ພາຍຫຼັງທີ່ລົດເມ ປັບອາກາດ ສາຍທາງໄອເຕັກ-ຕະຫຼາດເຊົ້າ ຕະຫຼາດເຊົ້າ-ໄອເຕັກ ໄດ້ເປີດທົດລອງບໍລິການມາແຕ່ວັນທີ 15 ພະຈິກ 2017 ມາເຖິງປັດຈຸບັນ ເຫັນວ່າມີຜູ້ໂດຍສານເພີ່ມຂຶ້ນຕາມລຳດັບ ດັ່ງນັ້ນໃນວັນທີ 8 ທັນວາ 2017 ທີ່ສູນການຄ້າລາວ-ໄອເຕັກ ໄດ້ໄຂບໍລິການລົດເມໃໝ່ ນະຄອນຫຼວງ ຊິດຕີ້ 2 ທາງເປັນທາງການ.
ການບໍລິການລົດເມໃໝ່ ນະຄອນຫຼວງ ຊິດຕີ້ 2 ໄດ້ເປີດໃຫ້ບໍລິການໃນສາຍທາງ ໄອເຕັກ-ຕະຫຼາດເຊົ້າ ຕະຫຼາດເຊົ້າ-ໄອເຕັກ ໄດ້ນຳໃຊ້ລົດເມບໍລິການຈຳນວນ 3 ຄັນ ສໍາຮອງ 1 ຄັນ ເຊິ່ງຈຳນວນລົດເມ ທີ່ນຳໃຊ້ແມ່ນນອນຢູ່ໃນ 34 ຄັນ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ເມືອງກຽວໂຕ, ປະເທດຍີ່ປຸ່ນ ອອກຖ້ຽວທຳອິດຈາກໄອເຕັກ ເວລາ 7:00 ໂມງ ແລະ ຖ້ຽວສຸດທ້າຍ ເວລາ 16:30 ໂມງ ແລ່ນເຕັມຮູບແບບ ຈຳນວນ 13 ຖ້ຽວ ຄ່າບໍລິການຜູ້ລະ 4 ພັນກີບ ແລະ ໃນຕົ້ນປີ 2018 ຄາດວ່າຈະເປີດການແລ່ນລົດສາຍທາງ ສະໜາມບິນ-ຕະຫຼາດເຊົ້າ ເພື່ອຮອງຮັບປີທ່ອງທ່ຽວ ຂອງ ສປປ ລາວ ແລະ ສາຍທາງໃໝ່ອີກຕໍ່ໄປ.
ການເປີດບໍລິການລົດເມໃໝ່ ນະຄອນຫຼວງ ຊິດຕີ້ 2 ໃນຄັ້ງນີ້ ເພື່ອໃຫ້ພະນັກງານລັດຖະກອນ ປະຊາຊົນທົ່ວໄປ ປ່ຽນມານຳໃຊ້ບໍລິການລົດເມ ໄປເຮັດວຽກແທນລົດສ່ວນຕົວ ໃນຂອບເຂດສາຍທາງດັ່ງກ່າວ ເພື່ອຫຼຸດບັນຫາການຈາລະຈອນຕິດຂັດ ແລະ ມົນລະພິດ ອັນເນື່ອງຈາກການໃຊ້ລົດສ່ວນຕົວໃນການເດີນທາງ ແລະ ເພື່ອໃຫ້ປະຊາຊົນ ຜູ້ໃຊ້ບໍລິການໄດ້ຮັບຄວາມເພິ່່ງພໍໃຈ ຄວາມສະດວກສະບາຍ ແລະ ຄຸນນະພາບການບໍລິການທີ່ດີ ໂຄງການດັ່ງກ່າວເກີດຂຶ້ນໄດ້ ຍ້ອນໄດ້ຮັບການສະໜັບສະໜູນຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງ ແລະ ອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ ຫຼື ໄຈກ່າ JICA ແລະ ບໍລິສັດ ລາວເວີນ ມະຫາຊົນ ທີ່ໄດ້ໃຫ້ການຊ່ວຍເຫຼືອຊຸກຍູ້ສະໜັບສະໜູນຈັດຫາສະຖານທີ່ຈອດລົດ ສຳນັກງານຊົ່ວຄາວ ໃຫ້ City 2 ລວມທັງກໍ່ສ້າງສະຖານີລົດເມໂດຍສານ ພ້ອມອາຄານສຳນັກງານຖາວອນໃຫ້ໃນໄລຍະຕໍ່ໄປ.
Editor: ຕະວັນ ແສງສະຫວັນ