ການເປັນເຈົ້າພາບຈັດກອງປະຊຸມເຟີນີເຈີອາຊຽນ ຫຼື (AFIC) ຄັ້ງທີ 35 ຂອງ ສປປ ລາວ ທີ່ຫາກໍ່ສຳເລັດລົງໃນວັນທີ 11 ພະຈິກ2017 ທີ່ນະຄອນຫຼວງວຽງຈັນ ມັນໄດ້ນຳຜົນປະໂຫຍດຫຼາຍຢ່າງມາສູ່ວົງການເຟີນີເຈີລາວ ໂດຍສະເພາະ ແມ່ນການສ້າງມາດຖານ, ເງືຶ່ອນໄຂ ການຜະລິດສິນຄ້າໄປຕ່າງປະເທດ ລວມທັງ ການສ້າງຢີ້ຫໍ່ (ເຄື່ອງຫມາຍສິນຄ້າ) ທີ່ເຮັດໃຫ້ສິນຄ້າ ເປັນທີ່ຈັບໃຈຂອງຜູ້ຊົມໃຊ້.
ໃນໄລຍະຜ່ານມາ ຕ້ອງຍອມຮັບວ່າຕະຫຼາດຈໍາໜ່າຍເຟີນີເຈີຄຸນນະພາບຂອງລາວ ເປັນທີ່ຮັບຮູ້ກັນຢ່າງກວ້າງຂວາງ ເພາະຢູ່ບັນດາແຂວງຕ່າງໆ ກໍ່ມີຜູ້ປະກອບການຂອງເຂົາເຈົ້າເອງ ແຕ່ວ່າຈະຊອກຫາຢີ້ຫໍ່ ຫລື (ເຄື່ອງຫມາຍສິນຄ້າ) ກໍ່ຍັງໜ້ອຍ ສະນັ້ນ ໃນຈຸດນີ້ ທ່ານ ກອງມາລາ ພົມມາໄລ, ຮອງປະທານສະມາຄົມເຟີນີເຈີລາວ, ອຳນວຍການ ໂຮງງານເຄແອນບີ ເຟີນິເຈີ້ ເນັ້ນໜັກເປັນຫຼັກ ເພື່ອຫວັງສ້າງຊື້ສຽງໃຫ້ສິນຄ້າຂອງຕົນ ທັງພາຍໃນ ແລະ ພິເສດແມ່ນຕະຫຼາດຕ່າງປະເທດ. ໃນງານຖະແຫຼງຂ່າວກຽມຈັດງານວາງສະແດງເຟິນິເຈີ ໄມ້ລາວ ຄັ້ງທີ 4 ທ່ານ ກອງມາລາ ພົມມາໄລ ໃຫ້ຮູ້ວ່າ: ປັດຈຸບັນ ເຟີນີເຈີລາວ ທີ່ນໍາໃຊ້ໄມ້ຄຸນນະພາບ ພວມເປັນສິ່ງທ້າທາຍ ໂດຍສະເພາະແມ່ນສິນຄ້າ ຂ້ອນຂ້າງຄ້າຍໆຄືກັນ ມີການຜະລິດແບບຊໍ້າກັນ ເຮັດໃຫ້ຄວາມຫຼາກຫຼາຍ ຂອງສິນຄ້າຫຼຸດລົງ ພ້ອມດຽວກັນນັ້ນ ເຮັດໃຫ້ລູກຄ້າເລືອກບໍ່ຖືກວ່າ ສິນຄ້າມາຈາກໂຮງງານໃດ. ສະນັ້ນ ໃນຈຸດທີ່ກ່າວມາຂ້າງເທິງ ຈຶ່ງເລັງເຫັນໂອກາດ ສ້າງຢີ້ຫໍ່ເປັນຂອງຕົນເອງ ທີ່ເນັ້ນຄວາມເປັນເອກະລັກ, ຄວາມທັນສະໄໝ, ສວຍງາມ, ມີຮູບແບບຫຼາກຫຼາຍ ສີສັນ ເພື່ອເປັນທາງເລືອກໃຫ້ຜູ້ຊົມໃຊ້.
ກ່ອນຈະເຮັດໄດ້ຄືແນວນັ້ນ ເຈົ້າຂອງສິນຄ້າ ຕ້ອງໄດ້ຊອກຮູ້ - ສືກສາ ທິດທາງຂອງຕະຫຼາດ , ທັດສະນະສຶກສາ ລວມທັງວາງນະໂຍບາຍໃນການໂຄສະນາສິນຄ້າເປັນແຕ່ໄລຍະ ບໍ່ວ່າຈະເປັນທາງໂທລະພາບ, ວິທະຍຸ, ໜັງສືພິມ, ໃບປິວໃນງານຕ່າງໆ ແລະ ທີ່ສຳຄັນການນຳສິນຄ້າໄປວາງສະແດງໂຊ ແລະ ອື່ນໆ.
ໂຮງງານ ເຄແອນບີ ເຟີນິເຈີ ປັດຈຸບັນກຽມສິນຄ້າ 150 ລາຍການ ເພື່ອເຂົ້າຮ່ວມງານວາງສະແດງສິນຄ້າເຟີນີ້ເຈີ ໄມ້ລາວ ຄັ້ງທີ 4 ໃນລະຫວ່າງວັນທີ 13 – 21 ມັງກອນ 2018 ທີ່ສູນກາຄ້າ ລາວໄອເຕັກ ນະຄອນຫຼວງວຽງຈັນ.
Editor: ຕະວັນ ແສງສະຫວັນ