ໃນວັນທີ 11 ທັນວາ 2017 ທີ່ນະຄອນຫລວງວຽງຈັນ, ໄດ້ມີການເຜີຍແຜ່ບົດລາຍງານດ້ານເສດຖະກິດຂອງ ສປປ ລາວ ສະບັບຫລ້າສຸດຂອງທະນາຄານໂລກ, ໂດຍມີແຂກຖືກເຊີນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນບົດລາຍງານດັ່ງກ່າວ, ໄດ້ໃຫ້ຮູ້ວ່າ: ການເຕີບໂຕຂອງເສດຖະກິດ ທີ່ຄາດວ່າຈະຍັງສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 6,7% ໃນປີ 2017 ແລະ ຈະຊ່ວຍຫລຸດຜ່ອນຄວາມທຸກຍາກໃນ ສປປ ລາວ. ພ້ອມນີ້, ອັດຕາເງິນເຟີ້ຫລຸດລົງ ຍ້ອນລາຄາສະບຽງອາຫານ ແລະ ຄວາມຕ້ອງການຂອງພາຍໃນ ທີ່ຫລຸດລົງ, ໄດ້ຊ່ວຍດຸ່ນດ່ຽງລາຄານ້ຳມັນທີ່ຄ່ອຍໆເພີ່ມຂຶ້ນ, ການຄຸ້ມຄອງເສດຖະກິດໂດຍລວມມີການປັບປຸງດີຂຶ້ນ, ໂດຍໄດ້ມີການດັດສົມລາຍຈ່າຍ ຂອງລັດຖະບານ ຍ້ອນລາຍຮັບບໍ່ໄດ້ຕາມຄາດໝາຍ ແລະ ການຄຸ້ມຄອງອັດຕາແລກປ່ຽນ ສາມາດເໜັງຕີງໄດ້ຫລາຍຂຶ້ນ ພາຍໃນກອບນະໂຍບາຍອັດຕາແລກປ່ຽນ.
ໃນໂອກາດດັ່ງກ່າວ, ທ່ານ ຊອນຄຣິສຕົບ ກາເຣັດ ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ກ່າວວ່າ: ສປປ ລາວ ສາມາດຮັກສາການເຕີບໂຕທາງດ້ານເສດຖະກິດໃນລະດັບສູງ ໃນຫລາຍທົດສະຫວັດທີ່ຜ່ານມາ, ເຊິ່ງເຮັດໃຫ້ຫລາຍພັນຄອບຄົວ ຫລຸດພົ້ນອອກຈາກຄວາມທຸກຍາກ, ການຄຸ້ມຄອງເສດຖະກິດມະຫາພາກ ເຂັ້ມແຂງກວ່າເກົ່າ, ການປະຕິຮູບສິ່ງແວດລ້ອມ ໃນການດຳເນີນທຸລະກິດ ແລະ ຊຸກຍູ້ພາກເອກະຊົນ ໃຫ້ມີການຂະຫຍາຍຕົວສາມາດເຮັດໃຫ້ ສປປ ລາວ ຮັກສາການເຕີບໂຕ ແລະ ສືບຕໍ່ຫລຸດພົ້ນຄວາມທຸກຍາກ, ທ່າອ່ຽງໃນໄລຍະກາງ ໂດຍລວມມີທ່າອ່ຽງບວກ ແຕ່ການເຕີບໂຕຂອງເສດຖະກິດຄາດວ່າ ຈະສືບຕໍ່ຊ້າລົງເລັກນ້ອຍໃນປີໜ້າ ກ່ອນຈະກັບມາຂະຫຍາຍຕົວໄວຂຶ້ນ ໃນສົກປີ 2019-2020, ເນື່ອງຈາກວ່າບັນດາໂຄງການໄຟຟ້າຂະໜາດໃຫຍ່ ຈະເລີ່ມການຜະລິດ, ການຫລຸດຜ່ອນຄວາມບອບບາງ ທາງດ້ານເສດຖະກິດມະຫາພາກ, ການປັບປຸງສິ່ງແວດລ້ອມ ທາງດ້ານການດຳເນີນທຸລະກິດ ແລະ ການຄຸ້ມຄອງຂະແໜງພະລັງງານໄຟຟ້າ ທີ່ເຂັ້ມແຂງຂຶ້ນ.
ໃນສອງທົດສະວັດທີ່ຜ່ານມາ ຂະແໜງພະລັງງານ ໄດ້ມີບົດບາດສຳຄັນ ໃນການຊຸກຍູ້ການພັດທະນາແຫ່ງຊາດ ໂດຍສະເພາະປະກອບສ່ວນສ້າງເສດຖະກິດ ໃຫ້ມີຄວາມຂະຫຍາຍຕົວ, ໂດຍຜ່ານການລົງທຶນ, ການສະໜອງໄຟຟ້າໃຫ້ສັງຄົມ ແລະ ເພີ່ມລາຍຮັບ ຈາກການສົ່ງອອກໃຫ້ສູງຂຶ້ນກວ່າເກົ່າ, ແຕ່ເຖິງຢ່າງໃດກໍຕາມ ຂະແໜງດັ່ງກ່າວ,ຍັງມີຄວາມສ່ຽງ ໂດຍສະເພາະ ແມ່ນຕິດພັນກັບຄວາມຍືນຍົງທາງດ້ານຂະແໜງການເງິນ ເຊິ່ງອາດຈະຊ່ວຍຫລຸດຜ່ອນລົງໄດ້ ໂດຍການປັບປຸງການວາງແຜນພັດທະນາໂຄງການ ແລະ ຂັ້ນຕອນການຄັດເລືອກໂຄງການ, ຊອກຫາຕະຫລາດທີ່ສາມາດຮັບຮອງການສົ່ງອອກໄຟຟ້າ ທີ່ໃຫ້ລາຄາດີ ແລະ ປັບປຸງການດຳເນີນທຸລະກິດ, ພ້ອມທັງການຈັດຕັ້ງຂອງຫົວໜ່ວຍທຸລະກິດ ໃນຂະແໜງການສາທາລະນຸປະໂພກ ໃຫ້ດີຂຶ້ນກວ່າເກົ່າ.
Editor: ຂ່າວສານປະເທດລາວ