ຄະນະກວດກາ ແລະ ແກ້ໄຂປະກົດການຫຍໍ້ທໍ້ ເຂດຊາຍແດນ ຂອງແຂວງອັດຕະປື ໄດ້ລົງກວດເຫັນການລັກລອບຕັດໄມ້ທີ່ຜິດກົດໝາຍແບບຊະຊາຍ ຢູ່ບໍລິເວນຫຼັກໝາຍ 770 ແລະ 766 ຊາຍແດນ ລາວ-ຫວຽດນາມ ໂດຍມີໄມ້ແປຮູບ ປະມານ 250 ຕັບ, ບໍລິມາດປະມານ 180 ແມັດກ້ອນ ແລະ ມີການຊຸກເຊື່ອງດ້ວຍການໃຊ້ດີນຖົມ ຄາດວ່າອາດຈະຫຼາຍກວ່າທີ່ພົບເຫັນ.
ນອກຈາກນີ້, ຢູ່ເຂດບໍ່ຄຳວັງຕັດ ແລະ ເຂດບໍ່ຄຳໜອງໄກ່ໂອກ ຍັງກວດພົບເຫັນ ສິລິກັດ 2 ເຄື່ອງ, ໂຕະຊອຍ 1 ຊຸດ ແລະ ໄມ້ທ່ອນຈຳນວນໜື່ງ ຄາດວ່າອາດຈະເກັບກູ້ຈາກການບຸກເບີກໜ້າດີນ ໃນເວລາຂຸດຄົ້ນແຮ່ທາດ. ສ່ວນລາຍລະອຽດວິຊາການກ່ຽວຂ້ອງກຳລັງກວດກາຕົວຈິງ.
Editor: ຂ່າວແຂວງອັດຕະປື