ທ່ານ ຄຳຜ່ານ ສີລາວີ ຮັກສາການຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ໄດ້ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ໃນປີ 2017 ຜ່ານມາ, ແຂວງສາລະວັນ ສາມາດສົ່ງອອກ ແລະ ນຳເຂົ້າສິນຄ້າ ໄດ້ໃນມູນຄ່າ 501,78 ຕື້ກີບ, ໃນນັ້ນ ການສົ່ງອອກ ສາມາດປະຕິບັດໄດ້ 289,56 ຕື້ກີບ ທຽບໃສ່ໃນໄລຍະດຽວສົກປີຜ່ານມາ ເພີ່ມຂຶ້ນ 6,68% ແລະ ລື່ນແຜນການທີ່ວາງໄວ້ 9,91%, ປະເພດສິນຄ້າສົ່ງອອກ ສ່ວນໃຫຍ່ແມ່ນ ສິນຄ້າກະສິກຳ,ຜະລິດຕະພັນໄມ້ສຳເລັດຮູບ ແລະ ສິນຄ້າເຄື່ອງປ່າຂອງດົງ-ເຫລັກເສດ ເຊິ່ງຕະຫລາດສົ່ງອອກແມ່ນ ປະເທດໄທ ແລະ ສສ ຫວຽດນາມ.
ສຳລັບ ສິນຄ້ານຳເຂົ້າ ປະຕິບັດໄດ້ 212,21 ຕື້ກີບ ທຽບໃສ່ປີ ຜ່ານມາເພີ່ມຂຶ້ນ 26,34%, ສ່ວນໃຫຍ່ແມ່ນເຄື່ອງເຕັກນິກຮັບໃຊ້ກະສິກຳ, ເຄື່ອງອາໄຫລ່, ກົນຈັກ, ເຄື່ອງໄຟຟ້າ ແລະ ເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງ.
ພ້ອມດຽວກັນນັ້ນ ຄາດໝາຍສູ້ຊົນໃນປີ 2018 ແມ່ນຈະບຸກບືນ ສູ້ຊົນເຮັດໃຫ້ມູນຄ່າ ການນຳເຂົ້າ-ສົ່ງອອກ ບັນລຸໄດ້ 373,19 ຕື້ກີບ, ໃນນັ້ນ ການສົ່ງອອກໃຫ້ໄດ້ 271,35 ຕື້ກີບ ແລະ ການນຳເຂົ້າໃຫ້ໄດ້ 101,84 ຕື້ກີບ, ສືບຕໍ່ບຸກທະລຸດ້ານກົນໄກ, ລະບອບລະບຽບການ ເພື່ອເອື້ອອຳນວຍຄວາມສະດວກ ໃຫ້ແກ່ການເຄື່ອນຍ້າຍ ສິນຄ້າຢ່າງເສລີ, ຕັດຂອດຂັ້ນທີ່ບໍ່ຈໍາເປັນ ແນໃສ່ຫລຸດຜ່ອນ ຕົ້ນທຶນຂອງຜູ້ປະກອບການ ໂດຍສະເພາະ ສຸມໃສ່ຜັນຂະຫຍາຍນະໂຍບາຍ 3 ເປີດ ຂອງລັດຖະບານວາງໄວ້ ໃຫ້ປະກົດ ຜົນເປັນຈິງ.
Editor: ດາວໄຊ ສີວິໄລ