ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ພາຍຫຼັງທີ່ໄດ້ຮັບແຈ້ງຄວາມ ຈາກຜູ້ເສຍຫາຍໃນຄັ້ງວັນທີ 18 ພຶດສະພາ 2017 ວ່າ: ໄດ້ມີຄົນຮ້າຍໄປຕັດກະແຈປະຕູຮົ້ວເຮືອນ ແລ້ວລັກລົດຈັກໄປ ຈໍານວນ 01 ຄັນ, ພາຍຫຼັງໄດ້ຮັບແຈ້ງຄວາມແລ້ວທາງເຈົ້າໜ້າທີ ຈຶ່ງໄດ້ແຕ່ງຕັ້ງໜ່ວຍງານວິຊາສະເພາະ ລົງກວດກາສັນນະສູດ ສະຖານທີ່ເກີດເຫດຕົວຈິງເຫັນວ່າ ມີມູນຄວາມຈິງ ແລະ ໄດ້ລົງເກັບກໍາຂໍ້ມູນ, ສືບຫາເປົ້າໝາຍທີ່ສົງໄສ, ຂຶ້ນບັນຊີເປົ້າໝາຍ ພ້ອມທັງສືບສວນ-ສອບສວນ.
ຕໍ່ກັບເຫດການດັ່ງກ່າວ, ຈົນຕົກມາຮອດວັນທີ 01 ກັນຍາ 2017 ຈຶ່ງສາມາດຈັບກຸ່ມແກ້ງລັກຊັບໃນຄັ້ງນີ້ໄດ້ 5 ຄົນ ຄື: ທ້າວ ອຸ່ນສັກ ຄໍາໄຊ ອາຍຸ 27 ປີ, ອາຊີບກໍາມະກອນ, ປັດຈຸບັນ ຢູ່ບ້ານໃຫຍ່ຫ້ວຍຊາຍໃຕ້, ທ້າວ ສົມສັກ ແກ້ວມະນີ (ເຈີ) ອາຍຸ 23 ປີ, ອາຊີບກໍາມະກອນ, ປັດຈຸບັນ ຢູ່ບ້ານປ່າອ້ອຍ, ທ້າວ ຈິ່ມມີ ອິນຕະວົງ ອາຍຸ 23 ປີ, ອາຊີບກໍາມະກອນ, ປັດຈຸບັນ ຢູ່ບ້ານໃຫມ່ພູຄາ, ທ້າວ ພົງສະກອນ ຄໍາມະນີໄຊ (ສາມລວດ) ອາຍຸ 18 ປີ, ອາຊີບກໍາມະກອນ ປັດຈຸບັນ ຢູ່ບ້ານໃຫຍ່ຫ້ວຍຊາຍເໜືອ ແລະ ທ້າວ ບຸນຄົງ ສົມສະນິດ(ຫຼ້າ) ອາຍຸ 35 ປີ, ອາຊີບກໍາມະກອນ ປັດຈຸບັນ ຢູ່ບ້ານປາກຮາວເໜືອ ທັງໝົດຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ພ້ອມກັບເຄື່ອງຂອງກາງລົດຈັກ ຈໍານວນ 16 ຄັນ, ຄອມພິມເຕີໂນດບຸກ ຈໍານວນ 2 ເຄື່ອງ, ເຊີ່ງຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ວິຊາສະເພາະແລ້ວ ພວກກ່ຽວທັງ 5 ຄົນ ແມ່ນໄດ້ຮັບສາລະພາບວ່າ ໄດ້ຮ່ວມມືກັນກໍ່ການກະທຳຜິດແທ້.
ປັດຈຸບັນ ເຈົ້າໜ້າທີ່ກຳລັງສືບຕໍ່ຂະຫຍາຍຜົນ ແລະ ດຳເນີນຕາມຂັ້ນຕອນຂອງກົດໝາຍ, ສ່ວນເຄື່ອງຂອງກາງທີ່ຄົນຮ້າຍລັກໄປ ໃນວັນທີ 8 ທັນວາ 2017 ນີ້ ທາງ ພະແນກສືບສວນສອບສວນ ຫ້ອງຕໍາຫຼວດໄດ້ມອບຊັບສິນຄືນເຈົ້າຂອງເດີມ ເປັນປະເພດລົດຈັກ, ແລະ ຄອມຜິວເຕີໂນດບຸກ ໂດຍການກ່າວມອບຂອງ ທ່ານ ພັນໂທ ສຸລິການ ແສງວໍລະວົງ ຫົວໜ້າພະແນກສືບສວນ-ສອບສວນ ປກສ ແຂວງບໍ່ແກ້ວ ຕໍ່ກັບເຫດການດັ່ງກ່າວ ທ່ານ ພັນໂທ ສຸລິການ ແສງວໍລະວົງ ກໍຍັງໄດ້ຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນບັນດາເຜົ່າ ບັນດາພະແນກການ, ສຳນັກງານ,ອົງການຕ່າງໆພາຍໃນແຂວງບໍ່ແກ້ວ ຈົ່ງຍົກສູງສະຕິລະວັງຕົວ, ເປັນເຈົ້າການປົກປັກຮັກສາຊັບສິນເຄື່ອງໃຊ້ຂອງຕົນໃຫ້ດີ, ບໍ່ໃຫ້ກຸ່ມຄົນບໍ່ດີຊອກຫາຊ່ອງຫວ່າງເຄື່ອນໄຫວກໍ່ການກະທຳຜິດໄດ້.
Editor: ຂ່າວແຂວງບໍ່ແກ້ວ