ໃນລະຫວ່າງ ວັນທີ 14-15 ທັນວາ 2017 ຜ່ານມານີ້, ກົມສົ່ງເສີມສິນຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນ-ຂ່າວສານລະບຽບການສົ່ງອອກສິນຄ້າກະສິກຳໄປ ສາທາລະນະລັດ ປະຊາຊົນ ຈີນ ໂດຍການການເປັນປະທານຂອງ ທ່ານ ໄຊສົມເພັດ ນໍລະສິງ ຮອງຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລ ການຄ້າ, ທ່ານ ພູວົງ ກໍລະສັກ ປະທານສະມາຄົມພະລິດ ແລະ ປຸງແຕ່ງກະສິກຳລາວ ນອກນີ້ຍັງມີ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານຫົວໜ້າໜ່ວຍງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ນະໂຍບາຍສຳລັບທຸລະກິດ ອົງການ ການຄ້າສາກົນ ( ITC ) ໄດ້ກ່າວວ່າ: ການສົ່ງອອກສິນຄ້າໄປຈີນ ຜ່ານມາອົງການຈັດຕັ້ງສາກົນກໍ່ໄດ້ມີການສົ່ງເສີມຫຼາຍ ເພື່ອໃຫ້ທຸລະກິດການສົ່ງອອກໃນປະເທດດ້ອຍພັດທະນາ ແລະ ປະເທດທີ່ກຳລັງພັດທະນາໄດ້ມີການປັບປຸງໃຫ້ດີຂື້ນ ອັນເປັນການປະກອບສ່ວນໃນການສ້າງວຽກເຮັດງານທຳຂອງປະຊາຊົນໂດຍສະເພາະແມ່ນແມ່ຍິງ ແລະ ກຸ່ມຄົນຕ່າງໆ ເນື່ອງຈາກປະເທດຈີນເປັນປະເທດໃຫຍ່ເຊິ່ງຈະເປັນປັດໃຈສຳຄັນໃນການສົ່ງເສີມການຄ້າໃນປະເທດພາກພື້ນໂດຍສະເພາະແມ່ນການເຂົ້າເຖິງຂໍ້ມູນ-ຂ່າວສານ ທີ່ຕິດພັນກັບການສົ່ງອອກສິນຄ້າໄປຈີນ ໃນການຊ່ວຍເຫຼືອ ສ ປປ ລາວ ພວກເຮົາຈະແນ່ໃສວຽງານການສົ່ງອອກ, ການແຈ້ງພາສີທັງ 2 ຝາຍ, ການຄົ້ນຄົ້ວຂັ້ນຕອນການຜະລິດຈົນເຖິງປະເທດປາຍທາງ ສຳລັບ ສປປ ລາວ ດ້ານການສົ່ງອອກແມ່ນຕິດໃນອັນດັບ 141 ຂອງປະເທດທີມີການສົ່ງອອກ,
ທ່ານ ໄຊສົມເພັດ ນໍລະສິງ ຮອງຫົວໜ້າກົມສົ່ງເສີມການຄ້າ ໄດ້ກ່າວວ່າ: ການສົ່ງອອກສິນຄ້າຂອງລາວແມ່ນຊັບພະຍາກ່ອນທຳມະຊາດ ແລະ ໄດ້ປະກອບສ່ວນໃນການພັດທະນາເສດ ທະກິດ-ສັງຄົມຫຼາຍພໍສົມຄວນ, ແຕ່ຖ້າຢາກໃຫ້ຂະແໜ່ງກະສິກໍາປະກອບສ່ວນຫຼາຍກວ່ານີ້ ຕ້ອງໄດ້ຮັບການປຸງແຕ່ງ ແລະ ຈໍາເປັນຕ້ອງໄດ້ຫາລືໃນການຊ່ວຍໃຫ້ຜູ້ປະກອບການ ຫຼື ຊາວກະສິກຳສາມາດເຂົ້າເຖິງຕະຫຼາດ ສປຈີນ, ເນື່ອງຈາກວ່າ: ຈີນ ເປັນຕະຫຼາດໃຫ່ຍໃນການຮອງຮັບສິນຄ້າດັ່ງກ່າວ ແລະ ຜ່ານມາກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບອົງການຄ້າສາກົນ IT ກໍ່ໄດ້ເອົາໃຈໃສ່ໃນການປະຕິບັດຊຸກຍູ້ໂດຍເນັ້ນໃສ່ການສົ່ງເສີມການສົ່ງອອກຂອງ 2 ຂະແໜ່ງຄື່ ຂະແໜ່ງກະສິກຳຕັດຍິບ ນັບແຕ່ທ້າຍປີ 2014-ທ້າຍປີ 2017 ນີ້ກໍ່ເຮັດໃຫ້ບົດສຳຫຼວດ ແລະສືກສາສະພາບການສົ່ງອອກໄປ ສປ ຈີນ ຂອງສອງຂະແໜ່ງການ,ສຶກສາຈຸດດີ-ຈຸດອ່ອນ,ຂໍ້ຫຍຸຸຸ້ງຍາກ ລວມທັງຂັນຕອນການສົ່ງອອກຕ່າງໆ. ຕະຫຼອດໄລຍະຜ່ານມາ ກົມສົ່ງເສີມການຄ້າ ກໍ່ໄດ້ເອົາໃຈໃສ່ໃນການສົ່ງເສີມພາກທຸລະກິດໂດຍສະເພາະຂະແໜ່ງກະສິກຳ ເພື່ອເຂົ້າຫາຕະຫຼາດດຽວຫຼາຍຮູບແບບໂດຍຕົ້ນຕໍແມ່ນເຂົ້າຮ່ວມງານວາງສະແດງສິນຄ້າ ໃນລະດັບພາກພື້ນ ແລະ ສາກົນ ລ່ວມທັງຮ່ວມງານວາງສະແດງສິນຄ້າລະດັບໂລກໃນຫຼາຍໆຄັ້ງ ເຊິ່ງເຫັນໃດວາສິນຄ້າກະສິກຳຂອງລາວ ແມ່ນໄດ້ຮັບຄວາມສົນໃຈຈາກສາກົນຢ່າງຫຼວງຫຼາຍເນື່ອງຈາກເປັນສິນຄ້າກະສິກຳສະອາດ ປອດສານຜິດ.
Editor: ກຳປານາດ ລັດຖະເຮົ້າ