ສະມາຄົມນັກປະພັນລາວ ແລະ ວາລະສານວັນນະສິນ ຮ່ວມກັບ ຮ້ານໜອນໜັງສື, ໄດ້ຈັດງານເທສະການປື້ມ ປະຈໍາປີ 2017 ເພື່ອສົ່ງເສີມການອ່ານປື້ມ ໃນຫົວຂໍ້: “ ພັດທະນາຄວາມຮູ້ ສູ່ຄວາມສະແຫວງອ່ານ ”, ງານດັ່ງກ່າວໄດ້ຈັດຂື້ນທີ່ສູນການຄ້າໄອເຕັກມໍ ຊັ້ນ 6 ນະຄອນຫຼວງວຽງຈັນ, ໃນຕອນເຊົ້າວັນທີ 21 ທັນວາ 2017 ນີ້, ໂດຍເປັນກຽດຂອງ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດານັກປະພັນ, ນັກກາວີທີ່ມີຊື່ສຽງຂອງລາວ ແລະ ບັນດານັກພິມປື້ມຈໍາໜ່າຍ ແລະ ສື່ສິ່ງພິມຕ່າງໆ ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ.
ການຈັດງານເທດສະການປື້ ປະຈໍາປີ 2017ນີ້ ແມ່ນເພື່ອເປັນການສົ່ງເສີມການອ່ານ, ການຂຽນ, ການພີມຈໍາໜ່າຍ ສື່ສິ່ງພີມພາຍໃນປະເທດ , ເຮັດໃຫ້ງານດັ່ງກ່າວເປັນເວທີສົນທະນາ ການພົບປະແລກປ່ຽນ ລະຫວ່າງ ຜູ້ອ່ານ ແລະ ຜູ້ຂຽນ ເພື່ອສ້າງກິດຈະກໍາຕ່າງໆ ກ່ຽວກັບການອ່ານ, ການຂຽນ ບົດປະພັນວັນນະກໍາ ໂດຍໃຫ້ມວນຊົນໄດ້ມີສ່ວນຮ່ວມ ແລະ ໄດ້ມີຄວາມຮູ້ ຄວາມເຂົ້າໃຈກ່ຽວກັບປື້ມອ່ານ ໂດຍສະເພາະປື້ມວັນນະກໍາລາວ. ການຈັດເທສະການປຶ້ມ ປະຈໍາປີ 2017 ນີ້, ໃນຫົວຂໍ້: “ ພັດທະນາຄວາມຮູ້ ສູ່ຄວາມສະແຫວງອ່ານ ”, ໂດຍໄດ້ຈັດເປັນ 5 ວັນ, ເລີ່ມແຕ່ວັນທີ 21-25 ທັນວາ 2017 ທີ່ສູນການຄ້າໄອເຕັກມໍ ຊັ້ນ 6 ນະຄອນຫຼວງວຽງຈັນ. ພາຍໃນງານໄດ້ມີການວາງສະແດງປື້ມຈາກ 19 ຮ້ານປື້ມມີ, ນາວະນິຍາຍ, ເລື່ອງສັ້ນ, ບົດກອນ ແລະ ບົດອື່ນໆ. ນອກນັ້ນ, ຜູ້ເຂົ້າຮ່ວມໃນງານຍັງຈະມີໂອກາດໄດ້ຟັງຄວາມຄິດຄວາມເຫັນຈາກບັນດານັກປະພັນ, ນັກກາວີ, ນັກຈັດພິມ ແລະ ຜູ້ຈໍາໜ່າຍປື້ມ ແລະ ມີການສະແດງສິນລະປະວັນນະຄະດີ ເຊັ່ນ: ລະຄອນ, ລໍາ, ຮ້ອງເພງ, ຟ້ອນ, ການສະແດງແບບປື້ມ, ການອ່ານກາບກອນ, ການສະແດງກາຍະສິນ ແລະ ການໂຕ້ວາທີ ແລະ ລາຍການອື່ນໆກ່ຽວກັບການສົ່ງເສີມການອ່ານນໍາອີກ.
ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ກ່າວວ່າ: ການຈັດເທສະການປຶ້ມໃນມື້ນີ້, ແມ່ນເພື່ອນໍາເອົາສິ່ງໃໝ່ໆນໍາເອົາການສະຫຼຸບຈາກພຶດຕິກໍາຕົວຈິງຂອງການສ້າງສາພັດທະນາປະເທດຊາດ ແລະ ປະຫວັດສາດອັນຍາວນານຂອງລາວ, ແຕ່ລະຍຸກແຕ່ລະສະມາໄໝຮວບຮວມຂຽນເປັນປື້ມ ເພື່ອທີ່ຈະໃຫ້ພວກເຮົານັ້ນ ໄດ້ອ່ານ ຮຽນຮູ້ ເພື່ອພ້ອມກັນນໍາເອົາຄວາມຮູ້ດັ່ງກ່າວ ມາເປັນພູມປັນຍາ ໃນການສ້າງສາພັດທະນາປະເທດຊາດ ບ້ານເມືອງ ແລະ ຫວັງວ່າ, ການສົ່ງເສີມການອ່ານຄັ້ງນີ້ ຈະເປັນປະໂຫຍດໃຫ້ມວນຊົນຜູ້ມັກຮັກ ໃນການອ່ານ ເປັນຈໍານວນຫຼວງຫຼາຍ.
Editor: ກຳປານາດ ລັດຖະເຮົ້າ