ໂດຍປະຕິບັດຕາມການຊີ້ນໍາຂອງຄະນະພັກ ຄະນະນໍາກວງຊວງການຕ່າງປະເທດ ເພື່ອກຽມຄວາມພ້ອມ ໃນການຮັບມືກັບໄພນາວ ຢູ່ບັນດາແຂວງພາກເໜືອ ສະນັ້ນ, ໃນວັນທີ 15 ທັນວາ 2017 ທີ່ ກະຊວງການຕ່າງປະເທດ ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ມອບເຄື່ອງຕ້ານໄພຫນາວ ແລະ ອຸປະກອນການສືກສາໃຫ້ 3 ແຂວງພາກເໜືອຄື: ແຂວງຜົງສາລີ, ແຂວງຊຽງຊວາງ ແລະ ແຂວງຫົວພັນ, ລວມມູນຄ່າໃນການຊ່ວຍເຫຼືອຄັ້ງນີ້ແມ່ນ 120 ລ້ານກີບ.
ທືນດັ່ງກ່າວ ທີ່ນໍາມາມອບໃນຄັ້ງນີ້ແມ່ນໄດ້ມາຈາກ ການລະດົມ ແລະ ບໍລິຈາກ ທັງພາຍໃນກະຊວງການຕ່າງປະເທດ ແລະ ອ້ອມຂ້າງກະຊວງ ໂດຍສາມອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ຮ່ວມກັບ All star team & Friends ຕ່າງຫນ້າມອບໃນຄັ້ງນີ້ໂດຍແມ່ນ ທ່ານ. ອານຸພາບ ວົງໜໍ່ແກ້ວ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງການຕ່າງປະເທດ, ຫົວຫນ້າກົມອົງການຈັດຕັ້ງສາກົນ, ຕາງຫນ້າຮັບໂດຍ ພະແນກການຕ່າງປະເທດ 3 ແຂວງພາກເໜືອ ແລະ ມີບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ໂຄງການດັ່ງກ່າວຖືວ່າເປັນອີກໜຶ່ງກິດຈະກໍາ ທີ່ເປັນແບບຢ່າງທີ່ດີ ໃນສັງຄົມ ເພື່ອຊ່ວຍເຫຼືອ ພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນທີ່ ຂາດເຂີນທາງດ້ານອຸປະກອນການສຶກສາ ແລະ ເຄື່ອງນຸ່ງຮົ່ມ ເພື່ອເຮັດໃຫ້ພວກເຂົາເລົ່ານັ້ນ ມີຊີວິດການເປັນຢູ່ທີ່ດີ, ມີອຸປະກອນການສຶກສາທີ່ພຽງພໍ ແລະ ມີເຄື່ອງນຸ່ງຮົ່ມທີ່ໃຫ້ຄວາມອົບອຸ່ນພຽງພໍ ເພື່ອຜ່ານພົ້ນລາວດູໜາວນີ້ໄປດ້ວຍດີ. ເຊິ່ງປີຜ່ານມາ ສາມອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ທີມອໍສະຕາຣ ກໍ່ໄດ້ເຮັດກິດຈະກໍາແບບນີ້ແລ້ວ ແລະ ໄດ້ຮັບຜົນສໍາເລັດດີງາມ ເປັນການຊ່ວຍເຫລືອສັງຄົມ ທີ່ດີ
Editor: ກຳປານາດ ລັດຖະເຮົ້າ