ໃນວັນທີ 20 ທັນວາ 2017 ນີ້, ຢູ່ທີເດີນໂຣງຮຽນປະຖົມບ້ານຫ້ວຍໝໍ້ ເມືອງວັງວຽງ, ແຂວງວຽງຈັນ ໄດ້ຈັດພິທີປະກາດ 5 ບ້ານຄື: ບ້ານຫ້ວຍໝໍ້, ບ້ານງິ້ວ, ບ້ານໂພນວຽງ, ບ້ານຂັນໝາກ ແລະ ບ້ານໂພນສູງ ເປັນບ້ານວັດທະນະທຳແຫ່ງທີ 29, 30, 31, 32, 33 ຂອງເມືອງວັງວຽງ, ໃນພິທີດັ່ງກ່າວນີ້ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາຜ່ອງ ດວງວິໄລ ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆວັງວຽງ, ມີ ທ່ານ ສົມບຸນ ພີມມະສອນ ຫົວໜ້າຂະແໜງວັດທະນະທໍາ ພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວແຂວງວຽງຈັນ,ມີ ທ່ານ ບຸນມີ ພົມມະວົງສາ ກຳມະການພັກເມືອງ, ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງວັງວຽງ,ຫົວໜ້າຫ້ອງການອອ້ມຂ້າງ, ມີນາຍບ້ານທັງ 5 ບ້ານ, ມີອຳນາດການປົກຄອງບ້ານ, ພ້ອມດ້ວຍປະຊາຊົນເຂົ້າຮ່ວມ.
ທ່ານ ບຸນມີ ພົມມະວົງສາ ຫົວໜ້າຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງວັງວຽງ ໄດ້ໃຫ້ກຽດຂຶ້ນຜ່ານບົດປະເມີນການສ້າງຄອບຄົວ ແລະ ບ້ານວັດທະນະທໍາ ໂດຍປະຕິບັດຕາມຄຳສັ່ງແນະນຳເລກທີ 09/ກມສພ ວ່າດ້ວຍ: ການສ້າງບ້ານ ແລະ ກຸ່ມບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ; ຄຳສັ່ງແນະນຳເລກທີ 03/ກມສພວ່າດ້ວຍ: ການສ້າງບ້ານເປັນຫົວໜ່ວຍພັດທະນາ, ສ້າງບ້ານໃຫ່ຍໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ. ພາຍຫຼັງ ທີ່ຄະນະກໍາມະການສ້າງບ້ານວັດທະນະທໍາຂັ້ນເມືອງ ໄດ້ມີການກວດກາປະເມີນຜົນເຊິ່ງຜົນການກວດກາເຫັນວ່າ: ບ້ານຫ້ວຍໝໍ້, ບ້ານງິ້ວ, ບ້ານໂພນວຽງ, ບ້ານຂັນໝາກ ແລະ ບ້ານໂພນສູງ ມີເງື່ອນໄຂຄົບຖ້ວນຕາມ 5 ມາດຖານຂອງບ້ານວັດທະນະທຳ, ພາຍໃນ 5 ບ້ານມີການພັດທະນາດີ, ມີການເຄື່ອນໄຫວ ດ້ານວັດທະນະທຳ ມີການປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ ອັນດີງາມຂອງທ້ອງຖິ່ນກໍ່ຄືຂອງຊາດ, ລະບົບການຈັດຕັ້ງມີຄວາມເຂັ້ມແຂງເຊິ່ງສະແດງອອກ ຄື : ບ້ານຫວ້ຍໜໍ້: ສາມາດສ້າງບຸກຄົນວັດທະນາທໍາໄດ້ 1.184 ຄົນ ເທົ່າກັບ 95,10% ແລະ ສ້າງຄອບຄົວວັດທະນາທໍາ ທັງໝົດໄດ້ 209 ຄອບຄົວ ເທົ່າກັບ 88,93%, ບ້ານງິ້ວ: ສາມາດສ້າງບຸກຄົນວັດທະນາທໍາໄດ້ 339 ຄົນ, ເທົ່າກັບ 79% ແລະ ສ້າງຄອບຄົວວັດທະນາທໍາ ທັງໜົດໄດ້ 97 ຄອບຄົວເທົ່າກັບ 92%, ບ້ານໂພນວຽງ: ສາມາສ້າງບຸກຄົນວັດທະນາທໍາໄດ້ 1.025 ຄົນເທົ່າກັບ 98,18% ແລະ ສ້າງຄອບຄົວວັດທະນາທໍາທັງໝົດໄດ້ 224 ຄອບຄົວເທົ່າກັບ 95,31%, ບ້ານຂັນໝາກ: ສາມາດສ້າງບຸກຄົນວັດທະນາທໍາໄດ້ 1,144 ຄົນເທົ່າກັບ 81% ແລະ ສ້າງຄອບຄົວວັດທະນາທໍາທັງໝົດໄດ້ 243 ຄອບຄົວເທົ່າກັບ 90%, ບ້ານໂພນສູງ: ສາມາດສ້າງບຸກຄົນວັດທະນາທໍາໄດ້ 1,065 ຄົນ ເທົ່າກັບ 94,33% ແລະ ສ້າງຄອບຄົວວັດທະນທໍາທັງໝົດໄດ້ 208 ຄອບຄົວເທົ່າກັບ 82,53%.
