ຕາມການເປີດເຜີຍຂອງ "ທ່ານ ຄຳສີ ອຸດທິວົງ", ຮອງເຈົ້າແຂວງຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄຳມ່ວນ ມີເນື່ອທີ່ທັງຫມົດ 16 ພັນກວ່າກິໂລຕາແມັດ ກວມ 6 ສ່ວນຮ້ອຍຂອງເນື້ອທີ່ທົ່ວປະເທດ ປະກອບມີທັງຫມົດ 10 ເມືອງ ມີ 569 ບ້ານ, ມີ 48 ກຸ່ມບ້ານ, ມີ 75,390 ຄອບຄົວ ມີພົນລະເມືອງທັນຫມົດ 490,385 ຄົນ, ຍິງ 240,181 ຄົນ ປະຈຸບັນ, ແຂວງຄຳມ່ວນແມ່ນສຳເລັດການລົບລ້າງເມືອງທຸກຍາກໂດຍພື້ນຖານ, ແຕ່ກໍ່ຍັງມີບ້ານທຸກຍາກຢູ່ 12 ບ້ານ ແຂວງຄໍາມ່ວນ ເປັນແຂວງທີ່ຖືກຖີ່ມລະເບີດຫລາຍໃນສະໄຫມສົງຄາມ ໂດຍສະເພາະໃນບັນດາ 5 ເມືອງທີ່ຢູ່ທິດຕາເວັນອອກຂອງແຂວງເຊັ່ນ: ເມືອງບົວລະພາ, ຍົມມະລາດ, ມະຫາໄຊ, ໄຊບົວທອງ ແລະ ເມືອງນາກາຍ ໄດ້ກາຍເປັນສະມໍລິພູມສູ້ຮົບທາງພາກພື້ນດິນ ແລະ ທາງອາກາດ ໃນນັ້ນມີ: ບົ່ມໃຫຍ່, ລະເບີດລູກຫວ່ານຫລາຍລ້ານລູກ ຖີ້ມລົງມາໃສ່ປະຊາຊົນລາວໃນເວລານັ້ນ ເຮັດໃຫ້ເຮືອນຊານເປ່ເພ, ປະຊາຊົນລົ້ມຕາຍໄດ້ຮັບບາດເຈັບ ແລະ ພິການຕ່າງໆ ບໍ່ສະເພາະແຕ່ສະໄຫມສົງຄາມໃນເມື່ອກ່ອນ.
ມາຮອດປະຈຸບັນຜົນກະທົບຜົນສະທ້ອນຈາກລູກລະເບີດບໍ່ທັນແຕກ ໂດຍສະເພາະລະເບີດລູກຫວ້ານ ໄດ້ຂ້າຊີວິດປະຊາຊົນຜູ້ບໍລິສຸດຫລາຍຊີວິດ ນອກນັ້ນ ຍັງພິການ ແລະ ອື່ນໆ. ຜົນກະທົບຈາກລະເບີດບໍ່ທັນແຕກດັ່ງກ່າວນັ້ນ ເປັນສິ່ງກີດຂວາງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ຄຳມ່ວນ ຊຶ່ງຍາມໃດບ້ານ, ເມືອງ ແລະ ແຂວງ ກໍ່ໄດ້ເອົາໃຈໃສໂຄສະນາດ້ວຍຫລາຍວິທີການເຊັ່ນ, ວິທະຍຸຊຸມຊົນ, ໂທລະໂຄ່ງບ້ານ, ຈັດຕັ້ງພະນັກງານຂອງລັດລົງໄປໂຄສະນາສຶກສາອົບຮົມປະຊາຊົນຢູ່ໃນແຕ່ລະບ້ານ, ກຸ່ມບ້ານ ເພື່ອໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈກ່ຽວກັບທີ່ມາ ແລະ ຜົນຮ້າຍຂອງລະເບີດບໍ່ທັນແຕກ. ຊຶ່ງຜ່ານການໂຄສະນາຄືດັ່ງກ່າວນັ້ນ ປະຊາຊົນໄດ້ຮັບຮູ້ເຮັດໃຫ້ປະຊາຊົນທີ່ຢູ່ເຂດສ່ຽງຈາກລະເບີດບໍ່ທັນແຕກນັ້ນຖືກເຄາະຮ້າຍຫລຸດລົງ. ໄປຄ່ຽງຄູ່ກັນນັ້ນທາງລັດຖະບານ ກໍ່ຄືທາງ ແຂວງ ຄຳມ່ວນ ໄດ້ຈັດຕັ້ງເກັບກູ້ລະເບີດບໍ່ທັນແຕກ ນັບແຕ່ປີ 1998-2015 ເປັນຕົ້ນມາ ສາມາດເກັບກູ້ລະເບີດບໍ່ທັນແຕກອອກຈາກເນື້ອທີ່ທໍາການຜະລິດກະສິກໍາ, ປຸກສ້າງ ແລະ ອື່ນໆ ໄດ້ເນື່ອທີ່ທັງຫມົດ 2.535 ເຮັກຕ້າ, ທຳລາຍລະເບີດໄດ້ທັງຫມົດແມ່ນ 74,365 ຫນ່ວຍ ໃນນັ້ນມີ ບົ່ມໃຫຍ່ 1,221 ຫນ່ວຍ, ບ່ອມບີ່ 42.456 ຫນ່ວຍ, ມິ່ນ 70 ຫນ່ວຍ ແລະ ສໍາພາວຸດຕ່າງໆ 30,618 ລູກ ຊຶ່ງການເກັບກູ້ດັ່ງກ່າວແມ່ນໄດ້ຮັບການຊ່ວຍເຫລືອຈາກອົງການຈັດຕັ້ງສາກົນ ເຊັ່ນ: ອົງການແມັກ, ອົງການສຸພານິມິດ, ອົງການຢູໂຊລາວ, ອົງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ. ແນວໃດກໍ່ຕາມ ການແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ ແຂວງ ຄຳມ່ວນ ມາຮອດປະຈຸບັນ ຍັງພົບບັນຫາຫຍຸ້ງຍາກຫລາຍຢ່າງເຊັ່ນ: ການຊ່ວຍເຫລືອຜູ້ຖຶກເຄາະຮ້າຍລະເບີດ ບໍ່ວ່າທາງດ້ານການປິ່ນປົວ, ການຟື້ນຟູສຸຂະພາບ, ການປະກອບອາຊີບໃຫ້ເຂົາເຈົ້າ ຍັງບໍ່ຈັດຕັ້ງປະຕິບັດໄດ້ເທົ່າທີ່ຄວນ, ຍັງຂາດທຶນຮອນ, ພະນັກງານຈັດຕັ້ງປະຕິບັດເກັບກູ້ລະເບີດມີຫນ້ອຍ ແລະ ວັດຖຸອຸປະກອນເກັບກູ້ເກົ່າແກ່ ແລະ ອື່ນໆ.