ວັນທີ 12 ທັນວາ 2017 ທີມງານຊ່າວລາຍການ ຂອງພວກເຮົາ ໄດ້ລົງຕິດຕາມເຮັດຂ່າວ ພາກສະຫນາມ ກ່ຽວກັບການສ້າງທາງ ພາຍໃນບ້ານນາແຄຄໍາ ເມືອງໄຊທານີ, ນະຄອນຫລວງວຽງຈັນ ເຊີ່ງປະຂຸບັນ ພວມຂຸນຂ້ຽວກໍ່ສ້າງ ເພື່ອໃຫ້ສໍາເລັດໂດຍໄວ ພາຍໃນ 1-2 ວັນນີ້. ຜ່ານການຮັບຟັງການລາຍງານຂອງ ທ່ານ ຄໍາເຮືອງ ພິລາພັນ ຮອງເລຂາພັກບ້ານ. ຮອງນາຍບ້ານນາແຄຄໍາ, ຮັບຜິດຊອບວຽກງານວັດທະນະທໍາ-ສັງຄົມ ວ່າ: ເສັ້ນທາງຮ່ອມ ທີ່ບ້ານພວມກໍາລັງກໍ່ສ້າງນີ້ ແມ່ນເປັນທາງເບຕົງ ເສີມເຫລັກ ມີໄລຍະຄວາມຍາວ 190 ແມັດ, ກວ້າງ 15 ແມັດ, ໂດຍແມ່ນທຶນສົມທົບຫລາຍພາກສ່ວນພາຍໃນບ້ານ, ເຊັ່ນ, ທຶນສົມທົບຂອງວັດ, ທຶນສົມທົບຂອງປະຊາຊົນ ແລະ ການຈັດຕັ້ງບ້ານ. ນອກຈາກນີ້ ຍັງໄດ້ຮັບການປະກອບສ່ວນຈາກພາກສ່ວນເອກະຊົນ ຈໍານວນຫນຶ່ງ ເປັນແຮ່ ແລະ ຊາຍ. ສ່ວນແຮງງານແມ່ນປະຊາຊົນ ພາຍໃນບ້ານ ສາມັກຄີກັນ.
ຜ່ານການໃຫ້ສໍາພາດ ຂອງທ່ານ ຮອງນາຍບ້ານ ຍັງໄດ້ກ່າວຕື່ມວ່າ: ການກໍ່ສ້າງເສັ້ນທາງ ແມ່ນໄດ້ເລີ່ມລົງມື ມາແຕ່ວັນທີ 8 ທັນວາ ໄລຍະ 190 ແມັດ ຄາດວ່າ ປະມານວັນທີ 13 ຫລື 14 ທັນວາ ອາດສໍາເລັດສົມບູນ. ເຊີ່ງກ່ອນຫນ້ານີ້ ທາງຮ່ອມບ້ານດັ່ງກ່າວ ແມ່ນເປັນທາງດິນແດງ ການສັນຈອນໄປ-ມາ ກະພົບຄວາມຫຍຸດຍາກບາງໍົ່ວຄາວ, ການອອກບິນທະບາດຂອງພະສົງ-ສາມະເນນ. ດັ່ງນັ້ນ ເພື່ອສ້າງຄວາມອໍານວຍຄວາມສະດວກ ບວກກັບທ່າແຮງທີ່ມີຢູ່ ຈີ່ງໄດ້ມີການປຶກສາຫາລື ຮ່ວມກັນ ຕັດສິນໃຈ ສ້າງທາງຄອນກິດ ເບຕົງເສີມເຫລັກ ຂື້ນ ໂດຍການສົມທົບທຶນ ທາງວັດ ແລະ ບ້ານ ແລະ ປະຊາຊົນ ຕາມກໍາລັງແຮງ. ປະຈຸບັນບ້ານາແຄຄໍາ ມີທັງໝົດ 345 ຫລັງຄາເຮືອນ ພົນລະເຮືອນປະມານ 1 ພັນກວ່າ.
ການກໍ່ສ້າງເສັ້ນທາງດັ່ງກ່າວເມື່ອສ້າງສໍາເລັດ ເຊື່ອແນ່ວ່າ ທາງຮ່ອມເສັ້ນນີ້ ຈະຊ່ວຍອໍານວຍຄວາມສະດວກ ແກ່ການເດີນທາງໄປ-ມາ ຂອງພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ພະສົງພາຍໃນວັດ ໃນເວລາ ອອກບິນທະບາດໃນຍາມເຊົ້າ. ແລະ ລູກຫລາຍເດີນທາງໄປໂຮງຮຽນໃນແຕ່ລະວັນ ເຊີ່ງເປັນຫມາກຜົນທີ່ດີຂອງການຈັດຕັ້ງວຽກງານພາຍໃນບ້ານນາແຄຄໍາ. ທີ່ມີການນໍາພາທີ່ດີ ແລະ ຍັງສະແດງໃຫ້ເຫັນເຖິງຄວາມຮັກແພງສາມັກຄີ ຊ່ວຍເຫລືອເຊີ່ງກັນ ແລະ ກັນ ພ້ອມກັນສູ້ຊົນພ້ອມພຽງຮຽງຫນ້າ ໃນການສ້າງສາພັດທະນາບ້ານ ໃຫ້ນັບມື້ນັບຈະເລີນ ຂື້ນເທື່ອລະກ້າວ. ພ້ອມກັນນີ້ທາງຮ່ອມ ໃນຫລາຍຮ່ອມ ພາຍໃນບ້ານດັ່ງກ່າວ ພວມສຸມໃສ່ປັບປຸງສ້ອມແປງ ເພື່ອສ້າງໃຫ້ກາຍເປັນເສັ້ນທາງທີ່ທັນສະໄຫມ ແລະ ສາມາດເດີນທາງໄປມາ ສະດວກສະບາຍ ໃນທຸກລະດູການ.
Editor: ກຳປານາດ ລັດຖະເຮົ້າ