ພິທີຈັບລາງວັນ ທຶນການສຶກສາແກ່ນັກຮຽນປະຖົມ ຈາກ ບໍລິສັດ ຄໍເກດ ປາມໂອລີຟ (ລາວ)ຈໍາກັດ, ໄດ້ຈັດຂື້ນເມື່ອບໍ່ດົນມານີ້ ທີ່ສໍານັກງານ ບໍລິສັດ ອິນຟີນີຕີ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ການຈັບລາງວັນ ມອບທຶນການສຶກສາ ໃນປີນີ້ ແມ່ນເປັນປີທີ 2 ແລະ ລາງວັນແມ່ນໄດ້ແບ່ງອອກເປັນ 2 ປະເພດລາງວັນ ຄື:
ລາງວັນທີ 1 ມີ ຈໍານວນ 3 ລາງວັນ, ທຶນການສຶກສາ ລາງວັນລະ 23 ລ້ານກີບ, ແລະ
ລາງວັນທີ 2 ມີ ຈໍານວນ 30 ລາງວັນ, ລາງວັນລະ 2 ລ້ານ 3 ແສນກີບ.
ລວມລາງວັນທັງໝົດ 33 ລາງວັນ ມູນຄ່າ 138 ລ້ານກີບ.
ເຊີ່ງຖຄງການມອບທຶນການສຶກສາ ຈາກບໍລິສັດ ຄໍເກດ ປາມໂອລີຟ ໃນປີນີ້ ແມ່ນໄດ້ເລີ່ມມາແຕ່ຕົ້ນເດືອນສິງຫາ ຈົນເຖິງ ທ້າຍເດືອນຕຸລາ 2017 ໂດຍເປີດໂອກາດໃຫ້ນ້ອງນັກຮຽນປະຸົມສຶກສາ ໄດ້ຂຽນຊື່ທີ່ຢູ່, ໂຮງຮຽນ, ບ້ານ, ເມືອງ ແລະ ເບີໂທສະສັບຕິດຕໍ່ ໃສ້ກ້ອງຜະລິດຕະພັນຄໍເກດ ແລ້ວສົ່ງລົງກ້ອງຮັບຊິ້ນສ່ວນ ຕາມໂຮງຮຽນ ແຫ່ງຕ່າງໆ ໃນນະຄອນຫລວງ ແລະ ຕ່າງແຂວງທົ່ວປະເທດ. ຈໍານວນຫລາຍກວ່າ 2 ພັນໂຮງຮຽນ. ການຈັບລາງວັນທຶນການສຶກສາ ຄັ້ງນີ້ ແມ່ນໄດ້ຈັບລາງວັນທີ 2 ກ່ອນ ຈໍານວນ 30 ລາງວັນ, ລາງວັນລະ 2 ລ້ານ 3 ແສນກີບ. ໂດຍມີຕົວແທນຈາກກະຊວງສຶກສາ, ສະມາຄົມຜູ້ປົກຄອງ ແລະ ຕາງຫນ້າແຂກໃນງານ ໃຫ້ກຽດຂື້ນຈັບ.
ຫລັງຈາກນັ້ນ ຈີ່ງໄດ້ຈັບລາງວັນທີ 1 ຈໍານວນ 3 ລາງວັນ, ລາງວັນລະ 23 ລ້ານກີບ. ເຊີ່ງໄດ້ຜູ້ໂຊກດີ ທັງ 3 ນ້ອງ ໄດ້ແກ່ - ທ້າວ ນົບພະລັດ ຂັນພະສີ ບ້ານຫນອງປ່ອງ, ເມືອງຄໍເກີດ, ແຂວງບໍລິຄໍາໄຊ
- ນາງ ທອງທິດ ຜິວຍູພີນ ບ້ານນາຝາຍ, ແຂວງຫລວງພະບາງ
- ທ້າວ ວັນດີ ຫ້ອງປໍ2 ໂຮງຮຽນປະຖົມສຶກສາ ບ້ານຫນອງດົງ, ເມືອງປາກງື່ມ, ນະຄອນຫລວງວຽງຈັນ,
ໃຫ້ກຽດຊື້ນຈັບລາງວັນ ທີ່ຫນຶ່ງ ມີ ທ່ານ ພະນົມກອນ ລີສຸດທິນັນ ຜູ້ຈັດການບໍລິຫານທຸລະກິດ ບໍລິສັດ ຄອນເກດ-ປາມໂອລິຟ ລາວ ຈໍາກັດ, ທ່ານ ດຣ. ແສງພູວັນ ໂງນຜາດີ ຄະນະບໍດີ ຄະນະທັນຕະແພດສາດ, ມະຫາວິທະຍາໄລວິທະຍາສາດສຸຂະພາບ ແລະ ທ່ານ ກິຄໍາ ພີມບຸນຍໍ ຮອງຫົວຫນ້າກົມການສຶກສາ ກ່ອນໄວຮຽນ, ກະຊວງສຶກສາທິການ ແລະ ກິລາ. ເຂົ້າຮ່ວມເປັນສັກຂີພິຍານມີ ບັນດາຄູອາຈານ, ນ້ອງນັກຮຽນ ແລະ ສື່ມວນຊົນເຂົ້າຮ່ວມ. ນອກຈາກນີ້ ບັນດາທ່ານຍັງສາມາດຕິດຕາມລາຍຊື່ນ້ອງນັກຮຽນຜູ້ໂຊກດີ ໃນຫນັງສືພິມ ວຽງຈັນໃຫມ່ ແລະ ຫນັງສືພີມປະຊາຊົນ ໃນສະບັບວັນທີ 15 ທັນວາ 2017 ໄດ້
Editor: ກຳປານາດ ລັດຖະເຮົ້າ