ໃນບົດລາຍງານ ແຜນພັດທະນາເສດຖະກິດ-ສັງຄົມ ປີ 2017 ຂອງລັດຖະບານ ລະບຸວ່າ: ການຜະລິດກະແສໄຟຟ້າໃນ 6 ເດືອນຕົ້ນປີ 2017 ສາມາດປະຕິບັດໄດ້ 13.559 ລ້ານກິໂລວັດໂມງ, ຄາດຄະເນໝົດປີ ຈະຜະລິດໄດ້ 29.052 ລ້ານກິໂລວັດໂມງ, ເທົ່າກັບ 96,84% ຂອງແຜນການປີ. ທັງນີ້ ຍ້ອນວ່າ ໂຄງການເຊກະ ໝານ 3 ບໍ່ໄດ້ດຳເນີນການຜະລິດ ຈຶ່ງເຮັດໃຫ້ບໍ່ສາມາດບັນລຸຕາມແຜນການ 30.000 ລ້ານກິໂລວັດໂມງ, ຢ່າງໃດກໍຕາມທ້າຍປີ 2017 ຈະມີ 6 ໂຄງການ, ລວມກຳລັງຕິດຕັ້ງ ເກືອບ 400 ເມກາວັດ ເຊັນ: ໂຄງການນ້ຳແຈ, ນ້ຳກົງ,ເຊກະໝານ-ຊານໄຊ, ນ້ຳໃຜ່, ນ້ຳງາ ແລະ ເຊກະຕຳ-ເຊນ້ຳນ້ອຍ ຊຶ່ງຈະສຳເລັດການກໍ່ສ້າງ ແລະ ດຳເນີນການຜະລິດໄຟຟ້າ.
ສຳລັບ ການກະຈາຍກະແສໄຟຟ້າ 6 ເດືອນຕົ້ນປີນີ້ ປະຕິບັດໄດ້ 13.332 ລ້ານກິໂລວັດໂມງ, ມູນຄ່າ 810 ລ້ານໂດລາສະຫະລັດ. ໃນນັ້ນ,ຈຳໜ່າຍພາຍໃນປະເທດ 2.454 ລ້ານກິໂລວັດໂມງ, ມູນຄ່າ 214 ລ້ານໂດລາສະຫະລັດ ແລະ ສົ່ງອອກຕ່າງປະເທດ 10.877 ລ້ານກິໂລວັດໂມງ, ມູນຄ່າ 596 ລ້ານໂດລາສະຫະລັດ;
ຄາດຄະເນໝົດປີ ຈະສົ່ງອອກ 23.336 ລ້ານກິໂລວັດໂມງ ແລະ ການນຳເຂົ້າໄຟຟ້າ ຈະມີປະມານ 364 ລ້ານກິໂລວັດໂມງ. ຮອດເດືອນ 6 ປີ 2017 ສາມາດສະຫລຸບຄວາມຄືບໜ້າໃນການກໍ່ສ້າງເຂື່ອນໄຟຟ້າແຫ່ງຕ່າງໆ ເຊັ່ນ: ເຂື່ອນນ້ຳຂອງ ແຂວງໄຊຍະບູລີ, ມີກຳລັງຕິດຕັ້ງ 1.285 ເມກາວັດ ສຳເລັດແລ້ວ 85%; ເຂື່ອນເຊກະໝານ 1 ແລະ ຊານໄຊ, ກຳລັງຕິດຕັ້ງ 32 ເມກາວັດ ສຳເລັດ 95%; ເຂື່ອນນ້ຳງຽບ 1 ກຳລັງຕິດຕັ້ງ 272 ເມກາວັດ, ສຳເລັດ 68,410%; ເຂື່ອນນ້ຳຈຽນ, ກຳລັງຕິດຕັ້ງ 104 ເມກາວັດ, ສຳເລັດ 95%; ເຂື່ອນນ້ຳງື່ມ 3 ກຳລັງຕິດຕັ້ງ 460 ເມກາວັດ, ສຳເລັດ38,93%; ເຂື່ອນເຊປ່ຽນ-ເຊນ້ຳນ້ອຍ, ກຳລັງຕິດຕັ້ງ 410 ເມກາວັດ, ສຳເລັດ 76,51%; ເຂື່ອນນ້ຳລີກ 1, ກຳລັງຕິດຕັ້ງ 64 ເມກາວັດ ສຳເລັດ 56%; ນ້ຳທາ 1, ກຳລັງຕິດຕັ້ງ 168 ເມກາວັດ, ສຳເລັດ 85,23% ແລະ ເຂື່ອນດອນສະໂຮງ, ກຳລັງຕິດຕັ້ງ 260 ເມກາວັດ, ສຳເລັດ 20%.
ມາຮອດປັດຈຸບັນ, ໂຄງການໄຟຟ້າ ທີ່ກໍ່ສ້າງສຳເລັດ ແລະ ດຳເນີນການຜະລິດກະແສໄຟຟ້າ ທີ່ມີກຳລັງຕິດຕັ້ງ 1 ເມກາວັດຂຶ້ນໄປ ມີທັງໝົດ 46 ແຫ່ງ, ລວມກຳລັງຕິດຕັ້ງ 6.757 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ 35.608 ລ້ານກິໂລວັດໂມງຕໍ່ປີ. ໃນນີ້, ມີເຂື່ອນທີ່ໃຊ້ພະລັງນ້ຳ 43 ແຫ່ງ, ພະລັງຄວາມຮ້ອນຈາກຖ່ານຫີນ 1 ແຫ່ງ ແລະ ພະລັງຈາກກາກອ້ອຍ 2 ແຫ່ງ. ພ້ອມນີ້, ຍັງມີເຂື່ອນທີ່ມີກຳລັງຕິດຕັ້ງຕ່ຳກວ່າ 1 ເມກາວັດ ອີກຈຳນວນໜຶ່ງ ເປັນຕົ້ນເຂື່ອນປາກມອງ, ຫ້ວຍແສ້, ນ້ຳສາດ, ນ້ຳສານ, ນ້ຳແອດ, ນ້ຳໂສ້ ແລະ ເຂື່ອນອື່ນໆ.
Editor: ຂ່າວສານປະເທດລາວ