ໃນວັນທີ 21 ທັນ 2017 ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ຮ່ວມກັບພາກສ່ວນຄຸ້ມຄອງສື່ໂຄສະນາອາຫານ, ຢາ ແລະ ພະລິດຕະພັນທາງການແພດ ໄດ້ຈັດກອງປະຊຸມປືກສາຫາລືຂື້ນ ທີ່ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ສີວົງ ແສງອາລຸນເດດ ຮອງຫົວຫນ້າກົມອາຫານ ແລະ ຢາ, ທ່ານ ອີນປອນ ນະຄອນສີ ຮອງຫົວຫນ້າກົມສືມວນຊົນ ກະຊວງ ຖວທ ເຂົ້າຮ່ວມມີ ພະນັກງານວິຊາການ ກົມອາຫານ ແລະ ຢາ, ກົມອາາໄມ, ກົມຄວບຄຸມພະຍາດຕິດຕໍາ, ຫ້ອງການກະຊວງ,ກອງກວດກາອາຫານ ແລະ ຢາ, ສູນສະໜອງຢາ ແລ ອຸປະກອນການແພດ, ໂຮງງານພະລິດຢາ, ສະຖາບັນການແພດ - ການຢາພື້ນເມືອງ ແລະ ພາກສ່ວນສື່ໂຄສະນາ, ສື່ສິ່ງພີມ, ວິທະຍຸ ແລະ ໂທລະພາບເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງ ຂອງການຈັດກອງປະຊຸມຄັ້ງນີ້ແມ່ນ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບວຽກງານຄຸ້ມຄອງເນື້ອໃນ ການໂຄສະນາ ອານຫານ, ຢາ, ເຄື່ອງສໍາອາງ ແລະ ເຄມີທີ່ໃຊໃນຄົວເຮືອນ ເພື່ອເຮັດໃຫ້ຜູ້ປະກອບການທຸລະກິດ ດ້ານອາຫານ, ຢາ ແລະ ຜະລິດຕະພັນການແພດ ທີ່ຈະໂຄສະນາ ຕ້ອງໄດ້ປະຕິບັດຕາມຂໍ້ກໍານົດ-ຫຼັກການ, ລະບຽບການ ແລະ ມາດຕາການ ກ່ຽວກັບການຄຸ້ມຄອງໂຄສະນາ ຜະລິດຕະພັນທີ່ກ່ຽວຂ້ອງ ເພື່ອປົກຜູ້ບໍ່ລິດໂພກ ໃຫ້ໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ບໍ່ເກີນຄວາມເປັນຈິງ ເຮັດໃຫ້ຜູ້ບໍລິໂພກໄດ້ຮັບຂໍ້ມູນທີ່ເປັນປະໂຫຍດ, ບໍ່ເປັນອັນຕະລາຍ ແລະ ມີຄວາມປອດໄພ
ກອງປະຊຸມດັ່ງກ່າວ ໄດ້ດໍາເນີນ ເປັນເວລາ ຫນຶ່ງວາລະ ໂດຍມີຫລາຍພາກສ່ວນ ເຂົ້າຮ່ວມ ພາຍໃນກະຊວງສາທາລະນະສຸກ, ກະຊວງຖະແຫລງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ, ບັນດາສືຕ່າງໆອ້ອມຂ້າງກະຊວງ ເຊັ່ນ: ວິທະຍຸ, ໂທລະພາບ, ສິ່ງພິມ ແລະ ພາກສ່ວນຫນ່ວຍງານທີ່ເຮັດວຽກກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
Editor: ກຳປານາດ ລັດຖະເຮົ້າ