ສູນເລືອດແຫ່ງຊາດ ຈັດກິດຈະກໍາບໍລິຈາກເລືອດ ພາຍໃຕ້ຄໍາຂັວນ ຮ່ວມໃຈ ບໍລິຈາກເລືອດ ແມ່ນຮັກຊາດ ແລະ ພັດທະນາ ຂຶ້ນ ໃນວັນທີ 15 ທັນວາ 2017 ນີ້ ທີ່ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໂດຍມີນາງ ກາລີນາ ອີມໂມເນັນ, ຜູ້ປະສານງານ ອົງການສະຫະປະຊາຊົນ ປະຈຳ ສປປ ລາວ, ທ່ານ ເຢຍ ເກີ ຢາ່ ໜໍ່ຈໍ່ຈົງຕົວ, ຮອງປະທານ ສູນກາງແນວລາວສ້າງຊາດ, ທ່ານ ຮອງສາດສະດາຈານ ດ໋ອກເຕີ ສິງ ເມໂນລາດ, ຮອງປະທານອົງການກາແດງລາວ, ມີບັນດາກົມກອງຂອງກອງທັບ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ແລະ ບັນດາພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ການຈັດຂະບວນການ ບໍລິຈາກເລືອດ ແມ່ນຕິດພັນກັບການສະເຫຼີມສະຫຼອງວັນອາສາສະໝັກສາກົນ ໃນເທື່ອນີ້ ແມ່ນເປັນການປະກອບສ່ວນທີ່ສຳຄັນທີ່ສຸດ ຕໍ່ກັບການຊ່ວຍເຫຼືອຊິວິດຂອງເພື່ອນມະນຸດດ້ວຍກັນ, ຍັງເປັນການກອບກູ້ເອົາຊີວິດຜູ້ທີ່ເຈັບນອນຢູ່ຕາມໂຮງໝໍ. ແນໃສ່ປຸກລະດົມຊາວໜຸ່ມແຕ່ລະຂັ້ນ, ສະມາຊິກຊາວໜຸ່ມ-ໄວໜຸ່ມ ແລະ ບັນດາອາສາສະໝັກແຕ່ລະຂົງເຂດ ຈົ່ງພ້ອມກັນປະກອບສ່ວນບໍລິຈາກເລືອດຊ່ວຍເຫຼືອສັງຄົມ, ເພື່ອຕອບສະໜອງເລືອດ ໃຫ້ພຽງພໍກັບຄວາມຕ້ອງການ ຂອງຄົນເຈັບທີ່ນອນປິ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆ ເພາະເລືອດ ແມ່ນສິ່ງທີສໍາຄັນທີ່ຂາດບໍ່ໄດ້ ແລະ ເລືອດບໍ່ສາມາດທີ່ຈະເອົາສິ່ງອື່ນໃຊ້ແທນເລືອດໄດ້ ແລະ ເປັນການປູກຈິດສຳນຶກໃຫ້ແກ່ຊົນຊັ້ນຄົນຕ່າງໆໃນສັງຄົມ ເຫັນໄດ້ວັນສຳຄັນຂອງພັກ-ຂອງຊາດໃນແຕ່ລະປີ ເຊິ່ງແມ່ນວັນປະຫວັດສາດຂອງຊາດລາວ ກວ່າຈະມີວັນນີ້ ແມ່ນບັນດາບັນພະບູລຸດຂອງເຮົາໄດ້ເສຍສະຫຼະຊີວິດບໍ່ຈັກເທົ່າໃດຄົນ ແລະ ຢາກໃຫ້ຄົນຮຸ້ນໃໝ່ໄດ້ຈາລຶກຄຸນງາມ ຄວາມດີ ໂດຍສະແດງອອກທີ່ການກະທຳ, ເປັນການສ້າງບຸນກຸສົນ ແລະ ຊ່ວຍຊີວິດຂອງຫຼາຍໆຄົນທີ່ກຳລັງລໍຖ້ານອນຮັກສາໂຕຢູ່ໂຮງໝໍແຫ່ງຕ່າງໆໃນຂອບເຂດທົ່ວປະເທດ ແລະ ພາຍໃຕ້ຄຳຂັວນ ຮ່ວມໃຈ ບໍລິຈາກເລືອດ ແມ່ນຮັກຊາດ ແລະ ພັດທະນາ.
Editor: ດາວໄຊ ສີວິໄລ