ເພື່ອເປັນການສ້າງສາຍສຳພັນມິດຕະພາບອັນດີງາມ ລະຫວ່າງ ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ແລະ ບໍລິສັດ ຈົງນານ ກົວຈີ້ ຂາອອກ ຈຳກັດ ( ສປ ຈີນ)ໂດຍສະເພາະການຊຸກຍູ້ຊ່ວຍເຫລືອ ໃນວຽກງານຕ່າງໆ. ດັ່ງນັ້ນໃນວັນທີ 1 ກໍລະກົດ 2016 ນີ້, ຢູ່ທີ່ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໄດ້ມີພິທີມອບ-ຮັບ ແອເຢັນ (ເຄື່ອງປັບອາກາດ) ຈາກບໍລິສັດ ຈົງນານ ກົວຈີ້ ຂາອອກຈຳກັດ ໃຫ້ກັບ ປກສ ນະຄອນຫລວງວຽງຈັນ. ຈຳນວນ 5 ເຄື່ອງ ລວມມູນຄ່າ 25 ລ້ານກີບ.
ເຄື່ອງເຢັນດັ່ງກ່າວ ເພື່ອນຳໄປຕິດຕັ້ງໃສ່ຫ້ອງປະຊຸມ ຄ້າຍຄຸມຂັງດັດສ້າງ (ນາໄຮ່-ນາໂນ), ພິທີມອບ-ຮັບ ຄັ້ງນີ້, ໃຫ້ກຽດຮັບໂດຍ ທ່ານ ພັນເອກ ປະລິນຍາເອກ ຄຳພອນ ເທບພະວົງ ຮອງຫົວຫນ້າກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ, ພ້ອມຄະນະ ແລະ ມອບໂດຍ ທ່ານ ຈູ່ລີຜິງ ປະທານ ບໍລິສັດ ຈົງນານ ກົວຈີ້ ຂາອອກຈຳກັດ ພ້ອມດ້ວຍຄະນະ. ຕໍ່ກັບການມອບແອເຢັນຄັ້ງນີ້, ທ່ານ ທ່ານ ພັນເອກ ປະລິນຍາເອກ ຄຳພອນ ເທບພະວົງ ຮອງຫົວຫນ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈ ເປັນຢ່າງສູງ ຕໍ່ຄະນະປະທານ, ຜູ້ອຳນວຍການ ແລະ ພະນັກງານ ຂອງບໍລິສັດ ຈົງນານ ກົວຈີ້ ທີ່ໃຫ້ຄວາມສຳຄັນ ແລະ ເຫັນໄດ້ເຖິງຄວາມຮຽກຮ້ອງຕ້ອງການ ໃນການຈັດຕັ້ງປະຕິບັດຫນ້າທີ່ວຽກງານ ແລະ ເຊື່ອວ່າ ສາຍສຳພັນອັນດີງາມ ແລະ ຄວາມມຸງມາດປາດຖະຫນາດັ່ງກ່າວ ຈະໄດ້ຮັບການໃຫ້ການຊ່ວຍເຫລືອ ໃນຕໍ່ຫນ້າ.