ໂດຍປະຕິບັດຕາມ ພາລະບົດບາດ, ສິດໜ້າທີ່ ແລະ ຄວາມຮັບຜິດຊອບສູງ ຂອງອ້າຍນ້ອງ ຫ້ອງການ ອຸດສະຫະກຳ ແລະ ການຄ້າ ເມືອງພູວົງ, ແຂວງອັດຕະປື ໃນການເຄື່ອນໄຫວ ກວດກາຄຸນນະພາບສິນຄ້າ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອປົກປ້ອງ ຜູ້ບໍລິໂພກ.ຜ່ານການເຄື່ອນໄຫວຕົວຈິງ ຕາມຕະຫຼາດ ແລະ ຫົວໜ່ວຍທຸລະກິດ, ຫ້າງຮ້ານ ນັບທັງຂາຍຍົກ ແລະ ຂາຍຍ່ອຍ ສາມາດ ຢືດ ສິນຄ້າທີ່ໝົດອາຍຸ ແລະ ເຊື່ອມຄຸນນະພາບ ໄດ້ທັງໝົດ 24 ລາຍການ ລວມມູນຄ່າ 21.655.000 ກີບ ສິນຄ້າດັ່ງກ່າວ ສ່ວນຫຼາຍແມ່ນ ປະເພດ ເຂົ້າໜົມ, ນົມ,ນຳ້ຫວານ, ນຳ້ປາ, ຊາ, ໝີ່ ແລະ ອື່ນໆ
ດັ່ງນັ້ນ, ຈື່ງໄດ້ຈັດພິທີທຳລາຍຖິ້ມ ໃນຕອນເຊົ້າ ວັນທີ 15 ທັນວາ 2017 ໂດຍຊ້ອງໜ້າ ທ່ານຮອງເຈົ້າເມືອງພູວົງ ພ້ອມດ້ວຍ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ.
Editor: ຂ່າວແຂວງອັດຕະປື