ເມື່ອບໍ່ດົນມານີ້, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສຶ່ສານ ໄດ້ມີການອອກຂໍ້ຕົກລົງວ່າດ້ວຍການນໍາໃຂ້ເຄື່ອງບິນ ທີ່ບໍ່ມີຄົນຂັບ ເລກທີ 3374/ປທສ, ລົງວັນທີ 11 ພະຈິກ 2017 ເພື່ອກໍານົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງການນໍາໃຊ້ເຄື່ອງບິນ ທີ່ບໍ່ມີຄົນຂັບ ເພື່ອຄວາມເປັນເອກະພາບກັນໃນທົ່ວປະເທດ, ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ, ແນໃສ່ຮັບປະກັນຄວາມຫມັ້ນຄົງ, ຄວາມປອດໄພຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ເຊີ່ງຂໍ້ຕົກລົງດັ່ງກ່າວ ແມ່ນໄດ້ແບ່ງອອກເປັນ 3 ປະເພດ ຄື:
- ເຄື່ອງບິນແບບບໍ່ມີຄົນຂັບ (ໂດຣນ) ນໍ້າຫນັກບໍ່ເກີນ 200 ກຣາມ ຫລື ບໍ່ເກີນ 2 ກິໂລກຣາມ
- ເຄື່ອງບິນ ນໍ້າຫນັກ 200 ກຣາມ ຫລື 2 ກິໂລກກຣາມ
- ເຄື່ອງບິນນໍ້ານຫັກເກີນ 200 ກຣາມ ຫລື ເກີນ 2 ກິໂລກຣາມ
ໃນຂໍ້ຕົກລົງໄດ້ລະບຸວ່າ: ບຸກຄົນ ຫລື ນິຕິບຸກຄົນ ຫລື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ຕ້ອງການນໍາໃຊ້ເຮືອບິນແບບບໍ່ມີຄົນຂັບ ທີ່ມີນໍ້ານັກເກີນ 200 ກຣາມ ຫລື ເກີນ 2 ກິໂລກຣາມ ແມ່ນຕ້ອງໄດ້ຂໍອະນຸຍາດຈາກກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ຢ່າງຖືກຕ້ອງເສຍກ່ອນ.
ສໍາລັບຜູ້ລະເມີດ ຈະຖືກວິໄນປັບໄຫມ, ລວມທັງໄຊ້ແທນຄ່າເສຍຫາຍທາງແພ່ງ ຫລື ຖືກລົງໂທດທາງອາຍາ ຕາມກໍລະນີຫນັກ ຫລື ເບົາ. ສ່ວນຜູ້ທີ່ນໍາໃຊ້ເຄື່ອງບິນບໍ່ມີຄົນຂັບ ໂດຍບໍ່ໄດ້ອະນຸຍາດ ຈະຖືກປັບໄຫມ 1 ລ້ານກີບ/ຄັ້ງ ຫລື ເຄື່ອງບິນທີ່ໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ແລະ ຄວາມແຮງກໍາລັງສົ່ງເກີນມາດຕະຖານ ກໍານົດ ແມ່ນຈະຖືກປັບໃຫມ່ 50 ພັນກີບ ຄູນໃຫ້ຄວາມກວ້າງຂອງຄື້ນຄວາມຖີ່ຂອງວິທະຍຸສື່ສານ ທີ່ນໍາໃຊ້.
Editor: ກຳປານາດ ລັດຖະເຮົ້າ