ປະຈຸບັນ ແມ່ນມີຫລາຍພາກສ່ວນ ຫລາຍຂະແຫນງການທີ່ກ່ຽວ, ລວມທັງຫົວຫນ່ວຍທຸລະກິດຕ່າງໆ ໄດ້ກະກຽມຄວາມພ້ອມທຸກດ້ານ ເພື່ອຕ້ອນຮັບປິທ່ອງທ່ຽວລາວ 2018 ໃນນັ້ນ ສະມາຄົມລົດຕຸກໆ-ຈໍາໂບ້ ປະຈໍານະຄອນຫລວງວຽງຈັນ ແມ່ນອີກ ຫນ່ວຍງານທີ່ຕິດພັນກັບການບໍລິການຜູ້ໂດຍສານ ກໍ່ຄືນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາຢ້ຽມຢາມ ແລະ ທ່ອງທ່ຽວ ໃນນະຄອນຫລວງວຽງຈັນ
ທ່ານ ບົວແສງ ພິຊະລາດ ຮອງປະທານສະມາຄົມລົດຂົນສົ່ງໂດຍສານ ຕຸກໆ-ຈໍາໂບ້ ນະຄອນຫລວງວຽງຈັນ ໄດ້ໃຫ້ສໍາພາດ ເມື່ອບໍ່ດົນມານີ້ວ່າ: ສະມາຄົມຂົນສົ່ງຖດຍສານ ຕຸກໆ-ຈໍາໂບ້ ແມ່ນໄດ້ຮັບການສ້າງຕັ້ງມາເປັນເວລາ 30 ກວ່າປີແລ້ວ, ໄດ້ມີການປັບປຸງໃຫມ່ ຕາມດໍາລັດ ເລກທີ 115/ນຍ ປີ 2011 ຈຸດປະສົງ ເພື່ອເຕົ້າໂຮມເອົາຜູ້ປະກອບການທີ່ແລ່ນລົດໂດຍສານ ຕຸກໆ-ຈໍາໂບ້ ແບບເອກກະເທດກະແຕກກະຈາຍ ເຂົ້າມາເປັນກຸ່ມ ເພື່ອເຂົ້າສູ່ລະບຽບ ໂດຍມີການຈັດຕັ້ງຄຸ້ມຄອງ ແລະ ເປັນການແກ້ຂໍ້ຂັດແຍ່ງໂດຍສະເພາະການຍາດແຍ່ງຜູ້ໂດຍສານ, ຫລອກລວງສໍ້ໂກງຜູ້ໂດຍສານ ຫລື ຜູ້ຂັບຂີ່ດ້ວຍກັນ. ສໍາລັບການຄຸ້ມຄອງດັ່ງກ່າວ ປະກອບມີ 5 ເຂດ ຄື:
- ເຂດທີ 1 ແມ່ນເຂດເມືອງສີສັດຕະນາກ ແລະ ເມືອງຫາດຊາຍຟອງ ມີ 15 ຄິວ
- ເຂດທີ 2 ແມ່ນເຂດເມືອງໄຊເສດຖາ ມີ 4 ຄິວ
- ເຂດທີ 3 ເມືອງຈັນທະບູລີ ມີ 22 ຄິວ
- ເຂດທີ 4 ເມືອງສີໂຄດຕະບອງ ມີ 14 ຄິວ
- ເຂດທີ 5 ເມືອງໄຊທານີ ມີ 3 ຄິວ ເຊີ່ງໃນແຕ່ລະເຂດແມ່ນມີຄະນະຮັບຜິດຊອບປະຈໍາຢູ່ ບ່ອນລະ 3 ທ່ານໃນສົກປີ 2004-2005 ສະມາຄົມ ມີສະມາຊິກທັງໝົດ ຫລາຍກວ່າ 3,000 ຄັນ, ແຕ່ມາໃນໃນປີ 2017 ນີ້ ມີພຽງສະມາຊິກ 990 ກວ່າຄັນ, ໃນນັ້ນແລ່ນເຂົ້າຄິວ ມີພຽງ 886 ຄັນ. ສາເຫດຂອງການຫລຸດລົງ ຍ້ອນຢຸດເຊົາບໍ່ໃຫ້ແລ່ນ, ສະມາຊິກ ບາງຄົນໄປປະກອບອາຊີບໃຫມ່, ອີກຍ່າງຫນຶ່ງ ສະຖານທີ່ຈອດລົດ ຄັບແຄບ, ລູກຄ້າຫລຸດລົງ. ນອກຈາກນີ້ ປະມານ 15 ສ່ວນຮ້ອຍ ບໍ່ໄດ້ເຂົ້າເປັນສະມາຊິກ ສ້າງຄວາມສັບສົນ ເປັນຕົ້ນແມ່ນລົດບໍ່ໄດ້ເສຍອາກອນ ສວຍໂອກາດແລ່ນເອົາຜູ້ໂດຍສານ ເຊີ່ງຜູ້ທີ່ມາຊົມໃຊ້ລົດດັ່ງກ່າວແມ່ນແມ່ຄ້າຊາວຂາຍ, ນັກທ່ອງທ່ຽວຕ່າງປະເທດ ກວມເອົາ 80 ສ່ວນຮ້ອຍ. ອີກຢ່າງທີ່ປະເທດເຂົາເຈົ້າ ເຄີຍຂີ່ແຕ່ລົດຕູ້ ແລະ ລົດເທັກຊີ ແຕ່ຍັງບໍ່ທັນເຄີຍຂີ່ລົດຕຸກໆ-ຈໍາໂບ້
ໃນໂອກາດຕ້ອນຮັບປີທ່ອງທ່ຽວລາວ 2018 ທາງສະມາຄົມມີການກະກຽມຄວາມພ້ອມ ເປັນຕົ້ນແມ່ນ ເປີດກອງປະຊຸມເຜີຍແຜ່ລະບຽບຂອງສະມາຄົມຕໍ່ການນໍາໃຊ້ລົດ-ໃຊ້ຖະຫນົນ, ການປັບປຸງລະບຽຄິວ ໃຫ້ມີຄວາມເຫມາະສົມກັບສະພາບຕົວຈິງຂອງແຕ່ລະບ່ອນ, ແຕ່ລະຄິວ, ກວດກາເກັບກໍາຄືນສະຖິຕິສະມາຊິກ, ປັບປຸງສະພາບເຕັກນິກລົດ, ປັບປຸງປ້າຍໃຫມ່ ໃຫ້ສະມາຊິກ ເພື່ອຄວາມສະດວກໃນການຄຸ້ມຄອງ ແລະ ວຽກງານອື່ນໆ. ແລະ ໃນໂອກາດດັ່ງກ່າວ ທ່ານ ຮອງປະທານສະມາຄົມ ຍັງໄດ້ປະຊາສໍາພັນມາຍັງບັນດາສະມາຊິກ ກໍ່ຄືຜູ້ຂັບຂີ່ລົດຕຸກໆ-ຈໍາໂບ້ ແລະ ລົດສອງແຖວຈໍານວນຫນຶ່ງ ທີ່ປະຈໍາໃນຄິວ ຄວນມີການນຸ່ງຖືຮຽບຮ້ອຍ ແລະ ເປັນລະບຽບ , ການເວົ້າຈາສຸພາບອ່ອນນ້ອມ, ອ່ອນຫວານ ແລະ ຍິ້ມແຍ້ມແຈ່ມໃສ, ການຈອດລົດ ຕ້ອງຖືກຕາມຈຸດທີ່ກໍານົດ, ກ່ອນອອກລົດທຸກຄັ້ງ ຕ້ອງມີການຕົກລົງກັບຜູ້ໂດຍສານ ຍ່າງລະອຽດເສຍກ່ອນ ເພື່ອບໍ່ໄດ້ເກີດຄວາມຂັດແຍ່ງ ເຂົ້າໃຈກັນຜິດ. ພ້ອມກັນນີ້ ທ່ານ ຍັງໄດ້ຮຽກຮ້ອງ ຜູ້ໂດຍສານ ທີ່ເດີນທາງມາທ່ຽວໃນນະຄອນຫລວງວຽງຈັນ ທີ່ເລືອກໃຊ້ ບໍລິການລົດຕຸກໆ-ຈໍາໂບ້ ຍາກໃຫ້ມາໃຊ້ບໍລິການຢູ່ເຂດຄິວ ແລະ ຍັງສັງເກດເບີ່ງແມ່ນສະມາຊິກຂອງສະມາຄົມ ເຊີ່ງມີເລກທີ່ສິດສະເປ ສີແດງ ປີ 2017 ແລະ ສີຟ້າ ປີ 2018.
Editor: ກຳປານາດ ລັດຖະເຮົ້າ