ເມື່ອບໍ່ດົນມານີ້ ທີ່ສູນກາງຊາວຫນຸ່ມ ປະຊາຊົນ ປະຕິວັດລາວ ນະຄອນຫລວງວຽງຈັນ ກະຊວງສາທາລະນະສຸກ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ, ສູນກາງຊາວຫນຸ່ມ ປະຊາຊົນ ປະຕິວັດລາວ ລວມທັງພາກສ່ວນຫນ່ວຍງານ, ສູນທີ່ເຮັດວຽກກ່ຽວກັບພະຍາດເອດ ໄດ້ຈັດງານສະເຫລີມສະຫລອງວັນສາກົນຕ້ານເອດ ປະຈໍາປີ 2017 ຂື້ນ ເຊີ່ງພາຍໃນງານຄັ້ງນີ້ ໄດ້ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ພ້ອມນີ້ ຍັງມີຜູ້ຕາງຫນ້າ ຈາກອົງການສະຫະປະຊາຊາດ. ອົງການ ຍູເອດ ປະຈໍາ ສປປ ລາວ, ເຂົ້າຮ່ວມມີຫົວຫນ້າກົມ, ຫົວຫນ້າພະແນກ, ບັນດາສະມາຊິກຊາວຫນຸ່ມ, ພະນັກງານທະຫານ-ຕໍາຫລວດ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ ເປັນຈໍານວນຫລວງຫລາຍ.
ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ວັນທີ 1 ທັນວາ ຂອງທຸກໆປີ ແມ່ນວັນສາກົນຕ້ານເອດ ແລະ ບັນດາປະເທດໃນໂລກ ໄດ້ພ້ອມກັນສ້າງຂະບວນການລະນຶກເຖິງວັນດັ່ງກ່າວ ແລະ ພ້ອມກັນໂຄສະນາ, ໃຫ້ຂໍ້ມູນຂ່າວສານກ່ຽວກັບ ເຊື້ອ ເຮສໄອວີ ແລະ ພະຍາດເອດ. ທັງເປັນວັນທີ່ບັນດາປະເທດໃນໂລກ ໄດ້ພ້ອມກັນປຸກລະດົມຂົນຂວາຍໃຫ້ສັງຄົມ-ຊຸມຊົນ ແລະ ທຸກໆຄົນໃນໂລກ ໄດ້ຮ່ວມແຮງຮ່ວມໃຈກັນ ປະກອບສ່ວນເຂົ້າໃນການຕອບໂຕ້ຕໍ່ເຊື້ອເຮສໄອວີ ແລະ ພະຍາດເອດ, ເພີ່ມທະວີຄວາມສາມັກຄີ ແລະ ຊຸກຍູ້ການຊ່ວຍເຫລືອ ຜູ້ທີ່ຕິດເຊື້ອ ແລະ ຜູ້ເປັນພະຍາດເອດ ໃຫ້ພວກເຂົາໄດ້ດໍາລົງຊີວິດໃນສັງຄົມ ຢ່າງສະ ເໝີພາບ ໂດບບໍ່ມີການຈໍາແນກ, ບໍ່ມີການລັງກຽດ ແລະ ເຂົ້າເຖິງການບໍລິການສຸຂະພາບ ແບບຄືກັບທຸກໆຄົນ. ດັ່ງຄໍາຂວັນຂອງວັນສາກົນຕ້ານເອດ ປີ 2017 ທີ່ວ່າ: ທຸກຄົນມີສິດເຂົ້າຮັບການບໍລິການສຸຂະພາບ.
