ໃນລະຫວ່າງກາງເດືອນທັນວາ 2017 ຜ່ານມານີ້, ໂທລະພາບລາວສະຕາຣ໌ ຮ່ວມກັບບໍລິສັດ ຫວຍຂູດສະແກັດແອນວິນ ສ້າງໂຄງການປັນນໍ້າໃຈຊ່ວຍເຫລືອສັງຄົມ ຂື້ນ ເພື່ອນໍາເອົາຜ້າຮົ່ມ, ເຄື່ອງກັນຫນາວ, ເຂົ້າສານ-ອາຫານແຫ້ງ ໄປຊ່ວຍເຫລືອພໍ່ແມ່ປະຊາຊົນຜູ້ທຸກຍາກ ແລະ ປະສົບໄພຫນາວ ທີ່ເມືອງຫນອງແຮດ, ແຂວງຊຽງຂວາງ ລວມມູນຄ່າ 55 ລ້ານກວ່າກີບ, ໂດຍໄດ້ຮັບບໍລິຈາກ ຈາກຫລາຍພາກສ່ວນສົມທົບ ເປັນຕົ້ນຫ້າງຮ້ານ, ບໍລິສັດ ແລະ ຜູ້ໃຈບຸນທີ່ມີນໍ້າໃຈຍາກຊ່ວຍເຫລືອປະຊາຊົນຊາວລາວດ້ວຍກັນ, ເຊີ່ງນໍ້າໃຈນັ້ນແມ່ນມາຈາກພໍ່ແມ່ພີ່ນ້ອງຊາວລາວ ທີ່ຢູ່ນະຄອນຫລວງວຽງຈັນ, ຕ່າງແຂວງ ລວມທັງຄົນລາວທີ່ຢູ່ຕາງປະເທດອີກດ້ວຍ.
ການນໍາເອົາເຄື່ອງໄປຊ່ວຍເຫລືອທີ່ເມືອງຫນອງແຮດ ໃນຄັ້ງນີ້ ແມ່ນໄດ້ລົງໄປຊ່ວຍເຫລືອປະຊາຊົນທີ່ທຸກຍາກ ຢູ່ໃນ 5 ບ້ານ ເຊັ່ນ: ບ້ານນໍ້າເໝັນ, ບ້ານກະບໍ້, ບ້ານໂພນໄຊ ແລະ ບ້ານອື່ນໆຕື່ມອີກ ໃນເຂດຖໍ້າທ້າວ, ຂອງເມືອງຫນອງແຮດ. ການເດີນທາງໄປຄັ້ງນີ້ ໂດຍການຕ້ອນຮັບ ແລະ ຊີ້ນໍານໍາພາ ໂດຍມີ ທ່ານ ດຣ, ຈໍລໍ່ ຮອງເຈົ້າເມືອງຫນອງແຮດ, ທ່ານ ຄໍາແພງ ສີຊົມພູ ຮອງເລຂາພັກເມືອງ, ທ່ານ ວົງສະຫວັນ ນິດທະວົງ ຫົວຫນ້າຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມ ເມືອງຫນອງແຮດ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງໃນທຸກໆຂັ້ນ, ທີ່ອໍານວຍຄວາມສະດວກແກ່ການລົງມອບເຄື່ອງຊ່ວຍເຫລືອ ໃນ ຄັ້ງນີ້,
ໃນເບື້ອງຕົ້ນ ທາງທີມງານ ແມ່ນມີຈຸດປະສົງຍາກລົງມອຍໃຫ້ປະຊາຊົນ ຄົບທຸກບ້ານ ໃນ 5 ບ້ານ, ແຕ່ເນື່ອງຈາກສະພາບດິນຟ້າອາກາດບໍ່ອໍານວຍ ແລະ ເສັ້ນທາງກໍ່ຫຍຸ້ງຍາກ ພາຫານະເຂົ້າໄປບໍ່ເຖິງ ຈີ່ງໄດ້ຈັດພິທີມອບ ຢູ່ທີ່ເຂດບ້ານນໍ້າເໝັນ ແລະ ສ່ວນອີກ 4 ບ້ານ ແມ່ນໄດ້ມອບຜ່ານທ່ານນາຍບ້ານ ທັງ 4 ບ້ານ ເພື່ອນໍາສົ່ງຕໍ່ໄປມອບໃຫ້ແກ່ປະຊາຊົນ ພາຍໃນບ້ານຂອງຕົນຢ່າງທົ່ວເຖິງ. ການເຄື່ອນໄຫວມອບເຄື່ອງຊ່ວຍເຫລືອພໍ່ແມ່ປະຊາຊົນ ຂອງໂທລະພາບລາວສະຕາຣ ແລະ ຫວຍຂຸດສະແກັດແອນວິນ ຄັ້ງນີ້, ແມ່ນເປັນ ຄັ້ງທີ 3 ແລ້ວ ເຊີ່ງຄັ້ງທໍາອິດແມ່ນໄດ້ມອບຊ່ວຍເຫລືອຜູ້ປະສົບໄປນໍ້ຖ້ວມ ທີ່ເມືອງແກ່ນທ້າວ, ແຂວງໄຊຍະບູລີ, ຄັ້ງທີ 2 ໄດ້ມອບເຄື່ອງຊ່ວຍເຫລືອໄພນໍ້າຖ້ວມທີ່ເມືອງໄຊ, ແຂວງອຸດົມໄຊ ແລະ ຄັ້ງນີ້ເປັນຄັ້ງທີ 3 ທີ່ໄດ້ເດີນທາງມາມອບເຄື່ອງຊ່ວຍເຫລືອຕ້ານໄປຫນາວ ທີ່ເມືອງຫນອງແຮດ, ແຂວງຊຽງຂວາງ ແລະ ຄັ້ງຕໍ່ໄປ ທີມງານຍັງມີແຜນ ເຄື່ອນໄຫວ ໄປທາງເຂດພາກໄຕ້ ຂອງລາວ ໃນປີ 2018 ທີ່ຈະມາເຖິງນີ້
ສໍາລັບທ່ານໃດ ຫລື ຫ້າງຮ້ານ, ລວມທັງນິຕິບຸກຄົນ ທີ່ຕ້ອງການມີສ່ວນຮ່ວມສົມທົບທຶນບໍລິຈາກ ຫລື ເຄື່ອງນຸ່ງຮົມ, ອຸປະການການສຶກສາ, ອຸປະກອນການກິລາ ເພື່ອແບ່ງປັນຊ່ວຍເຫລືອສັງຄົມ ແມ່ນສາມາດເຂົ້າໄປເບີ່ງຂໍ້ມູນເພີ່ມຕື່ມ ໃນເຟສ ໂຄງການ (ປັນນໍ້າໃຈ ຊ່ວຍເຫລືອສັງຄົມ)
Editor: ກຳປານາດ ລັດຖະເຮົ້າ