"ກອງປະຊຸມວິຊາການວຽກງານຖະແຫຼງຂ່າວ-ສື່ມວນຊົນ ທົ່ວປະເທດ"
ໃນວັນທີ 12 ກໍລະກົດ 2016 ຢູ່ທີ່ຫ້ອງປະຊຸມ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມວິຊາການວຽກງານຖະແຫຼງຂ່າວ-ສື່ມວນຊົນທົ່ວປະເທດຂື້ນ ເພື່ອເສີມຂະຫຍາຍວຽກງານສື່ມວນຊົນຂອງລາວ ແລະ ພັດທະນາສື່ມວນຊົນລາວໃຫ້ມີຄຸນພາບ, ເປັນລະບົບ, ທັນສະໄໝ, ວ່ອງໄວ ແລະ ຊັດເຈນ. ໂດຍໃຫ້ກຽດເຂົ້າຮ່ວມຂອງ "ທ່ານ ສະຫວັນຄອນ ຣາຊະມຸນຕຣີ" ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນາະທໍາ ແລະ ທ່ອງທ່ຽວ, ມີຫົວໜ້າກົມສື່ມວນຊົນ, ຜູ້ອໍານວຍການ ແລະ ຫົວໜ້າບັນນາທິການ 18 ແຂວງ ເຂົ້າຮ່ວມ.
"ທ່ານ ສະຫວັນຄອນ ຣາຊະມຸນຕຣີ" ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: "ກອງປະຊຸມຄັ້ງນີ້, ແມ່ນເພື່ອເປັນການປຶກສາຫາລື ແລະ ສັງລວມເອົາບັນດາຜົນງານອັ້ນພົ້ນເດັ່ນ ໃນໄລຍະ 5 ປີ ຜ່ານມາ, ຈາກການຈັດຕັ້ງປະຕິບັດໄດ້ດີ, ຖອດຖອນເປັນບົດຮຽນ ແລະ ເສີມຂະຫຍາຍຕໍ່ໄປ". ທ່ານກ່າວອີກວ່າ: ໃນຍຸກໂລກາພິວັດ ເຕັກໂນໂລຊີການສື່ສານ ແມ່ນມີຄວາມວ່ອງໄວທັນສະໄໝ ແລະ ລາຄາຖືກລົງ, ເຊິ່ງເຮັດໃຫ້ການຊົມໃຊ້ ແລະ ກະຈາຍຂໍ້ມູນຂ່າວສານໄວ, ລວມທັງບັນດາເຄື່ອງມືສື່ສານພັດທະນາແບບກ້າວກະໂດດ, ເຫດການເກີດຂຶ້ນຢູ່ມຸມໂລກໃດໜຶ່ງ ບັນດາອົງການສື່ຕ່າງໆທັງທາງການ ແລະ ສື່ສັງຄົມ (ບຸກຄົນ) ແມ່ນໄດ້ນໍາສະເໜີຢ່າງທັນການ, ສະນັ້ນຕ້ອງໄດ້ສ້າງໃຫ້ສື່ມີຄວາມແຫຼມຄົມ ໂດຍສະເພາະການສ້າງພື້ນຖານຄວາມຮູ້ໃຫ້ນັກຂ່າວ, ນັກວິຊາການດ້ານສື່ມວນຊົນ ຕ້ອງຫັນເປັນມືອາຊີບ, ເປັນຊ່ຽວຊານລົງເລິກແຕ່ລະຂົງເຂດວຽກງານທີ່ຕົນຮັບຜິດຊອບ, ພ້ອມດຽວກັນນີ້ ພາກສ່ວນຂະແໜງການຕ່າງໆທີ່ກ່ຽວຂ້ອງ ຕ້ອງເປັນເຈົ້າການໃຫ້ຂໍ້ມູນຂ່າວສານ ແລະ ບໍ່ປະຕິເສດຕໍ່ການສໍາພາດ ແລະ ພ້ອມຖະແຫຼງຂ່າວການເຄື່ອນໄຫວວຽກງານຂອງຕົນ, ຜ່ານສື່ເພື່ອໃຫ້ສັງຄົມໄດ້ຮັບຮູ້.
