ເພື່ອສ້າງພະນັກງານສູນກາງແນວລາວສ້າງຊາດ ໃຫ້ມີຄວາມເຂົ້າໃຈຕໍ່ກັບວຽກງານຝຶກອົບຮົມຢ່າງເລິກເຊິ່ງ. ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມ ການສ້າງທີມຄູຝຶກໃຫ້ພະນັກງານສູນກາງແນວລາວສ້າງຊາດ ເມື່ອບໍ່ດົນມານີ້
ທ່ານ ນາງ ຄໍາຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ກ່າວວ່າ: ການຝຶກອົບຮົມການສ້າງທີມງານຄູຝຶກໃນຄັ້ງນີ້ມີຄວາມສໍາຄັນຫຼາຍ ໂດຍສະເພາະ, ແມ່ນຜູ້ເຂົ້າຮ່ວມທີ່ຍັງບໍ່ເຄີຍຝຶກອົບຮົມມາກ່ອນ ເພື່ອເປັນການສ້າງຄວາມຮູ້, ບົດຮຽນ-ປະສົບການໃໝ່ໆ, ເປັນການເສີມສ້າງທັກສະ, ສ້າງຄວາມກ້າຫານໃນການເວົ້າ, ການປຸກລະດົມ, ການແລກປ່ຽນບົດຮຽນ, ຄວາມຄິດຄວາມເຫັນ ແລະ ສ້າງໃຫ້ພະນັກງານມີຄວາມກ້າສະແດງອອກໃນເວທີຕ່າງໆ, ພ້ອມນັ້ນ ຍັງເປັນການປະກອບສ່ວນຄວາມຮູ້ດ້ານເຕັກນິກທາງດ້ານການຖ່າຍທອດຄວາມຮູ້, ບົດຮຽນຕ່າງໆໃນຖານະຜູ້ເປັນວິທະຍາກອນ ແລະ ຜູ້ເຂົ້າຮ່ວມຝຶກອົບຮົມ ໃນການສໍາມະນາໃນລະດັບຕ່າງໆ ເຮັດໃຫ້ຜູ້ເຂົ້າຮ່ວມສາມາດນໍາເອົາຄວາມຮູ້, ເອົາບົດຮຽນນໍາໄປຈັດຕັ້ງຜັນຂະຫຍາຍ ຫຼື ຖ່າຍທອດໃຫ້ຜູ້ອື່ນຕໍ່ໄປ.
ຄະນະຄູຝຶກຈາກສູນພັດທະນາການສຶກສານອກໂຮງຮຽນ ໄດ້ນໍາເອົາຂໍ້ມູນ, ບົດຮຽນທີ່ເປັນປະໂຫຍດທີ່ສໍາຄັນ ແລະ ຈໍາເປັນນໍາມາຖ່າຍທອດ ເຊັ່ນ: ຄວາມໝາຍຂອງການຝຶກອົບຮົມ ເພື່ອເຮັດໃຫ້ສໍາມະນາກອນຮັບຮູ້, ເຂົ້າໃຈ ຄວາມໝາຍຂອງການຝຶກອົບຮົມໄດ້ຢ່າງແທ້ຈິງ; ຄວາມຄາດຫວັງ, ບັນຫາ, ຂັ້ນຕອນ, ການດໍາເນີນ ແລະ ຄວາມຈໍາເປັນຂອງການຝຶກອົບຮົມ ການເປັນຄູຝຶກ, ນອກຈາກນັ້ນ ຍັງໄດ້ຮຽນກ່ຽວກັບຄວາມຮູ້ເບື້ອງຕົ້ນກ່ຽວກັບການຝຶກອົບຮົມແບບມີສ່ວນຮ່ວມ, ຫຼັກການພື້ນຖານຂອງການສຶກສາຜູ້ໃຫຍ່ການຈັດຝຶກອົບຮົມຢ່າງມີປະສິດຕິພາບ, ວິທີ ແລະ ເຕັກນິກການສົ່ງຄວາມຮູ້, ວິທີການສອນຜູ້ໃຫຍ່, ການແຕ່ງບົດສອນ ແລະ ເນື້ອໃນສໍາຄັນອື່ນໆ ຕື່ມອີກ. ເນື້ອໃນຫຼັກທີ່ນໍາມາຝຶກອົບຮົມໃນຄັ້ງນີ້ ມີ 8 ເນື້ອໃນຫຼັກເປັນຕົ້ນ: ຄວາມສໍາຄັນຂອງການຝຶກອົບຮົມ, ຂັ້ນຕອນ ແລະ ຂະບວນການຝຶກອົບຮົມ, ການດໍາເນີນຝຶກອົບຮົມ, ຄວາມຈໍາເປັນໃນການຝຶກອົບຮົມ, ການສ້າງຫຼັກສູດ, ບັນຍາກາດການຝຶກອົບຮົມ ແລະ ກອງປະຊຸມຝຶກອົບຮົມເທື່ອນີ້ແມ່ນໄດ້ອັດລົງໃນວັນທີ 15 ທັນວາ 2017 ຜ່ານມານີ້.
Editor: ກຳປານາດ ລັດຖະເຮົ້າ