ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງກອງທຶນຫຼຸດຜອ່ນຄວາມທຸກຍາກ (ທລຍ) ເມືອງຊໍາໃຕ້ ປະຈໍາປີ 2017 ໄດ້ຈັດຂຶ້ນ ໃນວັນທີ 25 ທັນວາ 2017 ນີ້ ທີ່ຫ້ອງປະຊຸມ ຫ້ອງການບ້ານພັນສະຫັວນ, ເມືອງຊຳໃຕ້, ແຂວງຫົວພັນ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພອນຈັນ ຂະທຸມພົມ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ມີຫົວໜ້າຮອງຫົວ ໜ້າຫ້ອງການກ່ຽວຂ້ອງອ້ອມຂ້າງເມືອງ, ມີຜູ້ປະສານງານຂັ້ນກຸ່ມ, ຂັ້ນເມືອງ ແລະ ຂັ້ນແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ເພັດມະນີ ວີມອນແກ້ວ ຫົວໜ້າທີມງານກອງທຶນຫຼຸດຜອ່ນຄວາມທຸກຍາກເມືອງຊຳໃຕ້ ໃຫ້ຮູ້ວ່າ ການຈັດຕັ້ງປະຕິບັດກອງທຶນຫຼຸດຜ່ອນຄວາມທຸກຍາກຢູ່ເມືອງຊຳໃຕ້ ຮອບວຽນ ທີ 14 ປະຈໍາປີ 2017 ນີ້, ໄດ້ກວມເອົາ 7 ກຸ່ມບ້ານ, ລວມມີ 56 ບ້ານ, ມີ 11 ໂຄງການ ຈັດຕັ້ງປະຕິບັດສໍາເລັດແລ້ວ 100% ສຳລັບກິດຈະກຳຂອງໂຄງການແມ່ນໄດ້ກໍ່ສ້າງໂຮງຮຽນປະຖົມ 3 ຫຼັງ, ໂຮງຮຽນອະນຸບານ 1 ຫຼັງ, ສ້ອມແປງເສັ້ນທາງເຂົ້າຫາບ້ານ 3 ເສັ້ນ, ກໍ່ສ້າງຊົນລະປະທານ 3 ແຫ່ງ ແລະ ສອ້ມແປງນ້ຳລິນ 2 ແຫ່ງ, ລວມມູນຄ່າທັງໝົດ 2 ຕື້ 160 ລ້ານກວ່າກີບ ໃນນັ້ນທືນຊຸມຊົນປະກອບສ່ວນ 153 ລ້ານກວ່າກີບ ເຊິ່ງມີຄອບຄົວໄດ້ຮັບຜົນປະໂຫຍດທັງໝົດ 610 ຄອບຄົວ, ພົນລະເມືອງ 4,123 ຄົນ, ຍິງ 2,021 ຄົນ ຜົນສໍາເລັດດັ່ງກ່າວໄດ້ເປັນພື້ນຖານທີ່ຈຳເປັນໃນການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ປະຊາຊົນໃນການດຳລົງຊີວິດ ແລະ ສາມາດແກ້ໄຂຄວາມທຸກຍາກໄດ້ເທື່ອລະກ້າວ.
ແຜນການໃນຕໍ່ໜ້າແມ່ນສືບຕໍ່ຈັດຕັ້ງປະຕິບັດວຽກງານກອງທຶນຫຼຸດຜອ່ນຄວາມທຸກຍາກ ຮອບວຽນ ທີ 15 ແລະ 16 ມີທັງໝົດ 13 ໂຄງການ, ມູນຄ່າຄາດຄະເນທັງໝົດປະມານ 2 ຕື້ກວ່າກີບ, ເຊີ່ງຈະເລີ່ມຈັດຕັ້ງປະຕິບັດແຕ່ເດືອນ ມີນາ 2018 ນີ້ເປັນຕົ້ນໄປ. ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ພອ້ມກັນປຶກສາຫາລືປະກອບຄຳຄິດເຫັນຕໍ່ກັບການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ກ່ຽວກັບບັນຫາທີ່ເຮັດໃຫ້ການປະຕິບັດໂຄງການຍັງພົບກັບຄວາມຫຍຸ້ງຍາກ ບໍ່ທັນສອດຄ່ອງ ເພື່ອພ້ອມກັນຊອກຫາທາງອອກ ແລະ ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າເພື່ອໃຫ້ເກີດປະສິດທິຜົນຫຼາຍກວ່າເກົ່າ. ແລະ ໃນຕອນທ້າຍຂອງກອງປະຊຸມທ່ານ ພອນຈັນ ຂະທຸມພົມ ກໍ່ໄດ້ກ່າວມອບໂຄງການທີ່ຈັດຕັ້ງປະຕິບັດສຳເລັດແລ້ວໃນຮອບວຽນທີ 14 ປີ 2017 ໃຫ້ຫ້ອງການກ່ຽວຂ້ອງຂອງເມືອງສືບຕໍ່ຕິດຕາມ, ກວດກາ ໃນການນໍາໃຊ້ບັນດາໂຄງການດັ່ງກ່າວໃຫ້ໄດ້ຮັບຜົນປະໂຫຍດກຸ້ມຄ່າ ແລະ ຍາວນານ
ຖວທ ເມືອງຊໍາໄຕ້
Editor: ກຳປານາດ ລັດຖະເຮົ້າ