ປະຕິິທິນ ປີ 2018 ແມ່ນພາກສ່ວນໜຶ່ງໃນການສື່ສານ ທາງນິຕິກຳ ເຊັ່ນ: ກົດໝາຍ, ດຳລັດ ແລະ ບົດບາດແນະນຳ ໃນຂົງເຂດທີ່ດິນ, ປ່າໄມ້, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ບົດບາດ ຍິງ-ຊາຍ ແລະ ສົນທິສັນຍາ ເພື່ອໃຫ້ຊາວບ້ານເຂົ້າເຖິງຂໍ້ມູນຂ່າວສານດັ່ງກ່າວ, ຮັບຮູ້ການປົກປ້ອງສິດທິຜົນປະໂຫຍດຂອງຕົນ ເຊິ່ງຫົວຂໍ້ຫຼັກແຕ່ລະໜ້າຂອງປະຕິທິນ ມີເນື້ອໃນທີ່ສາມາດນຳໃຊ້ກົດໝາຍ ແລະ ເຂົ້າໃຈງ່າຍເຫມາະສົມກັບປະຊາຊົນ ໃນແຕ່ລະທ້ອງຖິ່ນທົ່ວປະເທດ.
ຈຸດປະສົງ ແມ່ນເພື່ອເຜີຍແຜ່ຂໍ້ມູນພື້ນຖານທາງດ້ານກົດໝາຍ ໂດຍອີງໃສ່ນິຕິກຳຕ່າງໆ ສົ່ງເສີມໃຫ້ ປະຊາຊົນ ແລະ ທຸກພາກສ່ວນໄດ້ມີສ່ວນຮ່ວມໃນການພັດທະນາແບບຍືນຍົງ. ປະກອບສ່ວນໂຄສະນາເຜີຍແຜ່ ບັນດາລະບຽບການ, ຂໍ້ກຳນົດ ແລະ ກົດໝາຍ ທີ່ ພັກ ແລະ ລັດຖະບານໄດ້ວາງອອກ ໃຫ້ປາຊາຊົນຮັບຮູ້, ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງຕັ້ງໜ້າ. (ອີງຕາມ ມາດຕາ 6 ຂອງລັດຖະທຳມະນູນ). ຊ່ວຍຫຼຸດຜ່ອນການເຂົ້າໃຈຜິດ ຫຼື ຂໍ້ຂັດແຍ່ງ ຊຶ່ງອາດເກີດຂື້ນ ລະຫວ່າງ ນັກລົງທຶນຕ່າງປະເທດ ແລະ ຊຸມຊົນທ້ອງຖິ່ນ ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາຕ່າງໆ. ສ້າງຄວາມຮັບຮູ້ ແລະ ເຂົ້າໃຈແຈ້ງ ໃຫ້ກັບຊຸມຊົນທ້ອງຖິ່ນ ກ່ຽວກັບສິດ ແລະ ພັນທະຂອງຕົນ ທີ່ລະບຽບກົດໜາຍທີ່ໄດ້ກຳນົດໄວ້ ຊຶ່ງພົວພັນກັບທີ່ດິນ ແລະ ຊັບພະຍາກອນທຳມະຊາດທີ່ຕົນເອງຄອບຄອງ ແລະ ນຳໃຊ້ຢູ່.
Editor: ດາວໄຊ ສີວິໄລ