ເພື່ອເປັນການສະເຫລີມສະຫລອງ ຜົນສໍາເລັດ ໃນການສ້າງພັດທະສິມມາ ທີ່ວັດລາວພຸດທະຄະຍາ, ປະເທດອິນເດຍ ດັ່ງນັ້ນ, ສູນກາງອົງການພຸດທະສາສະຫນາ ສໍາພັນລາວ, ຮ່ວມກັບຄະນະການຈັດຕັ້ງທີ່ກ່ຽວຂ້ອງທຸກພາກສ່ວນ ໄດ້ຈັດງານສະເຫລີມສະຫລອງພັດທະສິມມາຫລັງໃຫມ່ ໂດຍມີການສົມໂພດພະປະທານ. ຕັດລູກນິມິດຂອດບິສິມ ຢ່າງຍິ່ງໃຫຍ່ ເມື່ອບໍ່ດົນມານີ້, ທີ່ວັດລາວພຸດທະຄະຍາ, ເມືອງຄະຍາ, ປະເທດອິນເດຍ. ເຊີ່ງໃນພິທີເຂົ້າຮ່ວມຝ່າຍເຖລະວາດ ໂດຍມີ ພະອາຈານໃຫຍ່ ມະຫາເວດ ມະເສໄນ ຮອງປະທານສູນກາງອົງການພຸດທະສາສະຫນາສໍາພັນລາວ, ພະອາຈານໃຫຍ່ ຄໍາມາ ປັນຍາວິຈິດ ຮອງປະທານສູນກາງອົງການພຸດທະສາສະຫນາສໍາພັນລາວ ພ້ອມນີຍັງມີ ຄະນະອພສ ຈາກສູນກາງ ແລະ ເຈົ້າອະທິການວັດແຫ່ງຕ່າງໆ ທັງພາຍໃນ, ທີ່ມາຈາກແຕ່ລະແຂວງ ແລະ ຕ່າງປະເທດ ເຂົ້າຮ່ວມ ຢ່າງພ້ອມພຽງ.
ຝ່າຍຄາລະວາດ ເຂົ້າຮ່ວມ ມີ ທ່ານ ຄໍາໃບ ດໍາລັດ ຮອງປະທານສູນກາງແນວລາວສ້າງຊາດ, ມີທ່ານ ສຸທໍາ ສາກົນນິຍົມ ເອກອັກຄະລັດຖະທູດລາວ ປະຈໍາປະເທດອິນເດຍ, ພ້ອມນີ້ ຍັງມີ ທ່ານ ຫົວຫນ້າ-ຮອງຫົວຫນ້າ ຈາກກົມສາສະຫນາ ສູນກາງແນວລາວສ້າງຊາດ, ເຈົ້າພາບ-ເຈົ້າສັດທາ, ອອກຕົນຍາດໂຍມ ແລະ ຊາວພຸດລາວ ທັງພາຍໃນ ແລະ ຢູ່ຕ່າງປະເທດ ເຂົ້າຮ່ວມພາຍໃນງານຄັ້ງນີ້ ຫລາຍກວ່າ 400 ທ່ານ, ໃນນັ້ນມາຈາກ ສປປ ລາວ, ຈາກສະຫາລັດອາເມລິກາ, ຝຣັງ, ການາດາ, ໄທ ແລະ ອີກຫລາຍປະເທດເຊີ່ງເປັນງານທີ່ທີ່ໃຫຍ່ ແລະ ມີຊາວພຸດເຂົ້າຮ່ວມຫລາຍເປັນພິເສດ. ໃນພິທີໄດ້ມີການຂື້ນກ່າວລາຍງານເຖິງປະຫວັດຄວາມເປັນມາ ໃນການກໍ່ສ້າງວັດລາວ ໂດຍຄະນະຮັບຜິດຊອບທີ່ກ່ຽວຂ້ອງ ຫລັງຈາກນັ້ນ ໄດ້ມີການຕັດແຖບຜ້າ ພັດທະສິມມາຢ່າງເປັນທາງການ, ໃນຕອນຄໍ່າໄດ້ມີພິທີສົມໂພດ, ແລະ ພິທີໃສບາດ ໃນຮຸ່ງເຊົ້າຂອງວັນຕໍ່ມາ.
Editor: ກຳປານາດ ລັດຖະເຮົ້າ