ຄະນະກໍາມະການປະກວດນາງສາວບັນດາເຜົ່າ ເມືອງທ່າແຕງ ໄດ້ຈັດກອງປະຊຸມປຶກສາຫາລື,ແບ່ງງານ,ແບ່ງຄວາມຮັບຜິດຊອບ ໃຫ້ບັນດາອະນຸກໍາມະການຕ່າງໆ ເພື່ອກະກຽມໃຫ້ແກ່ການຈັດງານປະກວດນາງສາວບັນດາເຜົ່າຂອງເມືອງໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ,ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາໄພ ສິມມາວັດ ຄະນະປະຈໍາພັກເມືອງ ຮອງເລຂາພັກ ເມືອງທ່າແຕງ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ ປະທານຄະນະກໍາມະການປະກວດນາງສາວບັນດາເຜົ່າ ພ້ອມດ້ວຍບັນດາທ່ານ ອະນຸກໍາມະການຕ່າງໆເຂົ້າຮ່ວມ. ທ່ານ ສະຫຍາມ ຈັນທະສອນ ຮອງຫົວໜ້າຫ້ອງການຖະແຫຼ່ງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ທ່າແຕງ ຄະນະກໍາມະການຈັດງານປະກວດນາງສາວບັນດາເຜົ່າເມືອງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ທ່າແຕງ,ສະບັບເລກທີ524/ຈມ,ລົງວັນທີ 27 ພະຈິກ 2017 ວ່າດ້ວຍແຕ່ງຕັ້ງຄະນະກໍາມະການຮັບຜິດຊອບການປະກວດນາງສາວບັນດາເຜົ່າປີ 2018 ເຊິ່ງມີຄະນະກໍາມະການທັງໝົດ 33 ທ່ານ,ຍິງ 13 ທ່ານ,ເປັນຕົ້ນຄະນະຮັບຜິດຊອບໃຫ້ຄະແນນນາງສາວ,ຄະນະຮັບຜິດຊອບພິທີການ,ຄະນະຮັບຜິດຊອບໂຄສະນາປະຊາສໍາພັນ, ຄະນະຮັບຜິດຊອບພິທີກອນຄະນະຮັບຜິດຊອບແສງ-ສີ-ສຽງ, ຄະນະຮັບຜິດຊອບ ນາງສາວ, ຄະນະຮັບຜິດຊອບກອງເລຂາ. ກອງປະຊຸມໄດ້ປະກອບຄໍາຄິດເຫັນບາງວຽກງານເປັນຕົ້ນ ການກໍານົດວັນເວລາຝຶກຊ້ອມແຕ່ວັນທີ 20-25 ທັນວາ, ການກໍານົດຊຸດເຄື່ອງນຸ່ງຂອງນາງສາວປະກອບມີ 3 ຊຸດຄື: ຊຸດທ່າແຕງ ຄົບຮອບ 25 ປີ, ຊຸດຊົນເຜົ່າ, ຊຸດລາວປະຍຸກ, ເນື້ອໃນການ ປະກວດ, ພາກພິທີກອນ, ການໃຫ້ຄະແນນນາງສາວ, ການຕອບຄໍາຖາມ, ຂັ້ນຕອນການຂັດເລືອກເອົາ 2 ຮອບຄັ້ງທໍາອິດ ແລະ ຮອບສຸດທ້າຍ ເຂົ້າຮອບຊະນະເລີດ, ການມອບສາຍສະພາຍ-ລາງວັນ, ການປະດັບປະດາ, ກໍານົດຜູ້ເຂົ້າຮ່ວມງານ, ກໍານົດເວລາປະກວດນາງສາວບັນດາເຜົ່າ ເຊິ່ງໜ້າວຽກທັງໝົດນີ້ໄດ້ສໍາເລັດແລ້ວ 90 ສ່ວນຮ້ອຍ.
ທ່ານ ຄໍາໄພ ສິມມາວັດ ຄະນະປະຈໍາພັກເມືອງ ຮອງເລຂາພັກເມືອງ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ ປະທານຄະນະກໍາມະການປະກວດນາງສາວບັນດາເຜົ່າເມືອງທ່າແຕງ ໄດ້ຮຽກຮ້ອງມາຍັງຄະນະກໍາມະການ ພ້ອມດ້ວຍອະນຸຂະບວນການຕ່າງໆ ຈົ່ງພ້ອມກັນສືບຕໍ່ເຮັດວຽກງານທີ່ຕົນຮັບຜິດຊອບໃຫ້ມັນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້. ເພື່ອເປັນການສົ່ງເສີມນາງສາວບັນດາເຜົ່າເມືອງທ່າແຕງ ກໍ່ຄືຮີດຄອງປະເພນີ-ວັດທະນະທໍາອັນດີງາມຂອງຊາດ, ຂອງເຜົ່າ ຊອກໃຫ້ເຫັນບຸກຄົນ ທີ່ມີບຸກຄະລິກກະພາບທີ່ດີ, ມີຄວາມສວຍງາມທາງດ້ານຮ່າງກາຍ ແລະ ຈິດໃຈ,ມີຄວາມຮູ້ກ່ຽວກັບວັດທະນະທໍາ, ຂະນົບ-ທໍານຽມ, ຮີດຄອງປະເພນີອັນດີງາມ, ມີຄວາມຮູ້, ຄວາມສາມາດ, ມີຄວາມສະຫຼາດ, ສຸພາບ-ຄ່ອງຕົວ, ມີພອນສະຫັວນ ແລະ ກ້າສະແດງອອກຕໍ່ເວທີສັງຄົມ. ເພື່ອເປັນຕົວແທນສາວງາມຂອງເມືອງທ່າແຕງ ໃນການເຂົ້າຮ່ວມແຂ່ງຂັນປະກວດລະດັບພາກ, ພາຍໃນປະເທດ ແລະ ປະເທດອອ້ມຂ້າງ ຫຼື ເປັນຕົວແທນຂອງນາງສັງຂານຂອງເມືອງທ່າແຕງ
ການປະກວດນາງສາວທ່າແຕງຄັ້ງນີ້ເປັນຄັ້ງທໍາອິດ ແຕ່ກໍ່ໄດ້ກໍານົດຈຸດປະສົງ ແລະ ລະດັບຄາດໝາຍຢ່າງຈະແຈ້ງເປັນຕົ້ນ ເລືອກໃຫ້ໄດ້ສາວງາມທີ່ມີຄຸນະພາບ,ມີຮູບຮ່າງໜ້າຕາ ແລະ ຮອຍຍີ້ມທີ່ມີສະເໜ່ອອ່ນໂຍນ ແລະ ເປັນຜູ້ທີ່ມີມະນຸດສຳພັນດີ, ມີຄວາມຮູ້ຮອບຕົວ ດ້ານວິທະຍາສາດ, ວັດທະນະທໍາ-ສັງຄົມ, ມີສຸຂະພາບສົມບູນແຂງແຮງດີ ເປັນຕົວແທນສາວງາມທັງ 8 ເຜົ່າຂອງເມືອງທ່າແຕງ. ເຊິ່ງການປະກວດຈະໄດ້ຈັດຂື້ນໃນວັນທີ 5 ມັງກອນ 2018 ນີ້.
Editor: ກຳປານາດ ລັດຖະເຮົ້າ