ໃນທ້າຍອາທິດຜ່ານມາ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ໄດ້ຕິດຕາມທ່ານ ຈູມມາລີ ໄຊຍະສອນ ອະດີດປະທານປະເທດ ພ້ອມດ້ວຍຄະນະ ໄປຢ້ຽມຢາມພື້ນຖານການຜະລິດຢູ່ບ້ານບຸ່ງພ້າວ, ເມືອງທຸລະຄົມ, ແຂວງວຽງຈັນ. ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ວິດົງ ໄຊຍະສອນ ເຈົ້າແຂວງໆວຽງຈັນ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ອຳນາດການປົກຄອງທ້ອງຖິ່ນເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ກໍ່ໄດ້ຮັບຟັງການລາຍງານສະພາບການລ້ຽງງົວຂອງກຸ່ມລ້ຽງງົວ ຈາກທ່ານ ພຸດທະເສນ ວົງສີປະສົມ ເຊິ່ງເຫັນ ວ່າ: ໄດ້ສ້າງກຸ່ມລ້ຽງງົວເປັນສິນຄ້າຂຶ້ນໃນປີ 2009 ເບື້ອງຕົ້ນມີງົວລາດ ຈຳນວນ 400 ໂຕ, ມາຮອດປີ 2015 ບໍລິສັດ ພອນສັກ ຈຳກັດ ໄດ້ນຳເອົາງົວພັນມາສົ່ງເສີມໃຫ້ໃຫ້ກຸ່ມກໍ່ຄື ປະຊາຊົນລ້ຽງ ຈຳນວນ 272 ໂຕ. ໃນນັ້ນ, ພັນທະຂອງກຸ່ມຕໍ່ບໍລິສັດດັ່ງກ່າວແມ່ນເອົາລູກງົວພັນທີ່ເກີດມາໂຕທຳອິດຄືນໃຫ້ບໍລິສັດ. ມາຮອດປະຈຸບັນ, ກຸ່ມດັ່ງກ່າວສາມາດມອບຕົ້ນທຶນກໍ່ຄືລູກງົວ ທີ່ເກີດມາໂຕທຳອິດຄືນໃຫ້ບໍລິສັດແລ້ວ ຈຳນວນ 121 ໂຕ, ພ້ອມກັນນັ້ນ ກໍ່ຍັງມີງົວລາດ ຈຳນວນ 1,020 ໂຕ, ງົວພັນ ຈຳນວນ 300 ກວ່າໂຕ.
ຫຼັງຈາກນັ້ນ, ກໍ່ໄດ້ຮັບຟັງການລາຍງານກ່ຽວກັບການປູກພືດຜັກອິນຊີ ຈາກກຸ່ມປູກພືດຜັກອິນຊີ ເຊິ່ງເຫັນວ່າ: ກຸ່ມດັ່ງກ່າວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2010 ໃນເນື້ອທີ່ຈຳນວນ 4 ເຮັກຕາ, ມີສະມາຊິກຈຳນວນ 16 ຄອບຄົວ. ມາຮອດປະຈຸບັນແມ່ນມີເນື້ອທີ່ປູກ ຈຳນວນ 18 ເຮັກຕາ, ມີສະມາຊິກ ຈຳນວນ 21 ຄອບຄົວ, ສະເລ່ຍລາຍຮັບຈາກການຂາຍພືດຜັກຂອງແຕ່ລະຄອບຄົວແມ່ນ 4-5 ລ້ານກີບ/ເດືອນ ໂດຍໄດ້ນຳໄປຂາຍຢູ່ຕະຫຼາດກະສິກຳອິນຊີທີ່ນະຄອນຫຼວງວຽງຈັນ.
ໃນໂອກາດດຽວກັນ, ທ່ານ ຈູມມາລີ ໄຊຍະສອນ ໄດ້ໃຫ້ກຽດໂອ້ລົມ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຈັດຕັ້ງປະຕິບັດ ບາງບັນຫາ ເປັນຕົ້ນ ສະເໜີໃຫ້ແຂວງວຽງຈັນ ແລະ ເມືອງທຸລະຄົມຄົ້ນຄວ້າສ້າງເມືອງທຸລະຄົມ ໃຫ້ກາຍເປັນຕົວແບບທາງດ້ານກຸ່ມການປູກ ແລະ ກຸ່ມການລ້ຽງ ຕິດພັນກັບການທ່ອງທ່ຽວໃນວຽກງານດັ່ງກ່າວໂດຍໄວ.
ໃນນັ້ນ, ແມ່ນໃຫ້ສຸມໃສ່ການປູກ-ການລ້ຽງ-ການທ່ອງທ່ຽວໃນສິ່ງທີ່ເມືອງມີເງື່ອນໄຂ ແລະ ໜໍ່ແໜງເປັນຕົ້ນ ການລ້ຽງງົວ, ການເຮັດນາໄຮ່ໃຫຍ່, ການປູກພືດຜັກອິນຊີ, ການສ້າງ-ປັບປຸງແຫຼ່ງທ່ອງທ່ຽວ ແລະ ອື່ນໆ ເພື່ອໃຫ້ທ້ອງຖິ່ນອື່ນໄດ້ມາສຶກສາຮໍ່າຮຽນເອົາເປັນແບບຢ່າງ ແລະ ກາຍເປັນຫົວໜ່ວຍທຸລະກິດຂະໜາດນ້ອຍ-ຂະໜາດກາງໃນອະນາຄົດ; ຄົ້ນຄວ້າປັບປຸງຈຳນວນບ້ານຂອງເມືອງທຸລະຄົມໃຫ້ກະທັດຮັດ ໂດຍສ້າງໃຫ້ເປັນບ້ານໃຫຍ່ ຕາມທິດ 3 ສ້າງ ເພື່ອສະດວກໃນການຄຸ້ມຄອງ, ການຊຸກຍູ້ສົ່ງເສີມ, ຫຼຸດຜ່ອນຂອດການປະສານງານ ລວມທັງພາລະຂອງພາກລັດ ແລະ ອື່ນໆ.
Editor: ເສດຖະກິ-ການຄ້າ