ທ່ານ ລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວຕື່ມວ່າ: ເຊື້ອເຮສໄອວີ ແລະ ພະຍາດເອດ ເປັນໄພຂົ່ມຂູ່ສຸຂະພາບ ແລະ ຊີວິດປະຊາຊົນໃນໂລກ ມາຈົນເທົ່າທູກມື້ນີ້, ເລີ່ມແຕ່ມີການລະບາດຂອງເຊື້ອ ເຮສໄອວີ ມາຮອດປະຈຸບັນ ທົ່ວໂລກມີຜູ້ຕິດເຊື້ອ ທັງໝົດ 76 ລ້ານກວ່າຄົນ ແລະ ເສຍຊີວິດໄປແລ້ວ 35 ລ້ານຄົນ. ສໍາລັບ ສປປ ລາວເຮົາ ເລີ່ມແຕ່ປີ 1990 ມາຮອດ 6 ເດືອນຕົ້ນປີ 2017 ມີຜູ້ຕິດເຊື້ອເຮສໄອວີ ທັງໝົດ 10,134 ຄົນ ແລະ ເປັນພະຍາດເອດ 5,223 ຄົນ ແລະ ເສຍຊີວິດ 1,923 ຄົນ. ສະເພາະ 6 ເດືອນ ຂອງປີ 2017 ມີຜູ້ຕິດເຊື້ອ 723 ຄົນ, ເປັນພະຍາດເອດ 179 ຄົນ ແລະ ເສຍຊີວິດ 62 ຄົນ.
ໃນນັ້ນ ຜູ້ໃຫຍ່ອາຍຸ ລະຫວ່າງ 15-45 ປີ ຕິດເຊື້ອ 91 ສ່ວນຮ້ອຍ, ຜູ້ໃຫຍ່ອາຍຸຫລາຍກວ່າ 50 ຂື້ນໄປ ຕິດເຊື້ອ 5 ຈຸດ 1 ສ່ວນຮ້ອຍ, ແລະ ເດັກນ້ອຍອາຍຸຕໍາກວ່າ 15 ປີ ຕິດເຊື້ອ 3 ຈຸດ 7 ສ່ວນຮ້ອຍ. ສປປ ລາວ ເປັນປະເທດທີ່ມີອັດຕາການຕິດເຊື້ອ ເຮສໄອວີ ຕໍ່າກໍ່ຕາມ ຄື: 0,29 ສ່ວນຮ້ອຍ ໃນກຸ່ມປະຊາກອນ ອາຍຸ 15-49 ປີ ແຕ່ອັດຕາການຕິດເຊື້ອພະຍາດທາງເພດສໍາພັນ ເຫັນວ່າ ຍັງສູງຫລາຍ ແລະ ຍັງມີຫລາຍປັດໄຈ ທີ່ຈະກໍ່ໃຫ້ເກີດການເຜີຍລະບາດຂອງເຊື້ອເຮສໄອວີ ໃນອະນາຄົດ ຖ້າຫາກບໍ່ມີມາດຕະການໃນການປ້ອງກັນ. ອີກຢ່າງຫນຶ່ງແມ່ນຈະຕ້ອງສູ່ຊົນໃນການຈັດຕັ້ງປະຕິບັດ ໃຫ້ບັນລຸເປົ້າຫມາຍເລັ່ງລັດ 90-90-90 ໃຫ້ໄດ້ໃນປີ 2020 ຫມາຍຄວາມວ່າ:
90 ສ່ວນຮ້ອຍ ຜູ້ທີ່ມີຄວາມສ່ຽງຈະຕ້ອງໄດ້ຮັບການກວດເລຶອດຫາການຕິດເຊື້ອ ເຮສໄອວີ ແລະ ຮູ້ສະຖານະພາບຂອງການຕິດເຊື້ອ
90 ສ່ວນຮ້ອຍ ຜູ້ທີ່ກວດເລືອດ ແລະ ຕິດເຊື້ອເຮສໄອວີ ແມ່ນຈະຕ້ອງໄດ້ຮັບການປິ່ນປົວ
90 ສ່ວນຮ້ອຍ ຜູ້ທີ່ປິ້ນປົວ ຈະຕ້ອງມີຈໍານວນເຊື້ອເຮສໄອວີ ຕໍ່າກວ່າ 250 ( ປິ່ນປົວດີ ) ເຊີ່ງມາໃນປະຈຸບັນແມ່ນປະຕິບັດໄດ້ພຽງ 65-62-78 ເທົ່ານັ້ນ.
Editor: ກຳປານາດ ລັດຖະເຮົ້າ