ໃນວັນທີ 20 ທັນວາ 2017 ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ຮ່ວມກັບ ທີມນັກຄົ້ນຄົ້ວຈາກ ມະຫາວິທະຍາໄລ ອີວາ ແຫ່ງປະເທດເກົາຫລີ ໄດ້ຈັດກອງປະຊຸມສໍາມະນາ ໃນການສ້າງຄວາມເຂັ້ມແຂງ ໃຫ້ຄູ - ອາຈານ ກ່ຽວກັບການອົບຮົມວຽກງານ ຮັກສາສຸຂະພາບແບບເຊື່ອມສານ ແລະ ການເສີມສ້າງຄວາມເຂັ້ມແຂງທາງດ້ານສຸຂະພາບ ໃຫ້ແກ່ເດັກຍິງ ໃນ ສປປ ລາວ, ໂດຍການຮ່ວມເປັນປະທານຂອງ ທ່ານ ວັນພະນອມ ສີຈະເລີນ ຄະນະບໍດີ ຄະນະຫຼັງມະຫາວິທະຍາໄລ ມະຫາວິທະຍາໄລວິທະຍາສາດ ສຸຂະພາບ ແລະ ຜູ້ຕາງຫນ້າຈາກ ທີມນັກຄົ້ນຄົ້ວຈາກ ມະຫາວິທະຍາໄລ ອີວາ ພ້ອມດ້ວຍຄະນະ ແລະ ພາກສາວນກ່ຽວຂ້ອງເຂົ້າຮ່ວມ.
ການສໍາມະນາຄັ້ງນີ້ແມ່ນ ເພື່ອສ້າງຄວາມເຂົ້າໃຈແກ່ບັນດາອາຈານ ກ່ຽວກັບການອົບຮົມ ໃຫ້ແກ່ເດັກຍິງ ກ່ຽວກັບ ການຮັກສາສຸຂະພາບແບບເຊື່ອມສານ ແລະ ການເສີມສ້າງຄວາມເຂັ້ມແຂງທາງດ້ານສຸຂະພາບໃຫ້ແກ່ເດັກຍິງ ໃນ ສປປ ລາວ ຊຶ່ງຈະເນັ້ນໃສ່ 8 ອົງປະກອບເຊັ່ນ: ດ້ານໂພສະນາການ, ດ້ານສິ່ງແວດລ້ອມ, ການພົວພັນທາງສັງຄົມ, ກິດຈະກໍາທາດ້ານຮ່າງກາຍ, ພຶດຕິກໍາສຸຂະພາບ, ຂໍ້ມູນສຸຂະພາບ ແລະ ການໃຫ້ບໍລິການ, ເພດ - ວິຖີທາງເພດ ແລະ ສຸຂະພາຈະເລີນພັນ, ນອກນັ້ນ,ຜູ້ເຂົ້າຮ່ວມການອົບຮົມ ຍັງໄດ້ຮັບຟັງ ຂໍ້ມູນການຄົ້ນຄົ້ວ ກ່ຽວກັບ ບັນຫາສຸຂະພາບຂອງເດັກຍິງ ໃນ ສປປ ລາວ ເພື່ອເຮັດໃຫ້ ອາຈານ ທີ່ເຂົ້າຮ່ວມການຝຶກອົບຮົມຄັ້ງນີ້ ກ້າວໄປເປັນຜູ້ຊ່ຽວຊານທາງດ້ານການໃຫ້ຄໍາປຶກສາ ສຸຂະພາບເດັກຍິງ ແລະສືບຕໍ່ເຜີຍແຜ່ຂໍ້ມູນດັ່ງກ່າວ ໃນອານາຄົດ ເຊີ່ງກອງປະຊຸມສໍາມະນາດັ່ງກ່າວແມ່ນໄດ້ຈັດຂື້ນທີ່ໂຮງແຮມວຽງຈັນ ພາຊາ, ນະຄອນຫລວງວຽງຈັນ.
Editor: ກຳປານາດ ລັດຖະເຮົ້າ