ເຈົ້າຫນ້າທີ່ພະແນກຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ຮ່ວມກັບອົງການໄຈກາ ປະເທດຍີ່ປຸ່ນ, ໂຄງການປັບປຸງລົດເມ ສາທາລະນະ ນະຄອນຫລວງວຽງຈັນ ໄລຍະ 2 ໄດ້ລົງໂຄສະນາເຜີຍແຜ່ ລະບຽບການສັນຈອນ ແລະ ເຊີນຊວນໃຫ້ພະນັກງານທະຫານ-ຕໍາຫລວດ ແລະ ພໍ່ແມ່ປະຊາຊົນ ຫັນມານໍາໃຂ້ລົດເມ ສາທາລະນະ ໃຫ້ຫລາຍຂື້ນ ເພື່ອຫລຸດຜ່ອນການສັນຈອນທີ່ ແອອັດ ຕາມເສັ້ນທາງຕ່າງໆ ພາຍໃນນະຄອນຫລວງວຽງຈັນ.
ທ່ານ ພັນຕີ ສັງຄົມ ພົມມະລາດ ຮອງຫົວຫນ້າພະແນກຕໍາຫລວດຈາລະຈອນ ປກສ ນະຄອນຫລວງວຽງຈັນ ໄດ້ກ່າວວ່າ: ປັດຈຸບັນ ນະຄອນຫລວງວຽງຈັນ ກໍາລັງປະເຊີນກັບການສັນຈອນທີ່ແອອັດ ໃນໂມງໄປການ-ເລີກການ ເຮັດໃຫ້ມີຄວາມຫຍຸ້ງຫຍາກໃນເວລາຂັບຂີ່ ເຊີ່ງສາເຫດຍ້ອນມີພາຫານະທີ່ເພີ່ມຂື້ນເປັນຈໍານວນຫລວງຫລາຍໃນແຕ່ລະປີ. ສ່ວນຫນຶ່ງຍ້ອນຜູ້ຂັບຂີ່ລະເມີດຕໍ່ລະບຽບການສັນຈອນທີ່ວາງອອກ, ຕໍ່ກັບການແກ້ໄຂບັນຫາການສັນຈອນທີ່ແອອັດ ເຈົ້າຫນ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ສຸ່ມໃສ່ເຮັດຫນ້າທີ່ຢ່າງຕັ້ງຫນ້າ ໃນການຈັດຕັ້ງກໍາລັງເຮັດຫນ້າທີ່ ອໍານວຍຄວາມສະດວກແກ່ຜູ້ຂັບຂີ່, ພ້ອມທັງປະຕິບັດລະບຽບກົດຫມາຍຕໍ່ຜູ້ລະເມີດ, ນອກນັ້ນ ພາກສ່ວນພະແນກໂຍທາທິການ ແລະ ຂົນສົ່ງ ກໍ່ໄດ້ປັບປຸງສ້ອມແປງ ຂະຫຍາຍເສັ້ນທາງໃຫ້ມີຄວາມສະດວກຕໍ່ຜູ້ຂັບຂີ່ ແຕ່ການແກ້ໄຂບັນຫາດັ່ງກ່າວ ເຈົ້າຫນ້າທີ່ບໍ່ສາມາດເຮັດໃຫ້ອຸປະຕິເຫດຫລຸດລົງໄດ້ ຍ້ອນສະພາບການສັນຈອນທີ່ແອອັດ ແລະ ພຶດຕິກໍາຂອງຜູ້ຂັບຂີ່ ຍັງມີການລະເມີດຕໍ່ລະບຽບການທີ່ວາງອອກ.
ການນໍາໃຊ້ ພາຫານະສ່ວນຕົວ ແມ່ນເປັນອີກຫນຶ່ງບັນຫາທີ່ພາໃຫ້ລົດຕິດອັ່ງອໍ ຍ້ອນເສັ້ນທາງບໍ່ສາມາດຮອງຮັບການເພີ່ມຂື້ນຂອງພະຫານະໄດ້, ສະນັ້ນ ການນໍາໃຊ້ລົດເມ ສາທາລະນະ ຈະເປັນການຊ່ວຍຫລຸດຜ່ອນບັນຫາການສັນຈອນທີ່ແອອັດ, ມີຄວາມສະດວກປອດໄພ ແລະ ທັງປະຫຍັດກວ່າການນໍາໃຊ້ລົດສ່ວນຕົວ. ຕໍ່ບັນຫາດັ່ງກ່າວ ເຈົ້າຫນ້າທີ່ຕໍາຫລວດຈາລະຈອນ ແລະ ລັດວິສາຫາກິດລົດເມ ນະຄອນຫລວງວຽງຈັນ ຂິ່ງໄດ້ສະເຫນີ ໃຫ້ປະຊາຊົນ ຫັນມານໍາໃຊ້ລົດເມສາທາລະນະ ໃຫ້ຫລາຍຂື້ນ ເພາະປະຈຸບັນລົດເມປະຈໍາສາຍທາງຕ່າງໆ ໃນນະຄອນຫລວງວຽງຈັນ ກໍ່ມີຫລາຍແລ້ວ, ສໍາລັບໂຄງການລົດເມ ສາທາລະນະ ນະຄອນຫລວງວຽງຈັນ ໄລຍະ 2 ມີຄິວຢູ່ທີ່ສູນການຄ້າລາວ-ໄອເຕັກ, ແລ່ນປະຈໍາສາຍທາງ ໄອເຕັກ-ຕະຫລາດເຊົ້າ ໂດຍຜ່ານເສັ້ນທາງດັ່ງກ່າວ ມີ: ຕະຫລາດຫລັກຊັບ, ສູນການຄ້າອາຊຽນ, ເມືອງໄຊເສດຖາ, ຕະຫລາດທາດຫລວງ, ວັດທາດຫລວງໃຕ້, ເດີ່ນທາດຫລວງ, ສວນສະພັງແລນ, ຕຶກໂຄລາວ, ກະຊວງການເງີນ, ກະຊສວງການຕ່າງປະເທດ, ປະຕູໄຊ, ມສ ວຽງຈັນ, ທາດຝຸ່ນ, ກະຊວງ ປກສ, ຕະຫລາດເຊົ້າ ເບື້ອຕົ້ນລົດອອກແລ່ນ ໃນທຸກໆ 30 ນາທີ ແລະ ຈະເພີ່ມເປັນໃນ ທຸກໆ 15 ນາທີ ຕື່ມອີກ. ໃຫ້ບໍລິການ ນັບແຕ່ເວລາ 7 ໂມງເຊົ້າ - 17 ໂມງແລງ ໃນທຸກໆວັນ ໃນລະຄາຜູ້ລະ 4 ພັນກີບຕໍ່ຄົນ/ຖ້ຽວ.
Editor: ກຳປານາດ ລັດຖະເຮົ້າ