂຄມຄໍາ ( ທີ່ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ ) ກອງປະຊຸມດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີ ທ່ານ ຈອມສີ ລັດຕະນະປັນ ຮອງເຈົ້າແຂວງບໍ່ແກ້ວ, ມີບັນດາຫົວຫນ້າພະແນກ, ບັນດາກົມ, ພ້ອມດ້ວຍວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ,
ກອງປະຊຸມ ໄດ້ປຶກສາຫາລື ການວາງແຜນແມ່ບົດເບື້ອງຕົ້ນ ພ້ອມທັງປຶກສາຫາລືກ່ຽວກັບຂອບເຂດພື້ນທີ່ ເມືອງເກົ່າສຸວັນນະໂຄມຄໍາ, ການປົກປັກຮັກສາ, ການອະນຸລັກ, ການໄກ່ເກ່ຍພື່ນທີ່ສໍາປະທານ, ການຊົດເຊີຍພື້ນທີ່, ການແບ່ງຫນ້າທີ່ຮັບຜິດຊອບຂອງແຕ່ລະຫນ່ວຍງານພາກສ່ວນຕ່າງໆ ການຂື້ນແຜນງົບປະມານ, ການວາງແຜນວຽກ, ແຜນຄົນ ແລະ ອື່ນໆ.
ນອກນັ້ນ ຍັງມີການຄົ້ນຄວ້າແບບແຜນຜັງ ໃນການປຸກສ້າງຫ້ອງການບໍລິສັດ ດອກງິວຄໍາ, ການແຕ່ງຕັ້ງຄະນະປະສານງານໂຄງການ ຂັນສູນກາງ ແລະ ທ້ອງຖິ່ນ, ສ້າງຕັ້ງຫນ່ວຍງານປະຈໍາພາກສະຫນາມ ເພື່ອຕິດຕາມ ແລະ ກວດກາ ລາຍງານປະເມີນຜົນ ໃນແຕ່ລະໄລຍະ.
ເມືອງເກົ່າສຸວັນນະໂຄມຄໍາ ແມ່ນມີອາຍຸເກົ່າແກ່ 1 ພັນກວ່າປີ, ເດີມເມືອງດັ່ງກ່າວມີຄວາມຈະເລີນຮຸ່ງເຮືອງ ທາງດ້ານວັດທະນະທໍາ ແລະ ອາລິຍະທໍາ ເກົ່າແກ່ ຜ່ານຫລາຍຍົກ-ຫລາຍສະໄຫມ ແລະ ຖືກທໍາລາຍທັບມ້າງ ຈາກສຶກສົງຄາມ ຈົນເຮັດໃຫ້ເມືອງທີ່ມີຄວາມຈະເລີນຮຸ່ງເຮືອງໄດ້ຫລົ້ມຈົມລົງ ເຫລືອພຽງຊາກວັດຖຸບູຮານເກົ່າແກ່ ໄວ້ໃຫ້ເຫັນ ເທົ່າປະຈຸບັນ.
Editor: ກຳປານາດ ລັດຖະເຮົ້າ