ໃນທ້າຍອາທິດ ຜ່ານມານີ້; ຢູ່ທີ່ສະໂມສອນຂອງເມືອງ ອາດສະພັງທອງ, ແຂວງສະຫວັນນາເຂດ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນຄອບຄົວ ບ້ານປ້ອງກັນຄວາມສະຫງົບ ໃນຈໍານວນ 13 ບ້ານ ທີ່ຂຶ້ນກັບເມືອງ ອາດສະພັງທອງ, ແຂວງ ສະຫວັນນະເຂດ ເປັນບ້ານປ້ອງກັນຄວາມສະຫງົບ ຢ່າງເປັນທາງການ. ໂດຍການເຂົ້າຮ່ວມຂອງທ່ານ ລໍາທອງ ຂອບສີລາວົງ ເຈົ້າເມືອງໆ ອາດສະພັງທອງ, ທ່ານ ພັນໂທ ວຽງທອງ ລາດບໍວອນ ຄະນະພັກ ຄະນະບັນຊາປ້ອງກັນຄວາມສະຫງົບ ແຂວງ ສະຫວັນນະເຂດ, ມີບັນຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ບັນດາບ້ານໃນ 13 ບ້ານທີ່ໄດ້ຮັບໃບຢັ້ງຢືນກໍ່ໄດ້ເຂົ້າຮ່ວມ.
ໃນຈໍານວນ 13 ບ້ານ ທີ່ໄດ້ຮັບໃບຢັ້ງຢືນບ້ານປ້ອງກັນຄວາມສະຫງົບ ມີ : ບ້ານ ໂພສີແກ້ວ, ບ້ານ ນາພັງໂຄກ, ບ້ານ ນາແຜກ, ບ້ານ ສາມັກຄີໄຊ, ບ້ານ ຕະບອງເພັດ, ບ້ານ ນານໍ້າທ່ຽງ, ບ້ານ ພັງໂຮ, ບ້ານ ດົງກຶມ, ບ້ານ ນາໄລໂຄກ, ບ້ານ ນາໄລດົງ, ບ້ານ ຫົວເມືອງ, ບ້ານ ໄລກະທະ ແລະ ບ້ານ ດົງຂວາງ. ເຊິ່ງໃຫ້ກຽດມອບໃບຢັ້ງຢືນຄອບຄົວ-ບ້ານປ້ອງກັນຄວາມສະຫງົບ ໃນຄັ້ງນີ້; ໂດຍ ທ່ານ ລໍາທອງ ຂອບສີລາວົງ ເຈົ້າເມືອງໆ ອາດສະພັງທອງ ແລະ ໃນຈໍານວນ 13 ບ້ານ ປະກອບມີພົນລະເມືອງ ທັງໝົດ 18,252 ຄົນ, ຍິງ 7,467 ຄົນ ມີ 2,611 ຫຼັງຄາເຮືອນ ແລະ ມີ 2,581 ຄອບຄົວ. ໃນການສ້າງບ້ານປ້ອງກັນຄວາມສະຫງົບຄັ້ງນີ້; ທຸກຄອບຄົວແມ່ນໄດ້ປະຕິບັດໃນ 6 ມາດຖານ ຄື: ປະຊາຊົນທຸກຄົນ, ທຸກຄົວເຮືອນພາຍໃນບ້ານ, ໄດ້ຮັບການເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດເປັນສ່ວນໃຫ່ຍ, ມີສະຕິຕຶ່ນຕົວໃນການປະກອບສ່ວນວຽກງານຕ່າງໆ ຂອງບ້ານເປັນຕົ້ນ, ເຂົ້າຮ່ວມກອງປະຊຸມ, ອອກແຮງງານລວມ, ເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນການສ້າງສາພັດທະນາບ້ານຂອງຕົນ ສາມາດປະເມີນໄດ້ 90%, ຈຳນວນຄອບຄົວທີ່ມີເງື່ອນໄຂຄົບຖ້ວນຕ້ອງໄດ້ຈົດທະບຽນສໍາມະໂນຄົວໃນບ້ານ 100% ແລະ ພົນລະເມືອງທີ່ມີອາຍຸ 15 ປີຂຶ້ນໄປຕ້ອງໄດ້ຈົດທະບຽນບຸກຄົນ ແລະ ມີບັດປະຈໍາຕົວ 80% ຂຶ້ນໄປ ປະເມີນໄດ້ 95% ແລະ ສະມາຊິກແຕ່ລະຄອບຄົວພາຍໃນບ້ານມີຄວາມເປັນລະບຽບຮຽບຮ້ອຍດີ.
Editor: ດາວໄຊ ສີວິໄລ