ທ່ານ ສົມສະຫວິນ ວົງສີສຸພັນ ຫຼື ຫວິນ, ນັກຂ່າວລາວ ຈາກພາກສ່ວນໜັງສືພິມເສດຖະກິດ-ການຄ້າ ໄດ້ຮັບລາງວັນ “ເຫມມະຣາຊ໌” ບຸກຄົນຕົ້ນແບບແຫ່ງປີ 2017 ເຊິ່ງເປັນລາງວັນກຽດຕິຍົດ ລະດັບປະເທດຂອງໄທ ແລະ ພີທີມອບໃຫ້ແກ່ບຸກຄົນຜູ້ມີສ່ວນຮ່ວມຊ່ວຍເຫຼືອສັງຄົມໃນດ້ານຕ່າງໆ ຫລາກຫລາຍຂະແຫນງການ ເຊີ່ງຈັດໂດຍ ມູນນິທິ ດິນດີ ນ້ຳໃສ ແຫ່ງ ປະເທດໄທ ພິທີມອບລາງວັນໄດ້ຈັດຂື້ນຢູ່ທີ່ມະຫາວິທະຍາໄລ ທໍາມະສາດຣັງສິດ ກຸງເທບມະຫານະຄອນ ເມື່ອວັນສຸກທີ 08 ທັນວາ 2017 ຜ່ານມາ ເຊິ່ງມີຄົນລາວພຽງຜູ້ດຽວ ທີ່ໄດ້ຮັບລາງວັນ ໃນປີນີ້ ໃນຈຳນວນ ເກືອບ 300 ຄົນເຂົ້າຮ່ວມງານ.
ສໍາລັບປີກ່ອນ ແມ່ນ ທ່ານ ລັດຖະເທວາ ເປັນຜູ້ທໍາອິດ, ປີນີ້ແມ່ນ ທ່ານ ສົມສະຫວິນ ເປັນຜູ້ທີ 2
ທ່ານ ສົມສະຫວິນ ວົງສີສຸພັນ ໃນຊື່ເຟສ໌ບຸກເປັນພາສາອັງກິດ (Somsavine Vssp) ທີ່ໄດ້ໂພສ໌ພາບບັນຍາກາດການຮັບລາງວັນດັ່ງກ່າວ ໂດຍມີຜູ້ເຂົ້າຮ່ວມຮັບລາງວັນທັງໝົດເກືອບ 300 ຄົນ. ໃນນັ້ນ, ຄົນລາວເຮົາມີພຽງຄົນດຽວທີ່ໄດ້ຮັບລາງວັນດັ່ງກ່າວ, ເຊິ່ງຂໍ້ຄວາມບາງຕອນທີ່ລາວໂພສ໌ໃນວາລະສຳຄັນຂອງການຮັບລາງວັນ ວ່າ: ຂ້າພະເຈົ້າ ໄດ້ຖຶກເຊີນໂດຍກົງໃຫ້ເຂົ້າຮ່ວມຮັບລາງວັນ ບຸກຄົນຕົ້ນແບບແຫ່ງປີ 2017 ເຊິ່ງນາທີ ລະທຶກໃຈ ແມ່ນຕອນພິທີກອນປະກາດລາຍຊື່ໃຫ້ຂຶ້ນສູ່ເວທີເພື່ອຮັບລາງວັນ ລາວຮູ້ສຶກຕື່ນເຕັ້ນ ແລະ ມີຄວາມພູມໃຈຫຼາຍທີ່ໄດ້ສຳຜັດກັບລາງວັນອັນຊົງກຽດ, ເນື່ອງຈາກເປັນບຸກຄົນດຽວຈາກປະເທດລາວຖຶກຄັກເລືອກໃຫ້ໄດ້ຮັບລາງວັນນີ້. ສິ່ງດັ່ງກ່າວສະແດງໃຫ້ເຫັນເຖິງຜົນງານຂອງຕົນໃນຫຼາຍປີຜ່ານມາ ທີ່ໄດ້ມີສ່ວນຮ່ວມໃນການຊ່ວຍເຫຼືອສັງຄົມໂດຍຜ່ານກິດຈະກຳ ຫຼື ງານຕ່າງໆ ຈົນກາຍເປັນທີ່ຮູ້ຈັກຢ່າງກວ້າງຂວາງໃນວົງການສື່ທັງພາຍໃນ ແລະ ຕ່າງປະເທດ. ໃນນັ້ນ, ມີນັກວິຊາການຫຼາຍຄົນທີ່ມາສະແດງຄວາມຍິນດີກັບນັກຂ່າວລາວຄົນນີ້ ກໍ່ໄດ້ໃຫ້ທັດສະນະຄ້າຍຄືກັນວ່າ: ລາງວັນດັ່ງກ່າວແມ່ນມີຄຸນຄ່າສູງທີ່ສຸດທາງດ້ານສື່ສຽງຂອງບຸກຄົນທີ່ໄດ້ຮັບ ເພາະມັນເປັນລາງວັນປະດັບກຽດຕິຍົດ ໃຫ້ກັບພີ່ນ້ອງໃນວົງຕະກຸນ ແລະ ເຮັດໃຫ້ລາວກາຍເປັນທີ່ຮູ້ຈັກຂອງມວນຊົນຫຼາຍຂຶ້ນໃນລາວ ແລະ ໄທ.
Editor: ກຳປານາດ ລັດຖະເຮົ້າ
{gallery}News/sbd/2017/12/13/sbd-07{/gallery}