ໃນຕອນເຊົ້າວັນທີ 12 ທັນວາ 2017 ນີ້ຢູ່ທີ່ຫ້ອງປະຊຸມສາທາລະນະສຸກແຂວງ ໄຊຍະບູລີ ໄດ້ເປີດກອງປະຊຸມສະຫຼຸບວຽກງານ 3 ກອງທຶນ ປະກັນສຸຂະພາບພາກປະຊາຊົນທົ່ວແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງ ໄຊຍະບູລີ ມີຫົວ ໜ້າພະແນກ, ຮອງຂະແໜງມີບັນດາກໍາມະການຄຸ້ມຄອງກອງທຶນປະກັນສຸຂະພາບຂັ້ນແຂວງ, ຄະນະຮັບຜິດຊອບ 3 ກອງທຶນຂັ້ນແຂວງ, ຫົວໜ້າ, ຮອງຫົວນ້າຫ້ອງການສາທາລະນະສຸກ 11 ເມືອງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ດຣ ທອງຈັນ ອານຸພັນ ຫົວໜ້າຫ້ອງການປະກັນສຸຂະພາບພະແນກສາທາລະນະສຸກແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະກັນສຸຂະພາບພາກປະຊາຊົນໄດ້ແບ່ງອອກເປັນ 3 ກອງທຶນຍ່ອຍຄື: ກອງທຶນປະກັນສຸຂະພາບສໍາລັບຜູ້ທຸກຍາກ, ກອງທຶນປະກັນສຸຂະພາບຊຸມຊົນ, ກອງທຶນນະໂຍບາຍເກີດລູກ ແລະ ປິ່ນປົວເດັກລຸ່ມ 5 ປີ ນອນໂຮງໝໍບໍ່ໄດ້ເສຍຄ່າ, ກອງທຶນສຸຂະພາບສໍາລັບຜູ້ທຸກຍາກແມ່ນກອງທຶນຊ່ວຍເຫຼືອຜູ້ທຸກຍາກມີລາຍໄດ້ຕໍ່າ ກ່ວາມາດຕະຖານການຫຼຸດພົ້ນຄວາມທຸກຍາກກອງທຶນດັ່ງກ່າວມີແຫຼ່ງລາຍຮັບ 100% ມາຈາກການປະກອບສ່ວນຂອງລັດ, ບຸກຄົນ, ຊຸມຊົນການຈັດຕັ້ງສັງຄົມທັງພາຍມນ ແລະ ຕ່າງປະເທດ ການຈັດຕັ້ງປະຕິບັດຢູ່ສະຖານທີ່ບໍລິການປິ່ນປົວຂອງລັດ 88 ແຫ່ງ, ຂັ້ນແຂວງ 1 ແຫ່ງ, ຂັ້ນເມືອງ 11 ແຫ່ງ, ໂຮງໝໍເມືອງ 11 ແຫ່ງ, ໂຮງໝໍຫຼັກ 18 ມີ 1 ແຫ່ງ, ໂຮງໝໍນ້ອຍ 12 ແຫ່ງ, ຂັ້ນສຸກສາລາ 64 ແຫ່ງ ມີຈໍານວນ ຄອບຄົວທຸກຍາກຮອດເດືອນ 9 ປີ 2017 ມີ 1 , 942 ຄອບຄົວ ແລະ ຈໍານວນຜູ້ທຸກຍາກຮອດເດືອນກັນຍາ ປີ 2017 ມີ 11, 530 ຄົນ, ກອງທຶນປະກັນສຸຂະພາບແມ່ນມີແຫຼ່ງມາຈາກເງິນສົມທົບກອງປະຊາຊົນຜູ້ມີອາຊີບອິດສະຫຼະລວມທັງພະສົງສໍາມະເນນ, ນັກສຶກສາໃນອັດຕາ 50% ຂອງເບ້ຍປະກັນ ແລະ ລັດຖະບານປະກອບສ່ວນ 50% ເປົ້າໝາຍກວມເອົາ 77 ບ້ານ, 13,735 ຄອບຄົວ, 74,378 ຄົນ, ມາຮອດເດືອນກັນຍາ 2017 ມີຜູ້ປະກັນຕົນ ຈໍານວນ 10, 451 ຄົນ ແລະ ຜູ້ເກີດສິດ 1, 671 ຄົນ, ກອງທຶນນະໂຍບາຍການເກີດລູກ ແລະ ປິ່ນປົວເດັກລຸ່ມ 5 ປີຢູ່ເຂດນະບົດຫ່າງໄກສອກຫຼີກເຂົ້າເຖິງການບໍລິການສາທທາລະນະສຸກ ສ່ວນການຈັດຕັ້ງປະຕິບັດນະໂຍບາຍແມ່ນໄດ້ແບ່ງຕາມແຫຼ່ງທຶນ ຄື: ທຶນໂຄງການນໍ້າເທີນ 2 ຈໍານວນ 4 ຕື້ກ່ວາກີບ ແລະ ທຶນໂຄງການແຜນງານໂຄງການພັດທະນາສາທາລະນະສຸກ ແລະ ໂຄງການແຜນຄຸ້ມຄອງບໍລິຫານສາທາລະນະສຸກແມ່ນໂພສະນາການຈໍານວນ 2 ຕື້ີກ່ວາກີບ.
ໃນກອງປະຊຸມຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນປະກອບຄໍາຄິດເຫັນໃສ່ບົດສະຫຼຸບວຽກງານດັ່ງກ່າວໃນດ້ານດີ, ດ້ານອ່ອນ, ເພື່ອຊອກຫາວິທີແກ້ໄຂດ້ານຂໍ້ຄົງຄ້າງໃນໄລຍະຜ່ານມາ, ຈາກນັ້ນກໍ່ໄດ້ວາງທິດທາງແຜນການໃນປີຕໍ່ໜ້າເຊິ່ງຈະໄດ້ໂຮມເຂົ້າກອງທຶນປະກັນສຸຂະພາບແຫ່ງຊາດ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
Editor: ກຳປານາດ ລັດຖະເຮົ້າ