ໃນພິທີ, ທ່ານ ສົມຫວັງ ລັດຕະນະວົງ ນາຍບ້ານໆຫ້ວຍໝໍ້ ໄດ້ຕ່າງໜ້າທັງ 5 ບ້ານ ໃຫ້ກຽດຂຶ້ນຜ່ານ ບົດສະຫຼຸບການເຄື່ອນໄຫວວຽກງານກໍ່ສ້າງບ້ານວັດທະນະທຳ ແລະ ທິດທາງແຜນການວ່າ: ໃນ 5 ບ້ານ ມີພົນລະເມືອງ ທັງໝົດ 5,246 ຄົນ,ຍິງ 2,600 ຄົນ, ຊົນເຜົ່າລາວລຸ່ມ ມີ 4,428 ຄົນ, ຍິງ 2.174 ຄົນ, ເຜົ່າກຶມມຸ ມີ 798 ຄົນ, ຍິງ 413 ຄົນ, ເຜົ່າມົ້ງ ມີ 20 ຄົນ, ຍິງ 13 ຄົນ, ມີ 66 ໝວ່ຍສາມັກຄີ, ປະຊາຊົນທັງ 5 ບ້ານດັ່ງກ່າວ ສ່ວນຫຼາຍແມ່ນຖຶຊາດສະໝາພຸດ ຈຸດພິເສດຂອງແຕ່ລະບ້ານແມ່ນມີເງື່ອນໄຂສະດວກທໍາການຜະລິດປູກເຂົ້າ, ລຽ້ງສັດ-ປູກຝັງ, ລຽ້ງປາ ແລະ ບໍລິການ - ຄ້າຂາຍ, ສາມາດຮັບປະກັນດ້ານສະບຽງອາຫານໃຫ້ກຸ້ມກິນ, ເຮືອນຊານບ້ານຊ່ອງຂອງປະຊາຊົນໄດ້ຮັບການປັບປຸງກໍ່ສ້າງຢ່າງແໝ້ນໝາຖາວອນ, ທັງ 5 ບ້ານ ມີເນື້ອທີ່ນາທັງໝົດ 223 ເຮັກຕາ, ສະມັດຕະພາບ 3-5 ໂຕນ ຕໍ່ເຮັກຕາ, ສະເລ່ຍໃສ່ຫົວຄົນໄດ້ຮັບເຂົ້າເປືອກ 400 ກີໂລຕໍ່ຄົນຕໍ່ປີ. ສະເລ່ຍລາຍຮັບ 1.100 ໂດລາຕໍ່ຄົນຕໍ່ປີ, ເທົ່າກັບ 8 ລ້ານ 8 ແສນກີບຕໍ່ຄົນຕໍ່ປີ, ແຜນອະນາຄົດ 5 ບ້ານແມ່ນຈະໄດ້ປັບປຸງເສດຖະກິດ, ວັດທະນະທໍາ-ສັງຄົມ ເຮັດໃຫ້ຊິວິດການເປັນຢູ່ ຂອງປະຊາຊົນນັບມື້ດີຂື້ນ, ສ້າງຄອບຄົວຕົວແບບດ້ານຕ່າງໆ ໃຫ້ຫຼາຍຂື້ນ, ສ້າງບ້ານໃຫ້ການເປັນບ້ານ 4 ສໍ ແລະ ຮັກສາມູນເຊື້ອບ້ານວັດທະນະທຳໃຫ້ຢືນຍົງ.
ຈາກນັ້ນກໍ່ໄດ້ມອບໃບຢັ້ງຢືນບ້ານວັດທະນະທໍາ ບ້ານຫ້ວຍໝໍ້, ບ້ານງິ້ວ, ບ້ານໂພນວຽງ, ບ້ານຂັນໝາກ ແລະ ບ້ານໂພນສູງ ເປັນບ້ານວັດທະນາທຳ ແຫ່ງທີ 29, 30, 31, 32, 33 ຂອງເມືອງວັງວຽງ ເປັນກຽດມອບໂດຍ ທ່ານ ຄຳຜ່ອງ ດວງວິໄລ ເຈົ້າເມືອງໆວັງວຽງ. ໃນຕອນທ້າຍພີທີທ່ານ ເຈົ້າເມືອງໆວັງວຽງໃຫ້ກຽດໂອລົມພ້ອມທັງເປີດແທມຜ້າ ແລະ ລັນຄອງ 9 ບາດ ເພື່ອເປັນສີລິມຸງຄຸນໃຫ້ແກ້ 5 ບ້ານທີ່ໄດ້ຮັບການປະກາດເປັນວັດທະນະທໍາໃຫມ່.
ແຫລ່ງຂ່າວທີມງານຂ່າວ ຈາກຫ້ອງການ ຖວທ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