ໃນວັນທີ 18 ທັນວາ ຜ່ານມານີ້, ທ່ານ ປອ ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທັງເປັນປະທານກວດກາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ກຽດເຂົ້າຮ່ວມ ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ວຽກງານກວດກາ ປະຈຳປີ 2017 ແລະ ທິດທາງແຜນການ ປີ 2018, ມີບັນພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ພະນັກງານຮັບຜິດຊອບວຽກງານກວດກາແຂວງ, ແຂກຖືກເຊິນ ແລະ ພະນັກງານຫຼັກແຫຼ່ງພະນັກງານກົມເຂົ້າຮ່ວມ ທ່ານ ສອນໄຊ ໃບຍະວົງ ຮອງຫົວໜ້າກົມກວດກາ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວຂອງກົມ ໄລຍະ 1 ປີ ຜ່ານມາ ສົກປີ 2017 ແລະ ທິດທາງວາງແຜນການປີ 2018 ວ່າ: ຄະນະກົມກວດກາ ໄດ້ເອົາໃຈໃສ່ ແລະ ຖືສຳຄັນວຽກງານສຶກສາອົບຮົມການເມືອງ-ແນວຄິດ ຂອງພະນັກງານ-ລັດຖະກອນ ໂດຍໄດ້ດຳເນີນດ້ວຍຫຼາຍເນື້ອໃນ, ຫຼາຍຮູບແບບຫຼາຍວິທີເຊັ່ນ: ນໍາພາພະນັກງານ-ລັດຖະກອນ ເຂົ້າຮ່ວມກອງປະຊຸມເຜີບແຜ່ເຊື່ອມຊຶມເອກະສານສຳຄັນຕ່າງໆຂອງພັກ ແລະ ລັດ, ເຂົ້າຮ່ວມຮັບຟັງການປາຖະກະຖາ ເລົ່າມູນເຊື້ອວັນສຳຄັນຕ່າງໆຂອງຊາດ ແລະ ຂອງພັກຢ່າງເປັນປົກກະຕິ, ເຮັດໃຫ້ສະພາບແນວຂອງພະນັກງານ-ລັດຖະກອນ ພາຍໃນກົມກວດກາ ມີຄວາມສະຫງົບອຸ່ນອ່ຽນ-ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ.
ທິດທາງແຜນການຕໍ່ໜ້າ ຄະນະກົມກວດກາ ຈະສືບຕໍ່ຄົ້ນຄວ້າເຊື່ອມຊຶມກໍາແໜ້ນຢ່າງເລິກເຊິ່ງ ບັນດາທິດທາງ, ຄາດໝາຍສູ້ຊົນ ແລະ ແຜນການຄາດຄະເນ ປີ 2018, ຖືເອົາວຽກງານນີ້ເປັນໜ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງເປັນແຕ່ລະໄລຍະ, ວຽກງານກວດກາແມ່ນຕ້ອງໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ປະເມີນຜົນສ້າງ ໜ່ວຍພັກແຂງຮູ້ນຳພາຮອບດ້ານ ຂອງຂະແໜງການຕ່າງໆ ນັບແຕ່ສູນກາງຈົນຮອດທ້ອງຖິ່ນ, ຕ້ອງເປັນເຈົ້າການຫັນເປັນແຜນການ, ແຜນງານ ແລະ ກິດຈະກຳລະອຽດຂອງຕົນ ແລະ ແບ່ງຄວາມຮັບຜິດຊອບໃຫ້ໝູ່ຄະນະຢ່າງຈະແຈ້ງ ເພື່ອຊີ່ນຳໆພາ, ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງຕົນເປັນແຕ່ໄລຍະ ໃຫ້ປະກົດຜົນເປັນຈິງ ແລະ ສືບຕໍ່ການຈັດຕັ້ງປະຕິບັດຕົວຈິງຕ້ອງມີການສະຫຼຸບລາຍງານ ແລະ ຖອດຖອນບົດຮຽນປະຈຳ ເພື່ອສົ່ງເສີມຂະຫຍາຍດ້ານຕັ້ງໜ້າ ແລະ ພ້ອມກັນແກ້ໄຂດ້ານຂໍ້ຄົງຄ້າງໃຫ້ທັນເວລາ.
Editor: ດາວໄຊ ສີວິໄລ