ທ່ານ ອິນຕອງ ອຸດົມ, ຜູ້ອຳນວຍການ ບໍລິສັດ ແສນອຸດົມ ຈຳກັດ (ນໍາເຂົ້າຢາງປູທາງ) ໄດ້ໃຫ້ສໍາພາດຜູ້ສືຂ່າວເມືອງລາວວັນນີ້ ວ່າ: ຈາກສະພາບຄວາມບໍ່ຄ່ອງຕົວທາງດ້ານເສດຖະກິດພາຍໃນປະເທດ ສົ່ງຜົນໃຫ້ບັນດາບໍລິສັດກໍ່ສ້າງຂົວທາງຕ່າງໆ ບໍ່ສາມາດເຄື່ອນໄຫວວຽກງານຂອງຕົນຢ່າງເຕັມປະສິດທິພາບ ຄວາມຕ້ອງການຢາງຫຼຸດລົງ ການນຳເຂົ້າຢາງໝາກຕ໋ອຍ ເພື່ອມາປູທາງກໍ່ຫຼຸດລົງຫຼາຍ.
ຈາກຂໍ້ມູນຕົ້ນປີນີ້ເຖິງປັດຈຸບັນ ບໍລິສັດຂອງພວກເຮົາໄດ້ນຳເຂົາຢາງທັງໝົດແລ້ວ 6.000 ໂຕນ ອີງຕາມສະຖິຕິ 2016 ຫຼຸດລົງຈາກປີ 2015 ປະມານ 40% ສຳລັບປີ 2017 ຄືຈະຫຼຸດປີ 2016 ເຄິ່ງໜຶ່ງ. ຕົວເລກນຳເຂົ້າປີ 2015 ປະມານ 20.500 ໂຕນ, 2016 ປະມານ 12.500 ໂຕນ, ປັດຈຸບັນ 2017 ໃນ 10 ເດືອນ ມີພຽງ 6 ພັນກວ່າໂຕນ, ຄາດໝົດປີຈະໄດ້ພຽງ 8 ພັນກວ່າໂຕນ. ເຊິ່ງນັບແຕ່ສົກປີ 2014-2015 ຄືນຫຼັງ ອັດຕາການຈຳ ໜ່າຍຢາງໃນທົ່ວປະເທດ ກວມເອົາ 70% ຕົກມາຮອດປັດຈຸບັນ ອັດຕາສ່ວນແບ່ງແມ່ນຫຼຸດລົງໆ ແຕ່ເຖິງຈະຫຼຸດ ແຕ່ພວກເຮົາຍັງເປັນຜູ້ສະໜອງລາຍໃຫຍ່.
ການນຳເຂົ້າ ແລະ ຈຳໜ່າຍ ແມ່ນຫຼຸດລົງແຕ່ລະປີ ສະແດງວ່າ ພາກການກໍ່ສ້າງພື້ນຖານໂຄງລ່າງ ໂດຍສະເພາະການກໍ່ສ້າງຂົວທາງ ອາດມີການຫຼຸດລົງ ເຊັ່ນກັນ ເນື່ອງຈາກວ່າວຽກງານໜ້ອຍລົງ ບວກກັບມາດຕະການ ທີ່ລັດຖະບານໄດ້ຄວບຄຸ້ມເລື່ອງລາຍຮັບ-ລາຍຈ່າຍ ແລະ ຈຳກັດໂຄງການກໍ່ສ້າງນອກແຜນ, ໂຄງການທີ່ບໍ່ຜ່ານສະພາ ແລະ ບັນຫາໜີ້ສິນທີ່ຄຸມເຄືອແກ້ຍາວມາຫຼາຍປີ ຈະຕ້ອງໄດ້ສຸມໃສ່ແກ້ໄຂ ແລະ ຮັດກຸມຫຼາຍຂຶ້ນ. ແຕ່ທັງນີ້, ພາກທຸລະກິດ ບໍ່ມີຄວາມຄ່ອງຕົວ ໃນການດຳເນີນທຸລະກິດ ເຮັດໃຫ້ການເກັບລາຍຮັບຂອງລັດຖະບານ ກໍ່ຫຼຸດລົງເຊັ່ນກັນ.
ເຖິງວ່າສະພາບດັ່ງກ່າວ ຈະມີຄວາມຫຍຸ້ງຍາກຫຼາຍກໍ່ຕາມ ແຕ່ທາງລັດຖະບານ ຄວນມີແນວກະຕຸ້ນ ເພື່ອໃນຂະບວນການດຳເນີນທຸລະກິດກັບມາຝົດຟື້ນກວ່ານີ້ ໂດຍສະເພາະຂະແໜງກໍ່ສ້າງຂົວທາງ. ເຖິງວ່າລັດຖະບານ ຈະຈຳກັດຕົວເລກຂ້ອນຂ້າງມີມາດຕະການທີ່ເຂັ້ມງວດ ແລະ ປົວແປງແຕ່ຢ່າງດຽວ ດ້ວຍບໍ່ມີການເຄື່ອນໄຫວ ເຮັດໃຫ້ຫົວໜ່ວຍທຸລະກິດບໍ່ມີແນວກິນ. ດັ່ງນັ້ນ, ຕ້ອງໄດ້ປົວແປງໄປນຳ ແລະ ລົງທຶນໄປນຳ.
ທ່ານ ກ່າວຕື່ມອີກວ່າ: ປະເທດຂອງພວກເຮົາມີຄວາມຮຽກຮ້ອງຕ້ອງການຢາງໝາກຕ່ອຍ ເພື່ອນຳມາສະ ໜອງການກໍ່ສ້າງເສັ້ນທາງ ພັດທະນາພື້ນຖານໂຄງລ່າງ ການຄົມມະນາຄົມ ເຊິ່ງເປັນເງື່ອນໄຂສຳຄັນຊຸກຍູ້ເຮັດໃຫ້ເສດຖະກິດ-ສັງຄົມ ມີການຂະຫຍາຍຕົວ. ສະພາບການຫຼຸດລົງ ແມ່ນໄດ້ຕິດພັນ ແລະ ກະທົບໃສ່ຫຼາຍຂົງເຂດວຽກງານເປັນຕົ້ນແມ່ນ ການປັບປຸງ - ຂະຫຍາຍເສັ້ນທາງ, ວຽກງານຂົນສົ່ງສິນຄ້າ, ການຜະລິດ, ການໄປມາຫາສູ່ກັນ, ການເຊື່ອມຈອດລະຫວ່າງຕົວເມືອງ ແລະ ຊົນນະບົດ ລ້າຊາລົງ.
Editor: ຕະວັນ ແສງສະຫວັນ