ຄະນະຊາວໝຸ່ມເມືອງວັງວຽງ ໄດ້ຈັດຂະບວນຄາລະວານລົດຖີບເພື່ອການກຸສົນສົມທົບທຶນເຂົ້າໃນການພັດທະນາການສຶກສາຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາຜ່ອງ ດວງວິໄລ ກຳມະການພັກແຂວງ, ເລຂາພັກເມືອງເຈົ້າເມືອງໆວັງວຽງ, ມີເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ ,ຫົວໜ້າຫ້ອງການຮອງຫ້ອງການ, ຊາວໝຸ່ມ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ບຸນປັນ ພົມມະວົງສາ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ ໄດ້ໃຫ້ກຽດຂຶ້ນກ້າວເປີດຂະບວນການຄາລະວານລົດຖີບເພື່ອການກຸສົນສົມທົບທຶນເຂົ້າໃນການພັດທະນາການສຶກສາ, ໃນຄັ້ງນີ້ຈຸດປະສົງໃນການຈັດຂະບວນດັ່ງກ່າວ ເພື່ອເປັນການສ້າງຂະບວນຂໍານັບຮັບຕ້ອນວັນທີ 2 ທັນວາ ວັນຊາດຄົບຮອບ 42 ປີ ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 97 ຈຸດປະສົ່ງໜຶ່ງກໍ່ເພື່ອເປັນການສ້າງຂະບວນຄວາມສາມັກຄີສົມທົບທື່ນເພື່ອນຳໄປຊ່ວຍເຫຼືອໂຮງຮຽນປະຖົມສົມບູນບ້ານຜາທອງ ເປັນຕົ້ນແມ່ນທາສີໂຮຽຮຽນ, ເທ້ພື້ນໂຮງຮຽນ ແລະ ຊ້ອມແປງໂຮງຮຽນ ລວມມູນຄາໃນການຊ່ວຍເຫຼືອແມ່ນ 8 ກວ່າລ້ານກີບ ເຊີ່ງ ຂະບວນຄາລະວານຖີບລົດຖີບແມ່ນເລີ່ມແຕ່ເດີນຍົນວັງວຽງ ໄປຫາໂຮງຮຽນປະຖົມສົມບູນບ້ານຜາທອງ ,ໄລຍະທາງປະມານ 8 ກີໂລແມັດ.

Editor: ກຳປານາດ ລັດຖະເຮົ້າ