ເມືອບໍ່ດົນມານີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ຕິດຕາມ ທ່ານ ຈູມມາລີ ໄຊຍະສອນ ອາດີດປະທານປະເທດ ພ້ອມດ້ວຍຄະນະ ໄປຢ້ຽມຢາມພື້ນຖານການຜະລິດ ຢູ່ບ້ານບຸ່ງພ້າວ, ເມືອງທຸລະຄົມ, ແຂວງວຽງຈັນ. ໂດຍມີ ທ່ານ ວິດົງ ໄຊຍະສອນ ເຈົ້າແຂວງໆວຽງຈັນ ພ້ອມດ້ວຍຄະນະນຳຂອງແຂວງວຽງຈັນ ແລະ ອຳນາດການປົກຄອງທ້ອງຖິ່ນ ໃຫ້ການຕ້ອນຮັບ.
ໂອກາດດັ່ງກ່າວ, ທ່ານ ຈູມມາລີ ໄຊຍະສອນ ໄດ້ຮັບຟັງການລາຍງານ ສະພາບການລ້ຽງງົວ ຂອງກຸ່ມລ້ຽງງົວເປັນສິນຄ້າ ຈາກກຸ່ມລ້ຽງງົວເປັນສິນຄ້າ ຫຼັງຈາກນັ້ນ, ກໍ່ໄດ້ຮັບຟັງການລາຍງານ ກ່ຽວກັບການປູກພືດຜັກອິນຊີ ຈາກທ່ານ ນ. ມະນີວັນ ສີດາລາ ຫົວໜ້າກຸ່ມປູກພືດຜັກອິນຊີ ແລະ ໃນໂອກາດດຽວກັນ, ທ່ານ ຈູມມາລີ ໄຊຍະສອນ ໄດ້ໃຫ້ກຽດໂອ້ລົມ ແລະ ມີຂໍ້ເຈາະຈີ້ມ ເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບັນຫາທີ່ຄວນເອົາໃຈໃສ່, ເງື່ອນໄຂທ່າແຮງ ແລະ ຂໍ້ຈຳກັດຕ່າງໆ. ຈາກນັ້ນ, ທ່ານໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິບັດບາງບັນຫາ ເປັນຕົ້ນ ສະເໜີໃຫ້ແຂວງວຽງຈັນ ແລະ ເມືອງທຸລະຄົມ ຄົ້ນຄວ້າສ້າງເມືອງທຸລະຄົມ ໃຫ້ກາຍເປັນຕົວແບບ ທາງດ້ານກຸ່ມການປູກ ແລະ ກຸ່ມການລ້ຽງ ຕິດພັນກັບການທ່ອງທ່ຽວໃນວຽກງານດັ່ງກ່າວ ໂດຍໄວ ໃນນັ້ນ ແມ່ນໃຫ້ສຸມໃສ່ການປູກ-ການລ້ຽງ-ການທ່ອງທ່ຽວ ໃນຕອນທ້າຍ, ທ່ານ ຈູມມາລີ ໄຊຍະສອນ ພ້ອມດ້ວຍຄະນະ ຍັງໄດ້ໄປເບິ່ງພື້ນທີ່ລ້ຽງງົວ, ພື້ນທີ່ປູກຫຍ້າລ້ຽງງົວ ແລະ ພື້ນທີ່ປູກພືດຜັກອິນຊີ ຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