ໃນວັນທີ 5 ກໍລະກົດ 2016 ຜ່ານມານີ້ ຢູ່ທີ່ ໂຮງຮຽນມັດທະຍົມສົມບູນນາຄວາຍ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີການເຄື່ອນໄຫວກິດຈະກຳຂອງອາສາສະໝັກຊາວໜຸ່ມນະຄອນຫຼວງຮ່າໂນ້ຍ. ໂດຍການເປັນປະທານຂອງ ທ່ານ ບຸນຕາ ເທບພະວົງ ເລຂາຊາວໜຸ່ມນະຄອນຫຼວງວຽງຈັນ ທ່ານ ຫງວຽນ ວັນຖັງ ຄະນະພັກ ຄະນະປະຈຳສູນກາງຊາວໜຸ່ມ ສສ. ຫວຽດນາມ ເລຂາຄະນະບໍລິຫານງານຊາວໜຸ່ມ ນະຄອນຫຼວງ ຮ່າໂນ້ຍ, ທ່ານ ຖະຫນອມ ທຳທອງ ເຈົ້າເມືອງໆ ໄຊເສດຖາ ມີບັນດາຄູ-ອາຈານ ແລະ ນ້ອງນັກຮຽນມັດທະຍົມສົມບູນນາຄວາຍ ແລະ ພະນັກງານອາວຸໂສເຂົ້າຮ່ວມ.
ການເດີນທາງມາເຄື່ອນໄຫວກິດຈະກຳອາສາສະໝັກຂອງຄະນະຊາວໜຸ່ມນະຄອນຫຼວງຮ່າໂນ້ຍ ສສ. ຫວຽດນາມ ຢູ່ໂຮງຮຽນມັດທະຍົມສົມບູນນາຄວາຍ, ເມືອງໄຊເສດຖາ ໃນຄັ້ງນີ້ ບໍ່ພຽງແຕ່ເປັນການມາຊ່ວຍເຫຼືອພໍ່ແມ່ປະຊາຊົນຊາວໜຸ່ມ-ໄວໜຸ່ມ ແລະ ເຍົາວະຊົນເທົ່ານັ້ນ. ແຕ່ຍັງເປັນການເສີມຂະຫຍາຍສາຍພົ້ວພັນມິດຕະພາບ ການຮ່ວມມືຮອບດ້ານແບບພິເສດ ຂອງສອງພັກ-ສອງລັດ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຊາວໜຸ່ມທັງສອງນະຄອນຫຼວງ ໃຫ້ມີບາດກ້າວສູງຂື້ນ ລວມທັງການຮ່ວມມືການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພົບປະຖອດຖອນບົດຮຽນຮ່ວມມືກັນ ເພື່ອໃຫ້ຄົນຮຸ້ນໜຸ່ມທີ່ເປັນຜູ້ສືບທອດ ໄດ້ຮັບຮູ້ ແລະ ເຂົ້າໃຈ ເຖິງສາຍພົວພັນທີ່ຫາອັນປຽບບໍ່ໄດ້. ເຊິ່ງປະທານ ໂຮ່ຈີມິນ ຜູ້ນໍາທີ່ຍິ່ງໃຫຍ່ ແລະປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກເປັນຜູ້ສ້າງໄວ້ ແລະ ຊາວໜຸ່ມຕ້ອງໄດ້ສືບຕໍ່ປົກປັກຮັກສາ-ເສີມຂະຫຍາຍມູນເຊື້ອນີ້ໄວ້ໃຫ້ປຽບເໝືອນດັ່ງເບົ້າຕາ ແລະ ໃຫ້ມີການພັດທະນາຂຶ້ນໄປຢ່າງບໍ່ຢຸດຢັ້ງ.
ໃນພິທີດັ່ງກ່າວ ແມ່ນມີຫຼາຍກິດຈະກຳ ເປັນຕົ້ນການຮ້ອງເພງ, ການຟ້ອນສິລະປະ, ການມອບຂອງຂັວນ ນອກນັ້ນ ກໍ່ຍັງມີການວາງສີລາລຶກ ໂຄງການປຸກສ້າງຫໍສະໝຸດໃຫ້ຊາວໜຸ່ມ-ເຍົາວະຊົນ ຂອງໂຮງຮຽນ ເພື່ອເປັນການຍົກລະດັບຄວາມຮູ້, ທັກສະການອ່ານ, ການຂຽນ, ການຊອກຫາຂໍ້ມູນຂ່າວສານ ຫລັງຈາກນັ້ນ ຄະນະຊາວໜຸ່ມນະຄອນຫລວງ ຮ່າໂນ້ຍ ກໍ່ໄດ້ມອບອຸປະກອນຮັບໃຊ້ວຽກງານໃນຫ້ອງການ ເຊິ່ງມີຄອມພິວເຕີ ແລະ ຈັກກອັບປີ້ເອກະສານ ໃຫ້ກັບຊາວໜຸ່ມນະຄອນຫຼວງວຽງຈັນ ລວມໄປເຖິງອຸປະກອນການຮຽນ ແລະ ເງີນຊ່ວຍເຫຼືອ ລວມມູນຄ່າທັງໝົດ 600 ລ້ານດົງ (ສະກຸນເງິນຫວຽດນາມ) ຊ່ວຍເຫຼືອແກ່ນະຄອນຫຼວງວຽງຈັນ ໃນນັ້ນລວມເຖິງການສ້າງຫໍສະໝຸດອີກດ້ວຍ .