ໃນຕອນບ່າຍຂອງມື້ວານນີ້ ທ່ານ ນາງ. ປະນິດາ ແກ້ວວຽງຄໍາ ເຈົ້າຂອງຮ້ານ ປະນິດດາຜ້າໄໝລາວ ໄດ້ຖືເອົາໂອກາດມື້ງາມຍາມດີ ເປີດຮ້ານຜ້າໃໝ່ ໂດຍໃສ່ຊື່ວ່າ ຮ້ານປະນິດາຜ້າໄໝລາວ, ໃນໂອກາດນີ້ ມີບັນດາຍາດພີ່ນ້ອງ ເພື່ອນມິດ - ນັກທຸກລະກິດ, ດາລາ, ນັກສະແດງ ແລະ ຄົນໃນວົງການບັນເທິງເຂົ້າຮ່ວມ ສະແດງຄວາມຍີນດີຢ່າງພ້ອມພຽງ.
ສໍາລັບແນວຄວາມຄິດໃນການເປີດຮ້ານ ທ່ານນາງ. ປະນິດາ ແກ້ວວຽງຄໍາ ເລົ່າວ່າ: ຍ້ອນຄວາມມັກຮັກ ໃນຄວາມງົດງາມຂອງ ຜ້າໄໝລາວ ແລະ ຢາກມີຮ້ານເປັນຂອງຕົວເອງ ຈຶ່ງໄດ້ເລີ້ມຊອກຫາຜ້າໄໝທີ່ມີຄວາມສວຍງາມ ແລະ ເປັນທີ່ນິຍົມ ເພື່ອຢາກເປີດຮ້ານ ຜ້າໄໝ ທີ່ມີຄວາມຫຼາກຫລາຍ ຖືວ່າເປັນອີກຮ້ານຜ້າໃຫມ່ອີກຮ້ານໜຶ່ງ ທີ່ລວບລວມເອົາ ຜ້າໄໝ່ລາວ ທີ່ ມີຄວມສວຍງາມ ຈາກທົ່ວທຸກບ່ອນ ມາໃຫ້ລູກຄ້າໄດ້ເລືອກຊື້ຢ່າງຫຼວງຫຼາຍ ມີຫຼາກຫຼາຍສີສັນ ແລະ ລວດລາຍ ທັງແບບດັ້ງເດີມ ແລະ ແບບຮ່ວມສະໄໝ ເໝາະກັບແມ່ຍິງທຸກຮຸ້ນ - ທຸກໄວ ສໍາລັບສວມໃສ່ໃນໂອກາດສໍາຄັນຕ່າງໆ ຫຼື ຢາກຊື້ເປັນຂອງຂວັນ ໃຫ້ແກ່ຄົນສໍາຄັນ ກໍໄດ້ເຊັ່ນດຽວກັນ , ສໍາລັບຄົນທີ່ມັກ-ຮັກ ໃນຜ້າໄໝລາວ ສາມາດເຂົ້າໄປເລືອກຊື້ - ເລືອກຊົມໄດ້ທີ່ ບ້ານ ໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