ມະຕິຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ, ຄາດຄະເນໝົດປີ 2017 ແລະ ແຜນການປະຈໍາປີ 2018 ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ກອງປະຊຸມເຫັນດີເປັນເອກະພາບຮັບຮອງບັນດາຄາດໝາຍແຕ່ລະດ້ານຂອງແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2018 ມີລາຍລະອຽດ ຄື:
ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນລະດັບ 7% ດ້ວຍການສ້າງມູນຄ່າເພີ່ມຕາມລາຄາໃນປີໃຫ້ໄດ້ 149.471 ຕື້ກີບ ຫຼື ເທົ່າກັບ 17.794 ລ້ານໂດລາສະຫະລັດ, ຄາດຄະເນສະເລ່ຍຕໍ່ຫົວຄົນ 21,3 ລ້ານກີບ ຫຼື ເທົ່າກັບ 2.536 ໂດລາສະຫະລັດ (ລວມຍອດລາຍໄດ້ແຫ່ງຊາດ GNI ຕໍ່ຫົວຄົນ ປະມານ 16.830 ລ້ານກີບ ຫຼື ເທົ່າກັບ 2,004 ໂດລາສະຫະລັດ).
• ດ້ານໂຄງປະກອບເສດຖະກິດ:
ຂະແໜງກະສິກໍາ-ປ່າໄມ້ ເພີ່ມຂຶ້ນ 2.8% ກວມເອົາປະມານ 15.73% ຂອງ GDP. ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 9.1% ກວມເອົາປະມານ 30.79% ຂອງ GDP. ຂະແໜງບໍລິການ ເພີ່ມຂຶ້ນ 6.4% ກວມເອົາປະມານ 41.83% ຂອງ GDP. ພາສີ-ອາກອນຂາເຂົ້າ ເພີ່ມຂຶ້ນ 9.0% ກວມເອົາປະມານ 11.65% ຂອງ GDP.
• ດ້ານເສດຖະກິດ:
ສູ້ຊົນເຮັດໃຫ້ມູນຄ່າການສົ່ງອອກ ບັນລຸປະມານ 5.015 ລ້ານໂດລາສະຫະລັດ. ມູນຄ່າການນໍາເຂົ້າ ປະມານ 4,978 ລ້ານໂດລາສະຫະລັດ. ສູ້ຊົນໃຫ້ມູນຄ່າອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ບັນລຸ 9,614 ຕື້ກີບ. ສູ້ຊົນໃຫ້ມູນຄ່າຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ບໍລິການ) ໃຫ້ບັນລຸ 57,386 ຕື້ກີບ. ຜະລິດໄຟຟ້າໃຫ້ໄດ້ ປະມານ 31,700 ລ້ານກິໂລວັດໂມງ. ສູ້ຊົນໃຫ້ມູນຄ່າຜະລິດແຮ່ທາດໃຫ້ໄດ້ 10,974 ຕື້ກີບ. ສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຢູ່ ສປປ ລາວ ບໍ່ໃຫ້ຫຼຸດ 5 ລ້ານເທື່ອຄົນ ແລະ ສ້າງລາຍຮັບໃຫ້ໄດ້ປະມານ 900 ລ້ານໂດລາ.
Editor: ເສດຖະກິດ-ການຄ້າ