ໂອກາດດຽວກັນ, "ທ່ານ ປິ່ນປາດຖະໜາ ພັນທະມາລີ" ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ກ່າວສະຫຼຸບຜົນງານທີ່ພົ້ນເດັ່ນຂອງວຽກງານຖະແຫຼງຂ່າວ-ສື່ມວນຊົນ ໃນໄລຍະ 5 ປີ ຜ່ານມາວ່າ: ສື່ມວນຊົນໄດ້ເຮັດບົດບາດໂຄສະນາເຫດການສໍາຄັນຄື: ປະກອບສ່ວນຢ່າງໃຫຍ່ຫຼວງໂຄສະນາເຜີຍແຜ່ເນື້ອໃນຈິດໃຈກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ແລະ ສ່ອງແສງໃຫ້ເຫັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງລັດ, ວຽກງານ 3 ສ້າງ, ຄຽງຄູ່ກັນນັ້ນໄດ້ໂຄສະນາແກ່ການກະກຽມໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 10 ຂອງພັກ. ສໍາລັບສື່ສິ່ງພິມຕ່າງໆ ແມ່ນໄດ້ເພີ່ມຂຶ້ນ 4 ສະບັບ, ວາລະສານ 30 ສະບັບ ແລະ ໃບຂ່າວ 1 ສະບັບ, ຮອດປີ 2015 ໄດ້ມີສື່ສິ່ງພິມທັງໝົດ 127 ສະບັບ, ໜັງສືພິມ 27 ສະບັບ. ໃນນັ້ນ, ມີໜັງສືພິມລາຍວັນ 11 ສະບັບ ແລະ ວາລະສານ ຈໍານວນ 100 ສະບັບ. ດ້ານສື່ເອເລັກໂຕຣນິກຂະແໜງວິທະຍຸກະຈາຍສຽງ ໃນປັດຈຸບັນທົ່ວປະເທດມີສະຖານີວິທະຍຸ ຈໍານວນ 63 ສະຖານີ. ໃນນັ້ນ, ຢູ່ສູນກາງ 11 ສະຖານີ, ຢູ່ແຂວງ 19 ສະຖານີ, ຢູ່ເມືອງ 33 ສະຖານີ, ເຊິ່ງສາມາດກະຈາຍສັນຍານຄຸມພື້ນທີ່ທົ່ວປະເທດໄດ້ປະມານ 95%.
ສໍາລັບຂະແໜງໂທລະພາບ, ປັດຈຸບັນໃນທົ່ວປະເທດມີສະຖານີໂທລະພາບ 37 ສະຖານີ. ໃນນັ້ນ, ຢູ່ສູນກາງ 9 ສະຖານນີ້, ຢູ່ແຂວງ 17 ສະຖານີ ແລະ ຢູ່ເມືອງ 11 ສະຖານີ, ເຊິ່ງກະຈາຍຈາກພື້ນດິນ ແລະ ສາມາດຄວບຄຸມພື້ນທີ່ທົ່ວປະເທດໄດ້ 80% ແລະ ສະຖານີໂທລະພາບສູນກາງ 6 ຊ່ອງ ໄດ້ກະຈາຍດາວທຽມ ທີ່ມີສັນຍານກວມເອົາ 100% ຂອງພື້ນທີ່ທົ່ວປະເທດ. ທັງນີ້ເພື່ອບັນລຸຈຸດປະສົງຂອງການພັດທະນາສື່ມວນຊົນລາວໃຫ້ມີຄຸນພາບ, ເປັນລະບົບ, ທັນສະໄໝ, ວອງໄວ, ຊັດເຈນ ແລະ ທັນເຫດການ ປະກອບມີ 6 ຍຸດທະສາດຄື: ພັດທະນາ ແລະ ປັບປຸງ ວັດຖຸອຸປະກອນເຕັກນິກວິທະຍຸ, ໂທລະພາບ ແລະ ສື່ສິ່ງພິມ ຈາກລະບົບອານາລັອກ ໄປສູ່ລະບົບ ດີຈີຕອນ ໃຫ້ເປັນລະບົບຄົບຊຸດ, ທັນສະໄໝ ແລະ ສາມາດເຊື່ອມໂຍງກັບສາກົນ.