ປະຈຸບັນຖືວ່າສະພາບເສດຖະກິດ ບ້ານເຮົາແມ່ນຍັງຄົງຂະຫຍາຍຕົວດີຂຶ້ນຢ່າງຕໍ່ເນື່ອງ ອັນໄດ້ກາຍເປັນແຮງຍູ້ປະຊາຊົນສ່ວນໃຫຍ່ມີເງິນຊື້ລົດບວກກັບ ຂອດການບໍລິການມີຫຼາຍຢ່າງງ່າຍຂຶ້ນ ເຮັດໃຫ້ຕົວເລກສະຖິຕິຂຶ້ນທະບຽນຍານພາຫະນະໄລຍະ 11 ເດືອນ 2017 ຢູ່ນະຄອນຫຼວງວຽງຈັນ ມີລົດໃໝ່ມາຂຶ້ນ ທະບຽນແລ້ວ 52.699 ຄັນ.
ອີງຕາມຕົວເລກຂໍ້ມູນຈາກ ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ເປີດເຜີຍໃຫ້ຮູ້ວ່າ: ສະຖິຕິຂຶ້ນ ທະບຽນຍານພາຫະນະປີ 2017 ໄລຍະ 11 ເດືອນ ມີລົດມາຂຶ້ນທະບຽນທັງໝົດ 52.699 ຄັນ ໃນນັ້ນ ລົດຈັກ (A) 32.091 ຄັນ, ສາມລໍ້ (A) 1 ຄັນ, ເກັງ (B1) 5.361 ຄັນ, ກະບະ (B2) 9.367 ຄັນ, ຈິບ (B3) 2.967 ຄັນ,ຕູ້ (B4) 652 ຄັນ, ບັນທຸກ C 2.086 ຄັນ ແລະ ລົດໂດຍສານ 174 ຄັນ.
ສໍາລັບ ລົດຂຶ້ນທະບຽນເດືອນມັງກອນ ມີ 4.907 ຄັນ, ກຸມພາ 4.065 ຄັນ, ມີນາ 4.236 ຄັນ, ເມສາ 3.968 ຄັນ, ພຶດສະພາ 6.685 ຄັນ, ມິຖຸນາ 5.066 ຄັນ, ກໍລະກົດ 3763 ຄັນ, ສິງຫາ 5.320 ຄັນ, ກັນຍາ 5.162 ຄັນ, ຕຸລາ 4.342 ຄັນ ແລະ ເດືອນພະຈິກ 5.185 ຄັນ.
Editor: ດາວໄຊ ສີວິໄລ