ດ້ວຍຄວາມເປັນຫວ່ງເປັນໃຍຂອງພັກ-ລັດ ໂດຍສະເພາະການດໍາລົງຊິວິດຂອງພໍ່ແມ່ປະຊາຊົນໃນຂົງເຂດຫ່າງໄກສອກຫລີກ ແລະ ທຸລະກັນດານ, ດັ່ງນັ້ນເມື່ອບໍ່ດົນຜ່ານມານີ້, ທ່ານນາງ ເພັດສະໜອນ ພິລາວັນ ກໍາມະການພັກເມືອງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ພ້ອມຄະນະທິມງານຂອງເມືອງ, ຮ່ວມມີບັນດາຄະນະສະຫະພັນແມ່ຍີງເມືອງ, ຜູ້ຊີ້ນໍາບ້ານ, ໄດ້ເອົາເຄື່ອງທີ່ແຂວງມອບໃຫ້ໃນເມື່ອກ່ອນ ໄປແຈກຢາຍໃຫ້ປະຊາຊົນບ້ານທີ່ທຸກຍາກ ແລະ ຫ່າງໄກສອກຫລີກ, ເປົ້າໝາຍບ້ານທີ່ມອບໃນຄັ້ງນີ້ ມີບ້ານແກ້ງຄໍາ, ບ້ານປະໄລ, ໂຮງຮຽນປະຖົມວັງສະລໍ ແລະ ປະຖົມລະແອນ,
ສໍາລັບເຄື່ອງທີ່ນໍາມາມອບໃນຄັ້ງນີ້ມີເຄື່ອງນຸ່ງຫົ່ມ, ອຸປະກອນການຮຽນການສອນ, ເຄື່ອງອຸປະໂພກສະບູ, ແພັບ, ຢາຖຸແຂ້ວ ແລະ ອື່ນໆ ແລະ ບໍລິໂພກມີມີ່ໄວໆ, ນົມ ແລະ ອື່ນໆ ລວມມູນຄ່າທັງໝົດ 4 ລ້ານ 5 ແສນກີບ, ໂດຍແມ່ນ ທ່ານນາງ ເພັດສະໜອນ ພິລາວັນ ເປັນຜູ້ມອບ,ຕາງໜ້າປະຊາຊົນນ້ອງນັກຮຽນຂື້ນຮັບ ແລະ ໃນໂອກາດລົງມາຢ້ຽມຢາມໃນຄັ້ງນີ້ ທ່ານພ້ອມດ້ວຍຄະນະກໍ່ໄດ້ມອບ ແພສີຟ້າ ໃຫ້ອານຸຊົນປະຖົມວັງສະລໍ ຈໍານວນ 24 ຜືນ, ແພສີແດງ ໃຫ້ເຍົາວະຊົນ 26 ຜືນ, ນອກຈາກນັ້ນ, ສະຫະພັນແມ່ຍີງເມືອງເຊໂປນ ກໍ່ໄດ້ມອບໃບຢັ້ງຢືນບ້ານສະຫະພັນແມ່ຍີງ 3 ດີ ຂອງທ່ານເຈົ້າເມືອງເຊໂປນ ໃຫ້ບ້ານປະໄລ, ໃບຢັ້ງຢືນ 4 ບຸກສະໄໝທີ່ 1 ໃຫ້ໜ່ວຍຊາວໜຸ່ມບ້ານແກ້ງຄໍາ, ທັງນີ້ກໍ່ເພື່ອເປັນການຊ່ວຍເຫລືອບັນເທົາທຸກຂອງພໍ່ແມ່ປະຊາຊົນໂດຍສະເພາະຂົງເຂດຫ່າງສອກຫລີກ - ທຸລະກັນດານ ແລະ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຂອງຊາດ ແລະ ເພື່ອໃຫ້ອານຸຊົນ, ເຍົາວະຊົນໄດ້ຮັບຮູ້ເຂົ້າໃຈກ່ຽວກັບຄວາມໝາຍຄວາມສໍາຄັນຂອງ ແພສີຟ້າແລະ ແພສີແດງ ຢ່າງເລີກກ້ວາງຂວາງ.
ຂ່າວຈາກ ຖວທ ເມືອງເຊໂປນ
Editor: ກຳປານາດ ລັດຖະເຮົ້າ