ເມື່ອບໍ່ດົນມານີ້ ທີ່ສໍານັກງານປົກຄອງ ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະກໍາມະການແຫ່ງຊາດ ເພື່ອຄົນພິການ ແລະ ສູນພັດທະນາແມ່ຍິງພິການລາວ (ສພຍລ) ໄດ້ຈັດກອງປະຊຸມປິດໂຄງການປັບປຸງຊີວິດການເປັນຢູ່ຂອງຄົນພິການ ຂື້ນ ເພື່ອເປັນການລາຍງານຜົນໄດ້ຮັບຈາກການຊ່ວຍເຫລືອຂອງໂຄງການ CRS ແກ່ສູນພັດທະນາແມ່ຍີງພິການລາວ, ພ້ອມທັງສະຫລຸບຜົນໄດ້ຮັບຂອງການຈັດຕັ້ງປະຕິບັດ ໃນການປັບປຸງຄຸນນະພາບຊີວິດ-ການເປັນຂອງຄົນພິການ ໃນເຂດເມືອງຫາດຊາຍຟອງ, ການຮ່ວມມື ແລະ ຄາດຫມາຍຕ່າງໆ.
ໃນກອງປະຊຸມ ດັ່ງກ່າວ ເຂົ້າຮ່ວມມີ ທ່ານ ແສງອາລຸນ ຫລວງລາດ ຮອງຫົວຫນ້າກົມນະໂຍບາຍຕໍ່ຜູ້ມີຜົນງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີ ທ່ານ ສຸກສະຫວັນ ບຸດຕະວົງ ຮອງເຈົ້າເມືອງຫາດຊາຍຟອງ. ມີທ່ານຫົວຫນ້າສູນພັດທະນາແມ່ຍິງພິການລາວ, ຮອງສູນ, ຫົວຫນ້າຫນ່ວຍງານ, ຫົວຫນ້າກຸ່ມ, ຫົວຫນ້າຈຸ. ຜູ້ຕາງຫນ້າໃຫ້ທຶນ. ຄູ່ຮ່ວມງານ ແລະ ບັນດາສະມາຊິກເອື້ອຍນ້ອງແມ່ຍິງພາຍໃນສູນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂຄງການປັບປຸງຊີວິດການເປັນຢູ່ຂອງຄົນພິການ ທີ່ເມືອງຫາດຊາຍຟອງ ແມ່ນມີຈຸດປະສົງ ເພື່ອເຮັດໃຫ້ຜູ້ພິການ ຫລື ຄົນພິການ ໃນເຂດເມືອງຫາດຊາຍຟອງ ໄດ້ຮັບການອົບຮົມເພີ່ມຄວາມຮູ້-ຄວາມສາມາດ ແລະ ມີວຽກເຮັດງານທໍາ ທີ່ຫນັ້ນຄົງ ໂດຍແນໃສ່ໃຫ້ຄົນພິການ ໄດ້ມີກຸ່ມຜະລິດ ຢູ່ພາຍໃນບ້ານຕ່າງໆ ໃນຂອບເຂດເມືອງຫາດຊາຍຟອງ ທັງນີ້ກໍ່ເພື່ອສ້າງລາຍຮັບ-ລາຍໄດ້ ເພື່ອເຮັດໃຫ້ເຂົ້າເລົ່ານັ້ນ ໄດ້ສາມາດຊ່ວຍເຫລືອຕົນເອງ ກຸ້ມຕົນເອງ ແລະ ຫລຸດຜ່ອນຄວາມຫຍຸ້ງຍາກໃນຄອບຄົວ. ເປົ້າຫມາຍໂຄງການດັ່ງກ່າວ ແນ່ໃນກຸ່ມຄົນພິການພາຍໃນເມືອງຫາດຊາຍໂອງ, ຄອບຄົວຂອງຜູ້ພິການ, ຊາວຫນຸ່ມ ທີ່ບໍ່ມີວຽກເຮັດງານທໍາ ຫລື ຄອບຄົວທີ່ທຸກຍາກ ຕ່າງໆ. ບົດຮຽນທີ່ສາມາດຖອດຖອນໄດ້ໃນໄລຍະ 1 ປີຜ່ານມາ ໂຄງການີ້ໄດ້ເຮັດໃຫ້ຄົນພິການ 3 ກຸ່ມ ໃນເມືອງຫາດຊາຍຟອງ ໄດ້ມີຄວາມຮູ້-ຄວາມສາມາດ ດ້ານການຜະລິດເຕົາປະຢັດ ແລະ ມີວຽກເຮັດງານທໍາ, ເຮັດໃຫ້ມີກຸ່ມຜະລິດເຕົາປະຢັດ ເກີດຂື້ນ 1 ກຸ່ມ ທີ່ບ້ານທ່າພະ ເຊິ່ງການຈັດຕັ້ງປະຕິບັດງານຜ່ານມາ ໄດ້ເຮັດໃຫ້ສູນພັດທະນາແມ່ຍິງພິການລາວ ແລະ ອໍານາດການປົກຄອງເມືອງ, ບ້ານ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງບົດບາດເຊີ່ງກັນ ແລະ ກັນ ໃນວຽກງານພັດທະນາຄົນພິການ, ພ້ອມກັນນີ້ ໂຄງການ ຍັງໄດ້ເຮັດໃຫ້ທີມງານຮັບຜິດຊອບ ໄດ້ຮັບຮູ້ ແລະ ເຂົ້າເຖິງປະສົບການ ເຖິງການວາງແຜນວຽກງານ, ການຈັດຕັ້ງປະຕິບັດຕົວຈິງ, ການລາຍງານວຽກ, ການເຮັດວຽກຮ່ວມກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ທີ່ເປັນສະມາຊິກ ແລະ ຜູ້ໃຫ້ທຶນ ລວມທັງຄູ່ຮ່ວມງານ.
Editor: ກຳປານາດ ລັດຖະເຮົ້າ