ກອງປະຊຸມສະຫຼຸບການຈັດຕັ້ງປະຕິວຽກງານ ກົມປະກັນສັງຄົມ ປະຈໍປີ 2017 ແລະ ທິດທາງແຜນການປະຈຳປີ 2018 ໄດ້ຈັດຂື້ນ ໃນວັນທີ 09 ທັນວາ 2017ນີ້ , ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ), ມີຕາງ ໜ້າບັນດາກົມ ພາຍໃນ ແລະ ອອ້ມຂ້າງ ແລະ ພະນັກງານພາຍໃນກົມປະກັນສັງຄົມ ເຂົ້າຮ່ວມ ຢ່າງພ້ອມພຽງ.
ທ່ານ ນາງ. ແກ້ວ ຈັນທະວີໄຊ, ຫົວໜ້າກົມປະກັນສັງຄົມ ໄດ້ຂື້ນສະຫຼຸບລາຍງານ ຕີລາຄາວຽກງານ ປະກັນສັງຄົມ ປະຈໍາປີ 2017 ເພື່ອຍົກໃຫ້ເຫັນດ້ານດີ ແລະ ດ້ານອ່ອນ, ຂໍ້ຄົງຄ້າງ , ບາງບົດຮຽນທີ່ຖອດຖອນໄດ້ໃນໄລຍະໜຶ່ງປີຜ່ານມາ ແລະ ທິດທາງແຜນການ ເຄື່ອນໄຫວວຽກຈຸດສຸມ ໃນສົກປີ 2018. ໄລຍະຜ່ານມາມີຜູ້ເຂົ້າຮ່ວມລະບົບປະກັນສັງຄົມທັງໝົດປະມານ 6,919,402 ຄົນ ຫຼື 80% ຂອງຜົນລະເມືອງລາວເຂົ້າຮ່ວມປະກັນສັງຄົມ, ພັກ-ລັດຖະບານ ໄດ້ໃຫ້ຄວາມສໍາຄັນທີ່ສຸດກ່ຽວກັບວຽກງານນະໂຍບາຍປະກັນສັງຄົມ ດັ່ງນັ້ນ, ຈຶ່ງມີກົດໝາຍຄຸ້ມຄອງການປະກັນສັງຄົມເພື່ອໃຫ້ພະນັກງານ ແລະ ຜູ້ໃຊ້ແຮງງານທົ່ວໄປໄດ້ເຂົ້າຮ່ວມການປະກັນສັງຄົມຢ່າງກວ້າງຂວາງ ເຊິ່ງກຸ່ມເປົ້າໝາຍແມ່ນພະນັກງານລັດຖະກອນ ແລະ ຜູ້ໃຊ້ແຮງງານ, ທະຫານ, ຕໍາຫລວດ ຜ່ານມາມີຜູ້ເຂົ້າຮ່ວມລະບົບປະກັນສັງຄົມແລ້ວ 1 ລ້ານກວ່າຄົນ ແລະ ມີເຂົ້າປະກັນສຸຂະພາບຊຸມຊົນຈໍານວນ 5,475,456 ຄົນ ກວມເອົາ 79,1% ຂອງພົນລະເມືອງທັງໝົດທີ່ໄດ້ຮັບການອຸດໜູນຈາກປະກັນສັງຄົມ.
ທ່ານ ປອ ຄໍາແກ້ວ ສານບຸນຄູນໄຊ ໄດ້ໃຫ້ກຽດໂອລົມ ວ່າ: ຕໍ່ກັບບັນຫາທີ່ທ້າທາຍສໍາລັບການປະກັນສັງຄົມໃນໄລຍະໃໝ່ນີ້, ຈົ່ງພ້ອມກັນ ເພື່ອແກ້ໄຂສິ່ງທີ່ທ້າທາຍ ທີ່ຕ້ອງໄດ້ປັບປຸງແກ້ໄຂນີ້, ເພື່ອແນ່ໄສ່ໃນການສ້າງຫລັກການຄໍ້າປະກັນ ເພື່ອໃຫ້ທຸກຄົນໄດ້ເຂົ້າເຖິງລະບົບປະກັນສັງຄົມ ແລະ ການປະກັນສຸຂະພາບໃນຂອບເຂດທົ່ວປະເທດ, ໂດຍພ້ອມກັນປະສານສົມທົບ ຮ່ວມມືກັບ ຂະແໜງການທີ່ກ່ຽວຂ້ອງເປັນຕົ້ນ ກະຊວງສະທາລະນາສຸກ ແລະ ສູນກາງສະຫະພັນແມ່ຍິງ ພ້ອມທັງ ໂຄສະນາທາງສື່ອ່ອນລາຍ ຕ່າງໆ, ທັງນີ້ ເພື່ອໃຫ້ເຂົ້າເຖິງບັນດາກຸ່ມເປົ້າ ໝາຍ ນັບແຕ່ຂັ້ນສູນກາງລົງຫາທ້ອງຖິ່ນ ໃນການເຂົ້າຮ່ວມປະກັນສັງຄົມຢ່າງກ້ວາງຂວາງ ແລະ ຄາດວ່າຈະໃຫ້ກວມເອົາ 80% ຂອງຜູ້ອອກແຮງງານໃນລະບົບທັງໝົດ ພ້ອມນີ້ ຄາດວ່າຈະຂະຫຍາຍໃຫ້ບັນດາຊຸມຊົນ ແລະ ຜູ້ສະ ໝັກໃຈເຂົ້າຮ່ວມ ໃຫ້ຫລາຍກວ່າ10 ພັນຄົນ, ສ່ວນລະບົບປະກັນສຸຂະພາບໃຫ້ໄດ້ 90% ຂອງພົນລະເມືອງທົ່ວປະເທດ ໃນປີ 2020.
Editor: ຂ່າວສານແຮງງານສະຫວັດີການ ແລະ ສັງຄົມ