ເມື່ອບໍ່ດົນມານີ້ ທ່ານ ຮິນທອງ ດວງຈັນສຸກ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງຊໍາໄຕ້ ພ້ອມດ້ວຍຄະນະ ທີມງານຈາກຫ້ອງການທີ່ກ່ຽວຂ້ອງ ພາຍໃນເມືອງ ໄດ້ລົງຕິດຕາມ ແລະ ຊຸກຍູ້ປະຊາຊົນບ້ານນາຫລ້າ, ກຸ່ມບ້ານຊຽງດີ ໃນການເກັບກາເຟຊາຍເປັນສິນຄ້າ ເພື່ອສ້າງລາຍຮັບໃຫ້ກັບຄອບຄົວ, ນັບແຕ່ທ້າຍເດືອນຕຸລາ ຈົນມາເຖິງ ປະຈຸບັນ ປະຊາຊົນບ້ານາຫລ້າ ສາມາດເກັບກາເຟ ໄດ້ທັງມົດ 5 ຸຕນກວ່າ ຄິດສະເລ່ຍເປັນມູນຄ່າ 12 ລ້ານ 5 ແສນກີບ ຂາຍໃນລາຄາ 2,500 ກີບ/ກິໂລ, ໂດຍບໍລິສັດ ຢູ່ນິຄອບຟີ ມາຈັດຕັ້ງເກັບຊື້ທີ່ບ້ານດັ່ງກ່າວ. ກ່ຽວກັບການປູກກາເຟ ປະຊາຊົນ ໄດ້ເລີ່ມປູກມາແຕ່ປີ 1995 ແຕ່ຍັງບໍ່ທັນມີພາກສ່ວນໃດມາເກັບຊື້ ຈີ່ງເຮັດໃຫ້ສວນກາເຟຖືກທໍາລາຍ ແລະ ຫລຸດຫນ້ອຍຖອຍລົງ.
ມາໃນປີ 2016 ການນໍາຂອງເມືອງຊໍາໄຕ້ ພ້ອມດ້ວຍຫ້ອງການທີ່ກ່ຽວຂ້ອງ ຈິ່ງໃຫ້ການຊ່ວຍເຫລືອໂດຍການຊອກຊ່ອງທາງເຂົ້າຫານັກທຸລະກິດ ໃນການມາເກັບຊື້ກາເຟ ນໍາປະຊາຊົນ ຈາກນັ້ນໃນກາງປີ 2016 ຈິ່ງໄດ້ມີບໍລິສັດ ຢູນີ ຄອບຟີ ຂາວອາເມລິກາ ໄດ້ລົງມາສໍາຫລວດ ແລະ ຈັດຕັ້ງສັນຍາເກັບຊື້ ໃນລາຄາ 2,500 ກິບ/ກິໂລ ພ້ອມກັນນີ້ ຍັງໄດ້ສົ່ງເສີມເຕັກນິກໃນການກ້າເບ້ຍໄມ້, ເຕັກນິກການປູກ, ການບົວລະບັດຮັກສາ ແລະ ອື່ນໆ. ເພື່ອໃຫ້ຜົນກາເຟ ໄດ້ມີຄຸນນະພາບດີ,
ປະຈູບັນ ບ້ານນາຫລ້າ ມີເນື້ອທີ່ປູກກາເຟ ທັງໝົດ 27 ເຮັກຕາ, ໃນນີ້ ຈໍານວນ 14 ເຮັກຕາ ແມ່ນສາມາດເກັບກູ້ໄດ້ແລ້ວ ແລະ ອີກ 13 ເຮັກຕາ ແມ່ນເນື້ອທີ່ຂະຫຍາຍປູກໃຫມ່ ໃນປີຜ່ານມາ. ຜ່ານການລົງຊຸກຍູ້ຂອງທ່ານ ເຈົ້າເມືອງໃນຄັ້ງນີ້, ເພີ່ນໄດ້ຮຽກຮ້ອງໃຫ້ປະຊາຊົນບ້ານນາຫລ້າ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ ໃນການບົວລະບັດຮັກສາ ຕົນກາເຟ. ການແຍກສັດລ້ຽງອອກຈາກເນື້ອທີ່ປູກ ໄປໄວ້ບ່ອນອື່ນກ່ອນ, ເພື່ອບໍ່ໃຫ້ທໍາລາຍເບ້ຍກາເຟ ທີ່ປູກໃຫມ່, ພ້ອມກັນນັ້ນ ຕ້ອງເອົາໃຈໃສ່ ໃນການບົວລະບັດ ໃສ່ຝຸ່ນ ແລະ ການເກັບກູ້ຖືກຕ້ອງຕາມເຕັກນິກ.
ພ້ອມກັນນີ້ ທ່ານເຈົ້າເມືອງ ຍັງໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ ຜົນໄດ້ຮັບ ແລະ ຜົນດີຂອງການປູກກາເຟ ຕໍ່ເສດຖະກິດ ຄອບຄົວ, ບ້ານ ແລະ ຊຸມຊົນ, ທ່ານ ຍັງໄດ້ຮຽກຮ້ອງໃຫ້ທາງບໍລິສັດ ຕອບສະຫນອງເບ້ຍກາເຟ ໃຫ້ກັບປະຊາຊົນ ຊ່ວຍຊຸກຍູ້ເຂົາເຈົ້າ ໃນການປະຕິບັດຕາມເຕັກນິກ ການປູກ, ການບົວລະບັດ ແລະ ການເກັບກູ້ຜົນຜະລິດຕ່າງໆ. ທັງນີ້ເພື່ອເຮັດໃຫ້ປະຊາຊົນ ພາຍໃນບ້ານນາຫລ້າ ໄດ້ມີລາຍຮັບທີ່ຄົງທີ່, ປະຊາຊົນຫລຸດຜ່ອນການຖາງປ່າເຮັດໄຮ່ແບບເລື່ອນລອຍ, ສາມາດສ້າງລາຍຮັບ ແລ້ວນໍາມາພັດທະນາຊີວິດການເປັນຢູ່ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ສາມາດກ້າວຂື້ນເປັນບ້ານພັດທະນາໃນອະນາຄົດ.
ທີມຂ່າວ ຖວທ ເມືອງ ຊໍາໄຕ້ ( ສົມສຸກ ໄຊຍະວົງ ນັກຂ່າວ)
Editor: ກຳປານາດ ລັດຖະເຮົ້າ