ສະມາຄົມເຟີນີເຈີລາວ ຈັບມື ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ-ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສູນການຄ້າລາວ-ໄອເຕັກ ຈັດຖະແຫຼງຂ່າວ ກຽມເປີດງານວາງສະແດງຜະລິດຕະພັນເຟີນີເຈີໄມ້ລາວ ຄັ້ງທີ 4 ປະຈຳປີ 2018 ຫລື LAO WOOD FURNITURE FAIR 2018 ຂຶ້ນ ໃນວັນທີ 12 ທັນວາ 2017 ຜ່ານມາ ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ສົມຫວັງ ນິນທະວົງ, ຫົວໜ້າກົມສົ່ງເສີມການຄ້າ ກະຊວງ ອຸດສາຫະະກຳ ແລະ ການຄ້າ, ທ່ານ ກອງມາລາ ພົມມາໄລ ຮອງປະທານ ສະມາຄົມເຟີນິເຈີລາວ, ທ່ານນາງ ຈັນທະຈອນ ວົງໄຊ, ຮອງປະທານສະພາການ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ເດດພູວັງ ມູນຣະລັດ, ຜູ້ອຳນວຍການບໍລິສັດ ລາວເວີນ ມະຫາຊົນ ພ້ອມດ້ວຍສື່ມ່ວນຊົນທຸກພາກສ່ວນເຂົ້າຮ່ວມ.
ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນິເຈີລາວ ກ່າວວ່າ: ງານວາງສະແດງໃນຄັ້ງນີ້ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ໃຫ້ປະກົດຜົນເປັນຈິງ ແລະ ໄດ້ຮັບຜົນສຳເລັດຕາມເປົ້າໝາຍທີ່ລັດຖະບານໄດ້ວາງໄວ້ນັ້ນ, ເພື່ອເປັນການອະນຸລັກຮັກສາປ່າໄມ້, ການນຳໃຊ້ໄມ້ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ມີໄມ້ໄວ້ໃຊ້ຢ່າງຍືນຍົງ ໂດຍການປຸງແຕ່ງໃຫ້ເປັນຜະລິດຕະພັນສຳເລັດຮູບມາຈາກໄມ້, ຫວາຍ ແລະ ໄມ້ປ່ອງ ໃຫ້ມີຫຼາກຫຼາຍຜະລິດຕະພັນ ຕາມທີ່ສັງຄົມປັດຈຸບັນຕ້ອງການ ແລະ ເປັນທີ່ນິຍົມກັນຢູ່ ດ້ວຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ທັງເປັນການສ້າງມູນຄ່າເພີ່ມໃຫ້ກັບຜະລິດຕະພັນເຟີນີເຈີໄມ້ລາວ ໃຫ້ກາຍເປັນສິນຄ້າທີ່ມີຄຸນນະພາບ ແລະ ລາຄາສູງຕົງຕາມຄວາມຕ້ອງການຂອງລູກຄ້າ ແລະ ຕະຫຼາດ ເຮັດໃຫ້ສາມາດສົ່ງອອກຕ່າງປະເທດໄດ້, ຍັງເປັນການສ້າງວຽກເຮັດງານທຳໃຫ້ກັບປະຊາຊົນບັນດາເຜົ່າ, ຕ້ານໄພຫວ່າງງານ ແລະ ຊ່ວຍໃຫ້ຫຼຸດພົ້ນຈາກຄວາມທຸກຍາກຕື່ມອີກໃນອະນາຄົດ ແລະ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບສະມາຄົມເຟີນີເຈີໄມ້ລາວ. ທັງນີ້ ກໍ່ເພື່ອເປັນການໂຄສະນາສິນຄ້າເຟີນີເຈີໄມ້ລາວເຮົາ ເປັນການແລກປ່ຽນບົດຮຽນ ແລະ ປະສົບການດ້ວຍກັນຂອງນັກທຸລະກິດຫົວໜ່ວຍການຜະລິດເຟີນີເຈີ ທີ່ເຮັດໃຫ້ມີຜະລິດຕະພັນເຟີນີເຈີໄມ້ລາວອອກມາຮັບໃຊ້ສັງຄົມ ພ້ອມທັງ ເປັນການສະແດງຜົນງານຜະລິດຕະພັນເຟີນີເຈີຕົນເອງ ທີ່ໄດ້ໃຊ້ຫົວຄິດປະດິດສ້າງຂຶ້ນມາ ໂດຍໃຊ້ນາຍຊ່າງທີ່ມີຄວາມຊຳນິຊຳນານ, ຄວາມປະນິດທີ່ສວຍງາມ ສາມາດສ້າງໄດ້ຫຼາກຫຼາຍຜະລິດຕະພັນ ໃຫ້ທ່ານສາມາດເລືອກຊື້ ແລະ ຊົມໄດ້. ງານວາງສະແດງຜະລິດຕະພັນເຟີນີເຈີໄມ້ລາວ ຄັ້ງທີ 4 ປະຈຳປີ 2018 ຈະໄດ້ເປີດຂຶ້ນໃນລະຫວ່າງ ວັນທີ 13 ຫາ 21 ມັງກອນ 2018 ທີ່ສູນການຄ້າລາວ-ໄອເຕັກຕຶກເກົ່າ.
Editor: ຕະວັນ ແສງສະຫວັນ