ໃນອາທິດຜ່ານມາ ກົມໂຄສະນາອົບຮົມ ແລະ ວັດທະນະທຳ ສູນກາງສະຫະພັນແມ່ຍິງລາວ ໄດ້ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ພະນັກງານ ສະຫະພັນແມ່ຍິງແຂວງ, ເມືອງ, ທີ່ເຮັດວຽກໂຄສະນາປາຖະກາຖາ ຢູ່ແຂວງ ບໍລິຄຳໄຊ ໂດຍການເປັນປະທານ ແລະ ນຳພາຊຸດຝຶກອົບຮົມໂດຍ ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານ ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ບຸນຊ້ອນ ວໍລະສານ ປະທານ ສະຫະພັນແມ່ຍິງແຂວງ ບໍລິຄຳໄຊ, ມີຕ່າງໜ້າຈາກກົມໂຄສະນາອົບຮົມ ແລະ ວັດທະນະທໍາສູນກາງສະຫະພັນແມ່ຍິງລາວ, ຕ່າງໜ້າຈາກຂະແໜງໂຄສະນາອົບຮົມ ແລະ ວັດທະນະທຳ ຂອງສະຫະພັນແມ່ຍິງເມືອງ, ສະຫະພັນແມ່ຍິງແຂວງ ໄຊສົມບູນ ແລະ ແຂວງ ບໍລິຄຳໄຊ.
ໃນພິທີ ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງ ການນຳສະເໜີບາງບັນຫາພື້ນຖານຂອງວຽກງານໂຄສະນາ ຊຶ່ງປະກອບມີ 3 ບົດ ຄື: ທີ່ຕັ້ງພາລະບົດບາດ ແລະ ຫນ້າທີ່ພື້ນຖານຂອງວຽກງານໂຄສະນາ, ຫຼັກການ, ວິທີການ ແລະ ເນື້ອໃນຮູບການຂອງວຽກງານໂຄສະນາ. ໄດ້ຮັບຟັງການນຳສະເໜີທັກສະໃນການປາຖະກາຖາ ແລະ ການນຳສະເໜີບົດ ຊຶ່ງປະກອບມີ 4 ບົດຄື: ປະເພດການນຳສະເໜີ, ການກະກຽມເຮັດບົດນຳສະເໜີ, ການເຝິກປະຕິບັດ ແລະ ບາງວິທີເຮັດໃຫ້ການນຳສະເໜີໄດ້ດີ ເຊິ່ງແຕ່ລະບົດແມ່ນມີຄວາມໝາຍສຳຄັນ ເພື່ອຊີ້ແຈງໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້້າໃຈກ່ຽວກັບວຽກງານໂຄສະນາເພີ່ມຂຶ້ນ ຮັບຮູ້ຂັ້ນຕອນ ແລະ ວິທີການກະກຽມຄວາມພ້ອມກ່ອນປາຖະກາຖາ ແລະ ນຳສະເໜີແຕ່ລະຄັ້ງ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ ເຮັດໃຫ້ເນື້ອໃນທີ່ຈະສະເໜີໄດ້ຮັບທັງປະລິມານ ແລະ ຄຸນນະພາບ.
ການຝຶກອົບຮົມໃນຄັ້ງນີ້ ນອກຈາກຮຽນທິດສະດີແລ້ວ ຍັງມີການປະຕິບັດຕົວຈິງໄປນຳ ໂດຍມີການແບ່ງກຸ່ມ ແລະ ນຳສະເໜີເປັນແຕ່ລະກຸ່ມ ຫຼັງຈາກນັ້ນກໍ່ນຳມາປະເມີນ ແລະ ໃຫ້ຄະແນນຕາມຄວາມເໝາະສົມ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ປັບປຸງ ແລະ ພັດທະນາທັກສະໃນການນຳສະເໜີ ເພື່ອເຮັດໃຫ້ເປັນນັກໂຄສະນາທີ່ດີ. ມີຄວາມສຳນານໃນການປາຖະກາຖາ ເພື່ອເຮັດໃຫ້ວຽກງານໂຄສະນາຂອງສະຫະພັນແມ່ຍິງບັນດາແຂວງ, ເມືອງ ໄດ້ຮັບການພັດທະນາທີດີຂຶ້ນ.
Editor: ດາວໄຊ ສີວິໄລ